ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທຳ​ນຽບຫ້າ​ແຈ​ ນຳ​​ພາບ​ໃໝ່ ອອກ​ເຜີຍ​ແຜ່ ໂດຍກ່າວ​ຫາ​ອີ​ຣ່ານ ວ່າ​​ເປັນ​ຜູ້ໂຈມ​ຕີ ​ກໍ່າ​ປັ່ນ​ບັນ​ທຸກ​ນໍ້​າ​ມັນ​ສອງ​ລໍ​າ


ທຳ​ນຽບຫ້າ​ແຈ​ ນຳ​​ພາບ​ໃໝ່ ອອກ​ເຜີຍ​ແຜ່ ກ່າວ​ຫາ​ອີ​ຣ່ານ ວ່າ​​ເປັນ​ຜູ້ໂຈມ​ຕີ ​ກໍ່າ​ປັ່ນ​ບັນ​ທຸກ​ນໍ້​າ​ມັນ​ສອງ​ລໍ​າຂອງ​ ຕ່າງ​ປະ​ເທດ ໃນ​ອ່າວໂອ​ມານ ເມື່ອ​ສັບ​ປະ​ດາ​ແລ້ວ​ນີ້.
ທຳ​ນຽບຫ້າ​ແຈ​ ນຳ​​ພາບ​ໃໝ່ ອອກ​ເຜີຍ​ແຜ່ ກ່າວ​ຫາ​ອີ​ຣ່ານ ວ່າ​​ເປັນ​ຜູ້ໂຈມ​ຕີ ​ກໍ່າ​ປັ່ນ​ບັນ​ທຸກ​ນໍ້​າ​ມັນ​ສອງ​ລໍ​າຂອງ​ ຕ່າງ​ປະ​ເທດ ໃນ​ອ່າວໂອ​ມານ ເມື່ອ​ສັບ​ປະ​ດາ​ແລ້ວ​ນີ້.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ໄດ້​ນຳພາບ​ໃໝ່ ອອກ​ເຜີຍ​ແຜ່ ທີ່ຕົນ​ກ່າວ​ວ່າ ມີ​ຫຼັກ​ຖານຫຼາຍ​ຂຶ້ນ ​ກ່ຽວ​ກັບ​ການ​ໂຈມ​ຕີ ​ກໍ່າ​ປັ່ນ​ບັນ​ທຸກ​ນໍ້​າ​ມັນ​ສອງ​ລໍ​າຂອງ​ ຕ່າງ​ປະ​ເທດ ໃນ​ອ່າວໂອ​ມານ ເມື່ອ​ສັບ​ປະ​ດາ​ແລ້ວ​ນີ້.

ພາບ​ທັງ​ຫຼາຍ​ໄດ້ສະ​ແດງໃຫ້​ເຫັນ ໃນ​ອັນທີ່ສະ​ຫະ​ລັດກ່າວ​ວ່າ ແມ່ນກອງ​ກຳ​ລັງ​ພິ​ທັກ​ປ​ະ​ຕິ​ວັດ​ຂອງ​ອີ​ຣ່ານ​ໄດ້ເອົາ​ລະ​ເບີດ​ທີ່​ບໍ່​ທັນ​ແຕກ ອອກ​ຈາກຂ້າງ​ຂອງ​ກຳ​ປັ່ນ​ບັນ​ທຸກນ້ຳ​ມັນ Kokuka Courageous ຂອງ​ຍີ່​ປຸ່ນ. ​ສ່ວນ​ອີກພາບນຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ​ແມ່ນບ່ອນ​ໃດ​ທີ່​ລະ​ເບີດ​ໄດ້ຖືກ​ຫ້າງ​ໄວ້.

ພາບ​ອີກ​ອັນ​ນຶ່ງ ສະ​ແດງ​ໃຫ້​ເຫັນ​ຮູໃຫຍ່ ຢູ່​ຂ້າງ​ກຳ​ປັ່ນ Courageous ​ຊຶ່ງທຳ​ນຽບຫ້າ​ແຈ​ກ່າວ​ວ່າ ເບິ່ງ​ຄື​ວ່າ ມັນ​ໄດ້​ຖື​ກ​ທຳ​ລາຍ​ຈາກ​ລະ​ເບີດ​ອີກ​ໜ່ວຍ​ນຶ່ງ.

ພາບ​ຕ່າງໆ​ທີ່​ອົງ​ການ​ຂ່າວ​ໄດ້​ນຳ​ອອກ​ເຜີຍ​ແຜ່ຫຼັງ​ຈາກ​ການ​ໂຈມ​ຕີ​ໃນວັນ​ພະ​ຫັດ​ຜ່ານ​ມາ​ນີ້ ໄດ້​ສະ​ແດງ​ໃຫ້​ເຫັນວ່າ ກຳ​ປັ່ນ​ຂອງ​ນໍ​ເວ ໄດ້​ຖືກ​ໄຟ​ໄໝ້ ສົ່ງຄວັນ​ດຳກຸ້ມ​ຂຶ້ນ​ສູ່​ທ້ອງ​ຟ້າ.

“ອີ​ຣ່ານ ແມ່ນ​ຮັບ​ຜິດ​ຊອບ ​ໃນ​ການ​ໂຈມ​ຕີ​ນີ້ ອີງ​ຕາມ​ພາບ​ຫຼັກ​ຖານທາງວີ​ດີ​ໂອ
ແລະ​ຊັບ​ພະ​ຍາ​ກອນ​ພ້ອມ​ທັງ​ຄວາມ​ຊ່ຽວ​ຊານ​ທີ່​ຈຳ​ເປັນ​ ​ທີ່​ຕ້ອງໄດ້​ຍ້າຍເອົາ​ລະ​ເບີດ
​ເຫຼັກ​ກ້າ​ທີ່​ບໍ່​ແຕກ​ນັ້ນ​ອອກ,”
​ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທຳ​ນຽບ​ຫ້າ​ແຈ​ທີ່​ໄດ້​ແນບ​ມາ​ກັບ​ຮູບ​ພາບ​
ດັ່ງ​ກ່າວ.

ອີ​ຣ່ານ ໄດ້​ປະ​ຕິ​ເສດ​ວ່​າ​ຕົນ​ບໍ່​ມີ​ສ່ວນພົວ​ພັນ​ໃນ​ການໂ​ຈມ​ຕີ​ກຳ​ປັ່ນ​ນ້ຳມັນ​ດັ່ງ​ກ່າວ ແລະ​ເອີ້ນ​ການ​ກ່າວ​ຫາ​ນີ້​ວ່າ ເປັນເລື້ອງ​ “​ໜ້າ​ຢາກ​ຫົວ” ແລະ “ອັນ​ຕະ​ລາຍ.”

​ຮັກ​ສາ​ການ​ຊົ່ວ​ຄາວ ລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດສະ​ຫະ​ລັດ ທ່ານ Patrick Shanahan ໄດ້ປະ​ກາດໃນ​ວັນ​ຈັນ​ວານ​ນີ້​ວ່າ ​ຈະ​ສົ່ງທະ​ຫານປະ​ມານ 1000 ຄົນໄປ​ຍັງ
​ພາກ​ຕາ​ເວັນ​ອອກ​ກາງ ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ “ເພື່ອ​ຈຸດ​ປະ​ສົງ ໃນການ​ປ້ອງ​ກັນ​ຕົວ.”

​ທ່ານ Shanahan ໄດ້​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ການໂ​ຈມ​ຕີຂອງ​ອີຣ່ານເມື່ອ ມໍ່ໆ​ມາ​ນີ້
ໄດ້​ຢືນ​ຢັນ​ເຖິງຂ່າວ​ສືບ​ລັບ​ທີ່​ໜ້າ​ເຊື່ອ​ຖື​, ​ແລະວາງ​ໃຈ​ໄດ້ ທີ່​ພວກ​ເຮົາ​ໄດ້​ຮັບມານັ້ນ​ວ່າ
ມີ​ຄວາມ​ຖືກ​ຕ້ອງ ກ່ຽວ​ກັບ​ການ​ກະ​ທຳ​ທີ່​ເປັນ​ປໍ​ລະ​ປັກຂອງ​ກອງ ​ກຳ​ລັງອີ​ຣ່ານ
ແລະ​ກຸ່ມ​ຕົວ​ແທນ​ຂອງ​ພວກ​ເຂົ​າ ທີ່​ເປັນໄພ​ຂົ່ມ​ຂູ່ຕໍ່​ເຈົ້າ​ໜ້າ​ທີ່ແລະ ​ຜົນ​ປະ​ໂຫຍດ​ຂອງ
​ສະຫະ​ລັດ​ໃນ​ທົ່ວຂົງ​ເຂດ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG