ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີການສົ່ງເຊື້ອ Anthrax ດ້ວຍຄວາມຜິດພາດ ໄປໃຫ້ຫ້ອງ​ແລັບ ຫຼາຍແຫ່ງ


Pentagon Anthrax
please wait
Embed

No media source currently available

0:00 0:00:30 0:00

ມີ​ຫຼາຍ​ກວ່າ 20 ຄົນ​ໄດ້​ເຂົ້າ​ໄປ​ຮັບ​ການ​ຮັກສາ​ດູ​ແລ​ຂັ້ນຕົ້ນເພື່ອ
ເປັນການປ້ອງກັນໄວ້ກ່ຽວກັບເຊື້ອ Anthrax ຫຼັງ​ຈາກ​ທີ່ທາງ
ກອງທັບສະຫະລັດ ​ໄດ້​ເກີດ​ຄວາມ​ຜິດພາດ​ສົ່ງ​ຕົວຢ່າງ​ແທ້ຂອງ
ເຊື້ອແບັກທີເຣຍທີ່ຮ້າຍແຮງດັ່ງກ່າວ ໄປໃຫ້ຫ້ອງ​ແລັບ​ຂອງ
ພົນລະ​ເຮືອນ ຢູ່​ໃນ 9 ລັດ ​ແລະ​ຫ້ອງແລັບ​ທະຫານແຫ່ງນຶ່ງ
​ໃນ​ເກົາຫຼີ​ໃຕ້​ນຳ.

​ເຈົ້າ​ໜ້າ​ທີ່​ ກ່າວວ່າ ພວກ​ພະນັກງານ​ຂອງ 4 ຫ້ອງ​ແລັບ ​ໃນ​ສະຫະລັດ ພ້ອມທັງເຈົ້າ​ໜ້າ​ທີ່ 22 ຄົນ ​ທີ່ຖານ​ທັບ​ອາກາດ Osan ​ນອກ​ນະຄອນ​ຫຼວງໂຊ​ລ ອາດ​ຈະ​ຕິດເຊື້ອ Anthrax ທີ່​ຖືກ​ສົ່ງ​ໄປຈາກ​ຖານທັບ​ທະຫານ​ບົກ Dugway Proving Ground ​ໃນ​ລັດ Utah ທາງພາກຕາ​ເວັນ​ຕົກ​ຂອງ​ສະຫະລັດ. ຫ້ອງແລັບທັງຫຼາຍ​ແມ່ນຄວນ​ຈະ​ໄດ້ຮັບ​ເຊື້ອ Anthrax ທີ່ ຕາຍແລ້ວ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ໂຄງການຂອງ​ທຳນຽບຫ້າ​ແຈ ເພື່ອ​ພັດ​ທະ​ນາ​ໃນ​ການ​ກວດສອບກ່ຽວ
ກັບການລະບຸໃນການຂົ່ມຂູ່ທາງດ້ານຊີວະວິທະຍາພາກສະໜາມ.

ບັນດາ​ຫ້ອງ​ແລັບ​ຕ່າງໆ ທີ່​ໄດ້​ຮັບ​ເຊື້ອ Anthrax ທີ່ຍັງ​ມີ​ຊີວິດຢູ່ນັ້ນ ແມ່ນຕັ້ງຢູ່​ໃນ​ລັດ California Tennessee, Delaware, Maryland, New Jersey, New York, Texas, Virginia ​ແລະ Wisconsin. ​ຫ້ອງ​ແລັບທີ່​ລັດ Maryland ​ໄດ້ເຕືອນ​ພວກ​ເຈົ້າ​ໜ້າ​ທີ່​ກ່ຽວ​ກັບ​ເລື້ອງ​ຕົວຢ່າງ​ຂອງ​ເຊື້ອແບັກທີເຣຍທີ່ຍັງ​ມີ​ຊີວິດ ​ທີ່ໄດ້​ຮັບ​ນັ້ນ ​ໃນ​ສັບປະດາ​ທີ່​ຜ່ານມາ​ນີ້.

​ໂຄສົກ​ຂອງ​ນຳ​ນຽບຫ້າ​ແຈ ທ່ານພັນ​ເອກ Steven Warren ​ໄດ້ໃຫ້ການ​ຄ້ຳປະກັນແກ່​ຊາວ​ອາ​ເມຣິກັນ​ທັງຫຼາຍ​ວ່າ ມັນ​ບໍ່​ໄດ້​ເປັນ​ອັນຕະລາຍ​ຮ້າຍ​ແຮງ ​ແລະຍັງ​ບໍ່​ມີ​ກໍລະນີທີ່ຕ້ອງ​ສົງ​ໄສ ຫຼືໄດ້ຮັບການ​ຢືນຢັນກ່ຽວກັບການ​ຕິດ​ເຊື້ອ​ດັ່ງກ່າວ ຂອງ​ພວກ​ພະນັກງານ​ຫ້ອງ​ແລັບ. ກອງທັບສະຫະລັດກ່າວ​ວ່າ ​ຕົວຢ່າງຂອງ​ເຊື້ອ​ໄວ Anthrax ທີ່ຍັງມີຊີວິດ ທີ່​ໄດ້​ຖືກສົ່ງ​ໄປ​ຍັງຖານ​ທັບ​ອາກາດ Osan ນັ້ນ ໄດ້ຖືກ​ທຳລາຍແລ້ວ.

XS
SM
MD
LG