ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຫ້າແຈ ຈະຈົ່ງກອງທະຫານ ຈຳນວນຫຼາຍ ໄວ້ໃນ ອັຟການິສຖານ ເພື່ອປ້ອງກັນ ສະຖານທູດ ແລະ ສະໜາມບິນ


ທະຫານ ສະຫະລັດ ນັ່ງຢູ່ກ້ອງທຸກຊາດ ອາເມຣິກັນ ທີ່ຖືກຕັ້ງຂຶ້ນເພື່ອລະນຶກເຖິງວັນຄົບ 10 ປີຂອງການໂຈມຕີທີ 11 ກັນຍາ, ຢູ່ຖານທັບ ໃນແຂວງ ຄູນາ, ອັຟການິສຖານ.
ທະຫານ ສະຫະລັດ ນັ່ງຢູ່ກ້ອງທຸກຊາດ ອາເມຣິກັນ ທີ່ຖືກຕັ້ງຂຶ້ນເພື່ອລະນຶກເຖິງວັນຄົບ 10 ປີຂອງການໂຈມຕີທີ 11 ກັນຍາ, ຢູ່ຖານທັບ ໃນແຂວງ ຄູນາ, ອັຟການິສຖານ.

ສະຫະລັດ ຈະປະກອງທະຫານຈຳນວນນຶ່ງທີ່ໃຫຍ່ກວ່າກຸ່ມຮັກສາຄວາມປອດໄພທົ່ວໄປຫຼາຍໄວ້ໃນ ອັຟການິສຖານ ເພື່ອປ້ອງກັນສະຖານທູດຂອງເຂົາເຈົ້າໃນນະຄອນຫຼວງ ກາບູລ, ພ້ອມກັບກອງກຳລັງ ອາເມຣິກັນ ຢູ່ສະໜາມບິນ ກາບູລ ເພື່ອຊ່ວຍປ່ອງກັນສະຖານທີ່ໆສຳຄັນ ສຳລັບໄລຍະນຶ່ງ, ທຳນຽບຫ້າແຈ ໄດ້ຢືນຢັນໃນວັນອັງຄານວານນີ້.

ໂຄສົກທຳນຽບຫ້າແຈ ທ່ານ ຈອນ ເຄີບີ ໄດ້ກ່າວຕໍ່ບັນດານັກຂ່າວໃນລະຫວ່າງ ກອງປະຊຸມລາຍ ງານໃນວັນອັງຄານວານນີ້ວ່າ “ອັຟການິສຖານ ຈະບໍ່ຖືກປະຕິບັດຄືກັບປະເທດອື່ນໆ ເຊິ່ງພວກເຮົາມີຍາມຮັກສາຄວາມປອດໄພຈາກກອງທັບນາວິກະໂຍທິນ. ຂ້າພະເຈົ້າໝາຍຄວາມວ່າ, ມັນແມ່ນ ອັຟການິສຖານ, ແລະ ພວກເຮົາເຂົ້າໃຈລັກສະນະກຳລັງວັງຊາຂອງໄພຂົ່ມຂູ່ຢູ່ທີ່ນັ້ນ.”

ທ່ານ ເຄີບີ ໄດ້ກ່າວຕື່ມວ່າ ສະຫະລັດ “ແມ່ນກຳລັງເຮັດວຽກເພື່ອຫາລາຍລະອຽດບາງຢ່າງ ກ່ຽວ ກັບ ວ່າສະຖານະການດ້ານຄວາມປອດໄພຈະເປັນແນວໃດຢູ່ສະໜາມບິນ.”

ທ່ານໄດ້ກ່າວວ່າ “ໃນຂະນະທີ່ທ່ານ ແລະ ຂ້າພະເຈົ້າເວົ້າ, ມັນມີກຳລັງທະຫານ ສະຫະລັດ ຢູ່ສະ ໜາມບິນ. ອະນາຄົດຂອງມັນຈະເປັນແນວໃດນັ້ນ, ພວກເຮົາແມ່ນບໍ່ຮູ້ຈັກໃນເວລານີ້.”

ທຳນຽບຫ້າແຈບໍ່ໄດ້ຢືນຢັນລາຍງານ ກ່ຽວກັບ ຕົວເລກຂອງກອງກຳລັງທະຫານທີ່ສະເພາະເຈາະ ຈົງທີ່ຈະຍັງຢູ່ ຫຼັງຈາກການຖອນຕົວແມ່ນແລ້ວສຳເລັດ.

ອົງການຂ່າວ AP ໄດ້ລາຍງານໃນອາທິດທີ່ຜ່ານມາວ່າ ກຳລັງທະຫານ ສະຫະ ລັດ ປະມານ 650 ຄົນ ແມ່ນຄາດວ່າຈະຍັງຢູ່ໃນ ອັຟການິສຖານ ເພື່ອສະໜອງການຮັກສາຄວາມປອດໄພ ສຳລັບັນດານັກການທູດຫຼັງຈາກການຖອນຕົວ, ເຊິ່ງແມ່ນມີກຳນົດທີ່ຈະແລ້ວສຳເລັດສ່ວນໃຫຍ່ໃນສອງສາມອາທິດຂ້າງໜ້ານີ້. ບັນດາເຈົ້າໜ້າທີ່ໄດ້ກ່າວຕໍ່ອົງການຂ່າວ AP ວ່າ ກອງກຳລັງ ອາເມຣິກັນ ເພີ່ມເຕີມອີກຫຼາຍຮ້ອຍຄົນຈະຄົງຢູ່ສະໜາມບິນ ກາບູລ, ເຊິ່ງມີຄວາມເປັນໄປໄດ້ວ່າຈະຢູ່ຈົນຮອດເດືອນກັນຍາ, ເພື່ອຊ່ວຍກຳລັງທະຫານ ເທີກີ ສະໜອງການຮັກສາຄວາມປອດໄພ.

ບັນດາເຈົ້າໜ້າທີ່ບໍ່ໄດ້ຖືກອະນຸຍາດໃຫ້ລົມ ກ່ຽວກັບ ລາຍລະອຽດຂອງການຖອນຕົວ ແລະ ໄດ້ກ່າວຕໍ່ອົງການຂ່າວ AP ໂດຍບໍ່ລະບຸຊື່.

ນັບຕັ້ງແຕ່ວັນທີ 1 ພຶດສະພາ ເປັນຕົ້ນມາ, ເວລາທີ່ການຖອນຕົວໄດ້ເລີ່ມຂຶ້ນນັ້ນ, ກຸ່ມຕາລີບານ ໄດ້ຂະຫຍາຍການຄວບຄຸມເມືອງຕ່າງໆເປັນສອງເທົ່າ, ອີງຕາມມູນນິທິເພື່ອການປ້ອງກັນປະຊາ ທິປະໄຕ Long War Journal. ກຸ່ມຕາລີບານໄດ້ເຂົ້າຄວບຄຸມຫຼາຍກວ່າ 80 ເມືອງໃນສອງເດືອນທີ່ຜ່ານມາ, ລວມເປັນຈຳນວນທັງໝົດ 157 ເມືອງທີ່ຖືກຄວບຄຸມໂດຍກຸ່ມຕາລີບານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG