ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ສັ່ງທົບທວນ ການຮັກສາ ຄວາມປອດໄພ ຢູ່ຕາມ ຄ້າຍຕ່າງໆ ທົ່ວໂລກ (ວີດີໂອ)


ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານ Chuck Hagel ແລະ ບັນດາເຈົ້າໜ້າທີ່ຂັ້ນສູງທີ່ສໍາຄັນ ໄວ້ອາໄລ ທີ່ Navy Yard ນະຄອນຫລວງ ວໍຊິງຕັນ
ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານ Chuck Hagel ແລະ ບັນດາເຈົ້າໜ້າທີ່ຂັ້ນສູງທີ່ສໍາຄັນ ໄວ້ອາໄລ ທີ່ Navy Yard ນະຄອນຫລວງ ວໍຊິງຕັນ
ລັດຖະມົນຕີ​ກະ​ຊວງ​ປ້ອງກັນ​ປະ​ເທດສະຫະລັດ ທ່ານ Chuck
Hagel ສັ່ງ​ໃຫ້​ທົບ​ທວນ​ການ​ຮັກສາ​ຄວາມ​ປອດ​ໄພ ຢູ່​ຕາມ​
ຄ້າຍທະຫານ​ຕ່າງໆ ຂອງສະຫະລັດ ຢູ່ໃນທົ່ວ​ໂລກ ຫລັງ​ຈາກ
ມື​ປືນ​ຄົນ​ນຶ່ງ​ໄດ້​ສັງຫານ 12 ຄົນ​ຢູ່​ຄ້າຍ​ທະຫານ​ເຮືອ Navy
Yard ທີ່​ນະຄອນຫລວງວໍ​ຊິງ​ຕັນ.

ທໍານຽບຫ້​າ​ແຈກ່າວ​ວ່າ ລາຍ​ລະອຽດ​ຂອງ​ການທົບ​ທວນ ຈະ
​ປະກາດໃຫ້​ຊາບ ໃນ​ວັນ​ພຸດ​ມື້​ນີ້.

ມື​ປືນ ທີ່​ຍິງ​ສັງຫານ ຢູ່ຄ້າຍ​ທະຫານ​ເຮືອ Navy Yard ອາຍຸ 34
ປີ ທ້າວ Aaron Alexis ​ໄດ້​ຖືກ​ຕຳຫຼວດຍິງ​ຕາຍ​ປະມານ 30 ນາ
ທີ ຫຼັງ​ ຈາກ​ລາວ​ໄດ້​ເລີ້ມ​ຍິງ​ສັງຫານຢ່າງ​ບໍ່​ເລື​ອກໜ້າ. ອົງການ​
ສັນຕິ​ບານ​ກາງ ສະຫະລັດຫລື FBI ກ່າວ​ວ່າ ລາວ​ໄດ້​ດຳ​ເນີນ​ການ
​ຕາມ​ລຳພັງ​ແຕ່​ພຽງ ​ຄົນ​ດຽວ ​ແລະ​ເຂົ້າ​ໄປ​ໃນ​ຄ້າຍທະຫານ​ເຮືອດັ່ງ
ກ່າວ ດ້ວຍ​ບັດປະ​ຈໍາ​ໂຕ​ທີ່​ຖືກຕ້ອງ. ຈຸດປະສົງ​ຂອງ​ລາວຍັງ​ບໍ່​ທັນ​
ເປັນ​ທີ່​ຮູ້​ກັນ​ເທື່ອ​ແຕ່​ຕໍາຫລວດ​ກ່າວ​ວ່າ ບໍ່​ມີ​ຫລັກ​ຖານໃດໆ ທີ່​ພົວ
ພັນ​ກັບ​ການ​ກໍ່​ການ​ຮ້າຍ.

ບັນດາ​ຜູ້​ສືບສວນ ກ່າວ​ວ່າ ທ້າວ Alexis ເປັນ​ໂຣກຈິດມີ​ຄວາມ​ຢ້ານ​ກົວ ນອນ​ບໍ່ຫ​ລັບ ​ແລະ​ກ່າວ​ອ້າງ​ວ່າ ລາວ​ໄດ້​ຍິນ​ສຽງ​ຕ່າງໆ. ຄອບຄົວ​ຂອງ​ລາວ​ກ່າວ​ວ່າ ລາວເຄີຍ​ໄປ​ຂໍ​ຮັບການ​ປິ່ນປົວ​ ກ່ຽວ​ກັບໂຣກ​ຈິດມາ​ກ່ອນ.

ບໍລິສັດ​ທີ່​ຈ້າງ ທ້າວ Alexis ກ່າວ​ວ່າ ລາວ​ໄດ້​ເຮັດ​ວຽກ​ຢູ່​ຕາມ​ຄ້າຍ​ທະຫານຢ່າງ​ໜ້ອຍຫົກ​ແຫ່ງ ໃນ​ເດືອນ​ກໍລະກົດ ​ແລະ​ສິງຫາ​ຜ່ານ​ມ ​ໂດຍ​ປາດ​ສະ​ຈາກ​ເຫດ​ຮ້າຍ​ໃດໆ.

ເບິ່ງວີດີໂອກ່ຽວຂ້ອງ

Americans Saddened, Resigned After Washington Shooting Spree
please wait

No media source currently available

0:00 0:02:56 0:00
ລິງໂດຍກົງ

ກ່ຽວຂ້ອງກັນ

XS
SM
MD
LG