ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທໍານຽບຫ້າແຈ ຊ່ວຍໃຫ້ທີ່ພັກ ຊົ່ວຄາວ ແກ່ພວກເຂົ້າເມືອງ ຜິດກົດໝາຍ ທີ່ພວມຖືກຂັງຢູ່


ບ່ອນຢູ່ອາໄສຊົ່ວຄາວ ຂອງພວກເດັກນ້ອຍ ທີ່ຂ້າມຊາຍ
ແດນເຂົ້າມາສະຫະລັດ ແບບຜິດກົດໝາຍໂດຍບໍ່ມີຜູ້ໃຫຍ່
ມານໍາ ຢູ່ໃນຄ້າຍທະຫານອາກາດ Lackland Air ຢູ່ນະຄອນ
ແຊນແອນໂຕນິໂອ ລັດເທັກຊັສ (ພາບຖ່າຍໃນວັນທີ 23 ມິຖຸນາ 2014)
ບ່ອນຢູ່ອາໄສຊົ່ວຄາວ ຂອງພວກເດັກນ້ອຍ ທີ່ຂ້າມຊາຍ ແດນເຂົ້າມາສະຫະລັດ ແບບຜິດກົດໝາຍໂດຍບໍ່ມີຜູ້ໃຫຍ່ ມານໍາ ຢູ່ໃນຄ້າຍທະຫານອາກາດ Lackland Air ຢູ່ນະຄອນ ແຊນແອນໂຕນິໂອ ລັດເທັກຊັສ (ພາບຖ່າຍໃນວັນທີ 23 ມິຖຸນາ 2014)

ຄະນະ​ລັດຖະບານ​ຂອງ​ທ່ານ​ທຣໍາ ​ໄດ້​ຂໍ​ໃຫ້​ກອງທັບ​ສະຫະລັດ​ຊ່ວຍ ​ເອົາ​ທີ່​ພັກ​ອາ​ໄສ​ໃຫ້
​ແກ່​ພວກ​ຄົນ​ເຂົ້າ​ເມືອງ ທີ່​ບໍ່ມີ​ເອກະສານ​ຫລາຍ​ພັນ​ຄົນ ຊຶ່ງ​ລວມທັງ ​ເດັກນ້ອຍ​ທີ່ໄດ້​ຂ້າມ​
ຊາຍ​ແດນ​ສະຫະລັດ​ຢ່າງ​ຜິດ​ກົດໝາຍ​ໂດຍບໍ່ມີ​ຜູ້​ໃຫຍ່​ມາ​ນໍານັ້ນ. ສໍາລັບ​ທໍານຽບຫ້າ​ແຈ​
ແລ້ວ ການ​ຮ້ອງ​ຂໍ​ດັ່ງກ່າວແມ່ນ​ບໍ່ເປັນ​ເລື້ອງ​ໃໝ່​ແຕ່​ຢ່າງ​ໃດ​ເລີຍ.

ທ່ານ ທອມ ຄຣັສຊັນ (Tom Crosson) ກ່າວ​ຕໍ່ວີ​ໂອ​ເອວ່າ "ກະຊວງ​ປ້ອງ​ກັນ​ປະ​ເທດ ມີ
​ປະຫວັດ ​ໃນ​ການ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ແກ່​ຜູ້​ຮ່ວມ​ງານ​ລະຫວ່າງອົງການຕ່າງໆ ​ເພື່ອ​
ຊ່ວຍ​ໃຫ້​ພວກ​ເຂົາ​ເຈົ້າ ປະຕິ​ບັດ​ງານ​ຢ່າງ​ສໍາ​ເລັດ​ຜົນ​ໄດ້."

ພຽງ​ແຕ່​ຢູ່​ໃນ​ສະ​ໄໝລັດຖະບານ​ຂອງ​ທ່ານ​ໂອ​ບາ​ມາ​ເທົ່າ​ນັ້ນ ທະຫານ​ໄດ້​ໃຫ້​ທີ່​ພັກ​ອາ​ໄສ
​ແກ່​ຄົນ​ເຂົ້າ​ເມືອງ ​ທີ່​ເປັນເດັກນ້ອຍບໍ່ມີ​ຜູ້​ໃຫຍ່​ມາ​ນໍາ​ເກືອບ​ຮອດ 16,000 ຄົນ ​ຢູ່​ໃນ​ຄ້າຍ
ທະຫານ 5 ​ແຫ່ງ ພາຍ​ຫລັງ​ທີ່​ພວກ​ເຂົາ​ໄດ້​ຖືກ​ກັກ​ຂັງໂດຍໜ່ວຍ​ລາດຕະ​ເວນ​ຂອງ​ສະຫະລັດ.ຄ້າຍ​ຕ່າງໆ​ເຫລົ່ານັ້ນ​ໄດ້​ແກ່ຄ້າຍ​ທະຫານ​ອາກາດ Lackland, ຊຶ່ງ​ເປັນ​ຄ້າຍ
​ທະຫານ​ຮ່ວມ​ແຊນ​ແອນໂຕ​ນິ​ໂອ (San Antonio) ​ໃນ​ລັດ​ເທັກ​ຊັສ, ຄ້າຍ​ທະຫານ​ເຮືອ
​ຢູ່​ເວນ​ຕົວຣາຄາວ​ຕີ (Ventura County) ​ໃນ​ລັດ​ຄາ​ລິ​ຟໍ​ເນຍ, ຄ້າຍ​ຟອດຊີ​ລ
(Fort Sill) ​ໃນ​ລັດ​ໂອກ​ລາ​ໂຮມາ, ຄ້າຍ​ທະຫານ​ອາກາດ ​ໂຮ​ໂລ​ແມນ (Holloman) ຢູ່
​ນີວ​ແມັກ​ຊິ​ໂກ ​ແລະ​ຄ້າຍ​ຟອດບລິ​ສ (Fort Bliss), ຊຶ່ງ​ເປັນ​ຄ້າຍ​ທະຫານ​ແຫ່ງ​ນຶ່ງໃນ
​2 ​ແຫ່ງ​ຢູ່ລັດ​ເທັກ​ຊັສ ທີ່​ຄະນະລັດຖະບານ ​ໃນ​ປັດຈຸບັນ​ໄດ້​ເລືອກ​ເອົາ​ ເພື່ອ​ໃຫ້​ເປັນ​ບ່ອນ
ຢູ່​ອາ​ໄສ​ຂອງ​ພວກ​ຄົນ​ເຂົ້າ​ເມືອງ ທີ່​ຖື​ກກັກ​ຂັງໄວ້.

ລົດກໍາລັງລໍຖ້າເຂົາໄປໃນຄ້າຍ Fort Bliss ຢູ່ໃນເມືອງ El Paso ຂອງລັດເທັກຊັສ
ລົດກໍາລັງລໍຖ້າເຂົາໄປໃນຄ້າຍ Fort Bliss ຢູ່ໃນເມືອງ El Paso ຂອງລັດເທັກຊັສ

ທ່ານ ມາກ​ກຣີນ​ເບີກ (Mark Greenberg), ອະດີດຜູ້​ຊ່ວຍ​ລັດຖະມົນຕີ ດ້ານ​ການ
​ບໍລິຫານ​ເດັກນ້ອຍ, ຊາວໜຸ່ມ, ​ແລະ​ຄອບຄົວ ​ໃນ​ສະ​ໄໝລັດຖະບານ​ທ່ານ​ໂອ​ບາ​ມາ ​ເວົ້າວ່າກະຊວງຂອງ​ທ່ານ ຂໍ​ໃຫ້​ກອງທັບ​ຊ່ວຍ​ເຫລືອຕັ້ງຫລາຍ​ຄັ້ງ ພາຍຫລັງ​ທີ່​ມີ​ຄົນ
ເຂົ້າມາຊາຍ​ແດນ "ທີ່​ມີ​ຈໍານວນ​ເພີ້ມຂຶ້ນ​ເປັນ​ຈໍານວນ​ຫລວງຫລາຍ, ​ແບບ​ກະທັນຫັນ,
​ແບບ​ບໍ່ຄາດ​ຄິດ​ມາ​ກ່ອນ.”

ທ່ານ​ກ່າວ”ຕໍ່ວີ​ໂອ​ເອວ່າ "​ແຕ່​ກ່ອນຕົວເລກຂອງ​ເດັກນ້ອຍ​ເຂົ້າ​ເມື່ອງ​ທີ່ມາ​ຮອດ​ຊາຍ
​ແດນໂດຍ​ບໍ່ມີ​ຜູ້​ໃຫຍ່​ມາ​ນໍາ ​ໃນ​ແຕ່ລະ​ເດືອນ​ເຄີຍ​ຢູ່​ໃນ​ລະຫວ່າງ 2,000-3,000 ຄົນ
ບັດ​ນີ້​ໄດ້ເພີ້ມຂຶ້ນ​ເປັນ 10,000 ຄົນ​ໃນ​ແຕ່ລະ​ເດືອນ."

ລົດບັນທຸກຄັນນຶ່ງແລ່ນຜ່ນປະຕູໂຂງຢູ່ຄ້າຍ Fort Dix ຢູ່ໃກ້ເມືອງ Wrightstown ລັດນີວເຈີຊີໃນວັນທີ 8 ພຶດສະພາ 2007
ລົດບັນທຸກຄັນນຶ່ງແລ່ນຜ່ນປະຕູໂຂງຢູ່ຄ້າຍ Fort Dix ຢູ່ໃກ້ເມືອງ Wrightstown ລັດນີວເຈີຊີໃນວັນທີ 8 ພຶດສະພາ 2007

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG