ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳ​ນຽບ​ຫ້າ​ແຈ ຕ້ອງ​ການ​ເງິນ 10 ຕື້​ໂດ​ລາ ​ເພື່ອ​ທົດ​ແທນ​ອາ​ວຸດ​ທີ່​ຖືກ​ສົ່ງ​ໄປ​ໃຫ້ ຢູ​ເຄ​ຣນ


ທະ​ຫານ ຢູ​ເຄ​ຣນ ຍິງ​ປືນ​ໃຫຍ່ M777 howitzer ທີ່​ ສະ​ຫະ​ລັດ ສະ​ໜອງ​ໃຫ້ ​ໃສ່​ຕຳ​ແໜ່ງ​ຂອງ ຣັດ​ເຊຍ, ພາກ​ພື້ນ ເຄີ​ສັນ, 9 ມັງ​ກອນ, 2023.
ທະ​ຫານ ຢູ​ເຄ​ຣນ ຍິງ​ປືນ​ໃຫຍ່ M777 howitzer ທີ່​ ສະ​ຫະ​ລັດ ສະ​ໜອງ​ໃຫ້ ​ໃສ່​ຕຳ​ແໜ່ງ​ຂອງ ຣັດ​ເຊຍ, ພາກ​ພື້ນ ເຄີ​ສັນ, 9 ມັງ​ກອນ, 2023.

ທຳ​ນຽບ​ຫ້າ​ແຈ​ແມ່ນ​ກຳ​ລັງ​ຂາດ​ແຄນ​ເງິນ​ປະ​ມານ 10 ຕື້​ໂດ​ລາ​ສຳ​ລັບ​ອາ​ວຸດ​ຂອງກອງ​ທັບ ສະ​ຫະ​ລັດ ທີ່ຕ້ອງ​ການ​ເພື່ອ​ທົດ​ແທນ​ອາ​ວຸດ​ທີ່​ຖືກ​ສົງ​ໄປ​ໃຫ້ ຢູ​ເຄ​ຣນ, ເປັນການ​ຂາດ​ແຄນ​ທີ່​ຮຽກ​ຮ້ອງ​ເງິນ​ເພີ່ມ​ເຕີມ​ຈາກ​ລັດ​ຖະ​ສະ​ພາ​ເພື່ອ​ທຳ​ການ​ແກ້​ໄຂ, ອີງ​ຕາມ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລະ​ດັບ​ສູງ​ຄົນ​ນຶ່ງ.

ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທ​ດ​ທ່ານ​ນາງ ແຄ​ທ​ລີນ ຮິກ​ສ໌ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ “ພວກ​ເຮົາ​ບໍ່​ໄດ້​ຄາດ​ການ​ລ່ວງ​ໜ້າ​ເຖິງ​ທາງ​ເລືອກ​ອື່ນ​ທີ່​ເປັນ​ໄປ​ໄດ້​ ນອກ​ຈາກ​ຮ່າງ​ກົດ​ໝາຍ​ເງິນ​ທຶນ​ເສີມ ຫຼື ເອົາ​ເງິນ​ນັ້ນ​ເພີ່ມ​ເຂົ້າ​ໃນ​ຮ່າງ​ກົດ​ໝາຍ​ການ​ຈັດ​ສັນ​ງົບ​ປະ​ມານ​ເພື່ອ​ທີ່​ຈະ​ບັນ​ລຸ​ການ​ຕື່ມ​ເຕັມ​ໃໝ່​ທີ່​ພວກ​ເຮົາ​ຕ້ອງ​ການ​ນັ້ນ.”

ເຈົ້າ​ໜ້າ​ທີ່​ອີກ​ຄົນ​ນຶ່ງ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ພວກ​ເຮົາ​ຄົງ​ຈະ​ເບິ່ງ​ປະ​ມານ 10 ຕື້​ໂດ​ລາ​ເພື່ອ​ທົດ​ແທນ​ທຸກ​ສິ່ງ, ທຸກ​ຢ່າງ​ທີ່​ພວກ​ເຮົາ​ໄດ້​ມອບ​ໃຫ້ ​ໃນ​ແງ່​ຂອງ​ສຳ​ພາ​ລະໃຫ້ ຢູ​ເຄ​ຣນ.”

ບັນ​ດາ​ເຈົ້າ​ໜ້າ​ທີ່ທຳ​ນຽບ​ຫ້າ​ແຈ​ຄາດ​ວ່າ ​ຈະ​ໄດ້​ຮັບ​ເງິ​ນ​ທຶນ ​ເພື່ອ​ຕື່ມ​ເຕີມ​ຄັງ​ທີ່​ວ່າ​ນັ້ນ​ ໃນ​ການ​ຮຽກ​ຮ້ອງ​ເງິນ​ທຶນ​ເພີ່ມ​ເຕີມ​ຈາກ​ລັດ​ຖະ​ບານ ​ທ່ານ ໄບ​ເດັນ, ເຊິ່ງ​ລວມ​ມີ​ເງິນ​ເພີ່ມ​ເຕີມຫຼາຍ​ພັນ​ລ້ານ​ໂດ​ລາ​ໃນ​ການ​ຊ່ວຍ​ເຫຼືອ​ສຳ​ລັບ ຢູ​ເຄ​ຣນ, ອິ​ສ​ຣາ​ແອ​ລ ແລະ ໄຕ້​ຫວັນ. ແນວ​ໃດ​ກໍ່​ຕາມ, ລັດ​ຖະ​ສະ​ພາ​ແມ່ນ​ຍັງ​ບໍ່​ໄດ້​ຮັບ​ຜ່ານ​ຮ່າ​ງ​ກົດ​ໝາຍ​ການ​ຊ່ວຍ​ເຫຼືອ​ເພີ່ມ​ເຕີມ, ຍ້ອນ​ການ​ໂຕ້​ຖຽງກັນ ກ່ຽວ​ກັບ ​ງົບ​ປະ​ມານ​ໃຊ້​ຈ່າຍ ແລະ ຄວາມ​ປອດ​ໄພ​ຢູ່​ເຂດ​ຊາຍ​ແດນ ສະ​ຫະ​ລັດ.

ການ​ຂາດ​ແຄນ​ດັ່ງ​ກ່າວ​ແມ່ນ​ສອດ​ຄ່ອງ​ກັບ​ສິ່ງ​ທີ່​ທຳ​ນຽບ​ຂາວ​ໄດ້​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ຊ່ວຍ​ເຫຼືອ​ທີ່​ຖືກ​ສົ່ງ​ໄປ ຢູ​ເຄ​ຣນ. ໃນ​ເດືອນ​ມິ​ຖຸ​ນາ​ທີ່​ຜ່ານ​ມາ, ທຳ​ນຽບ​ຫ້າ​ແຈ​ໄດ້​ກ່າວ​ວ່າ​ ເຂົາ​ເຈົ້າ​ໄດ້​ປະ​ເມີນ​ຄ່າ​ອາ​ວຸດ​ທີ່​ຖືກ​ສົ່ງ​ໄປ​ໃຫ້​ ຢູ​ເຄ​ຣນ ສູງ​ເກີນ​ໄປ ​ປະ​ມານ 6.2 ຕື້​ໂດ​ລາ​ໃນ​ສອງ​ປີ​ທີ່​ຜານ​ມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG