ທຳນຽບຫ້າແຈກ່າວວ່າ ຕົນກຳລັງວາງແຜນ ທີ່ຈະຈັດການເດີນສວນສະໜາມ ທາງ
ທະຫານ ທີ່ຮ້ອງຂໍ ໂດຍປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ໃນທ້າຍປີນີ້
ແຕ່ກໍກ່າວວ່າ ການສະເຫຼີມສະຫຼອງ ຈະບໍ່ຮວມທັງພວກລົດຫຸ້ມເກາະ ທີ່ອາດຈະທຳ
ລາຍຖະໜົນຫົນທາງ ໃນນະຄອນຫຼວງວໍຊິງຕັນ.
ປະທານາທິບໍດີໄດ້ຮ້ອງຂໍໃນເດືອນແລ້ວນີ້ ໃຫ້ທຳນຽບຫ້າແຈສຶກສາເບິ່ງຄວາມເປັນ
ໄປໄດ້ ກ່ຽວກັບການຈັດ ການເດີນສວນສະໜາມຂອງພວກທະຫານ ຢູ່ໃນນະຄອນ
ຫຼວງຂອງສະຫະລັດ ໃນວັນທີ 11 ພະຈິກ ຊຶ່ງເປັນວັນນັກລົບເກົ່າ.
ບັນທຶກຂອງທຳນຽບຫ້າແຈ ທີ່ເປີດເຜີຍໃນວັນສຸກວານນີ້ກ່າວວ່າ ການເດີນສວນສະ
ໜາມຈະສິ້ນສຸດລົງດ້ວຍ "ອົງປະກອບຂະໜາດໃຫຍ່ທາງອາກາດ" ຊຶ່ງ ໝາຍຄວາມ
ວ່າ ຈະມີເຮືອບິນຢ່າງຫຼວງຫຼາຍເຂົ້າຮ່ວມສະແດງ.
ບັນທຶກດັ່ງກ່າວຍັງເວົ້າວ່າ “ຮວມທັງລົດ ທີ່ມີຕີນຢາງເທົ່ານັ້ນ ບໍ່ມີການພິຈາລະນາ
ເລື່ອງລົດຫຸ້ມເກາະ ເພື່ອຫຼຸດຄວາມເສຍຫາຍໃຫ້ໜ້ອຍທີ່ສຸດ ຕໍ່ພື້ນຖານໂຄງລ່າງໃນ
ທ້ອງຖິ່ນ.”
ບັນທຶກສະບັບນີ້ໄດ້ຂຽນຂຶ້ນໂດຍຫ້ອງການລັດຖະມົນຕີກະຊວງປ້ອງກັນປະເທດ
ທ່ານຈິມ ແມັຕຕິສ ເພື່ອເປັນຄຳແນະນຳໃນເບື້ອງຕົ້ນ ໃຫ້ແກ່ ປະທານເສນາທິການຮ່ວມຂອງກອງທັບສະຫະລັດ ຊຶ່ງຈະເປັນຜູ້ຈັດການເດີນສວນສະໜາມນັ້ນ.
ຄຳແນະນຳກ່າວວ່າ ການເດີີນສວນສະໜາມຄວນເນັ້ນໜັກໃສ່ “ການປະກອບສ່ວນ
ຂອງພວກນັກລົບເກົ່າສະຫະລັດ ໃນຕະຫຼອດປະຫວັດສາດ” ເລີ້ມຈາກສົງຄາມປະຕິ
ວັດເພື່ອເອກກະລາດອາເມຣິກັນແລະຄວນຮວມທັງບັນດານັກລົບ ທີ່ໃສ່ເຄື່ອງແບບ
ໃນແຕ່ລະສະໄໝ. ຄຳແນະນຳນີ້ຍັງກ່າວວ່າ ຝູງບິນທີ່ຈະໃຊ້ຢູ່ໃນຕອນທ້າຍຂອງການ
ເດີນສວນສະໜາມນັ້ນ ຄວນຮວມທັງ “ເຮືອບິນສະໄໝເກົ່າ ທີ່ມີຢູ່ນັ້ນ.”
ທຳນຽບຫ້າແຈກ່າວວ່າ ການເດີນສວນສະໜາມ ຊຶ່ງຈະເລີ້ິມຈາກທຳນຽບຂາວໄປສູ່່ຕຶກລັດຖະສະພາສະຫະລັດ ຄວນຈະ “ເນັ້ນໜັກໃສ່ຄຸນຄ່າຂອງອິດສະຫຼະ ພາບ.”
ວັນພັກນັກລົບເກົ່າທີ່ຈະຈັດຂຶ້ນປີນີ້ ແມ່ນບັງເອີນມີຂຶ້ນພ້ອມກັນກັບການສະຫຼອງ ວັນ
ຄົບຮອບ 100 ປີ ໃນການສິ້ນສຸດລົງຂອງສົງຄາມໂລກຄັ້ງທີ 1.
ຄວາມໄຝ່ຝັນໃນການຢາກໃຫ້ມີການເດີນສວນສະໝາມຂອງກອງທັບໄດ້ເລີ້ມຂຶ້ນຫລັງ
ຈາກປະທານາທິບໍດີ ທຣໍາ ໄດ້ໄປຮ່ວມພິທີສວນສະໜາມ ໃນວັນຊາດຂອງ ຝຣັ່ງ ທີ່ີ
ນະຄອນຫຼວງປາຣີ ໃນວັນທີ 14 ເດືອນກໍລະກົດ ປີກາຍນີ້ ເວລາທ່ານ ແລະສະຕີໝາຍ
ເລກນຶ່ງ ທ່ານນາງເມລາເນຍ ທຣໍາໄດ້ເປັນແຂກຂອງປະທານາ ທິບໍດີຝຮັ່ງ ທ່ານ ເອັມ
ມານູແອລ ມາກຣົງ ແລະພັນລະຍາຂອງທ່ານ ທ່ານນາງ ບຣິຈິສຕ໌.
ການເດີນສວນສະໜາມຂອງກອງທັບຢູ່ໃນສະຫະລັດ ໂດຍທົ່ວໄປແລ້ວແມ່ນບໍ່ຄ່ອຍມີ
ກັນ. ໃນປີ 1991 ກອງທະຫານສະຫະລັດ ໄດ້ເດີນສວນສະໜາມຜ່ານນະຄອນຫຼວງ
ວໍຊິງຕັນ ເພື່ອສະເຫລີມສະຫຼອງການຂັບໄລ່ກຳລັງອີຣັກຂອງຊາດາມ ຮຸສເຊນ ອອກ
ຈາກຄູເວດ ໃນສົງຄາມອ່າວເປີເຊຍ.