ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

​ຜ​ູ້​ຕ້ອງ​ສົງ​ໄສ​ທຳ​ການ​ຮົ່ວ​ໄຫຼ​ເອ​ກະ​ສານ​ລັບ​ຂ​ອງ​ທຳ​ນຽບ​ຫ້າ​ແຈ ຄາດ​ວ່າ​ ຈະ​ສາ​ລະ​ພາບ​ຜິດ ໃນ​ຄະ​ດີ​ລັດ​ຖະ​ບານ​ກາງ


ເຈົ້າ​ໜ້າ​ທີ່ກອງ​ກຳ​ລັງ​ພິ​ທັກ​ດິນ​ແດນ​ທາງ​ອາ​ກາດ​ຂອງ​ລັດ ແມ​ສ​ຊາ​ຈູ​ເຊັດ​ສ໌ ທ່ານ ແຈັກ ເທ​ເຊ​ຣາ ປາ​ກົດ​ຕົວ​ໃນ​ສານ​ປະ​ຈຳ​ເຂດ ສະ​ຫະ​ລັດ ໃນ​ນະ​ຄອນ ບອ​ສ​ຕັນ, 14 ເມ​ສາ 2023.
ເຈົ້າ​ໜ້າ​ທີ່ກອງ​ກຳ​ລັງ​ພິ​ທັກ​ດິນ​ແດນ​ທາງ​ອາ​ກາດ​ຂອງ​ລັດ ແມ​ສ​ຊາ​ຈູ​ເຊັດ​ສ໌ ທ່ານ ແຈັກ ເທ​ເຊ​ຣາ ປາ​ກົດ​ຕົວ​ໃນ​ສານ​ປະ​ຈຳ​ເຂດ ສະ​ຫະ​ລັດ ໃນ​ນະ​ຄອນ ບອ​ສ​ຕັນ, 14 ເມ​ສາ 2023.

ທ່ານ ແຈັກ ເທ​ເຊ​ຣາ, ສະ​ມາ​ຊິກ​ຂອງ​ກຳ​ລັງ​ພິ​ທັກ​ດິນ​ແດ​ນ​ແຫ່ງ​ຊາດ​ທາງ​ອາ​ກາດ​ຂອງ​ລັດ ແມ​ສ​ຊາ​ຈູ​ເຊັດ​ສ໌ ທີ່ຖືກ​ກ່າວ​ຫາ ກ່ຽວ​ກັບ ການ​ຮົ່ວ​ໄຫຼ​ຂອງ​ເອ​ກະ​ສານ​ທາງ​ທະ​ຫານ​ທີ່​ເປັນ​ຄວາມ​ລັບ​ຢ່າງ​ສູງ​ໃນ​ສື່​ສັງ​ຄົມ​ນຶ່ງ, ແມ່ນ​ຄາດ​ວ່າ​ ຈະ​ສາ​ລະ​ພາບ​ຜິດ​ໃນ​ຄະ​ດີ​ລັດ​ຖະ​ບານ​ກາງ​ຂອງ​ລາວ, ອີງ​ຕາມ​ເອ​ກະ​ສານ​ຂອງ​ສານ​ທີ່​ຖືກ​ຍື່ນ​ຟ້ອງ ​ໃນ​ວັນ​ພະ​ຫັດ​ວານນີ້.

ບັນ​ດາ​ໄອ​ຍະ​ການ​ໄດ້​ຂໍ​ຜູ້​ພິ​ພາກ​ສາ​ ໃຫ້​ກຳ​ນົດ​ເວລາ ໃນການພິຈາລະນາຮັບຟັງການ​ປ່ຽນ​ແປງ​ຄຳສາລະພາບ, ແຕ່ບໍ່​ມີ​ລາຍ​ລະ​ອຽດ​ອື່ນໆ​ອອກ​ມາ​ໃນ​ທັນ​ທີເທື່ອ. ຜູ້​ພິ​ພາກ​ສາໄດ້​ກຳ​ນົດ​ທີ່​ຈະ​ພິຈາລະນາຮັບຟັງຄະດີ ​ຢູ່​ສານ​ລັດ​ຖະ​ບາ​ກາງ​ຂອງ​ນະ​ຄອນ ບອ​ສ​ຕັນ ໃນ​ວັນ​ຈັນ​ອາ​ທິດ​ໜ້າ.

ທ່ານ ເທ​ເຊ​ຣາ ກ່ອນ​ໜ້ານີ້ ​ໄດ້​ສາ​ລະ​ພາບວ່າ ບໍ່​ມີ​ຄວາມ​ຜິດ​ໃນ​ຂໍ້​ຫາ 6 ກະ​ທົງ ກ່ຽວ​ກັບ ​ການຈົງໃຈເກັບ​ຮັກ​ສາ ແລະ ການ​ສົ່ງຕໍ່​ຂໍ້​ມູນ​ດ້ານການປ້ອງ​ກັນ​ປະ​ເທດ. ແຕ່​ລະ​ກະ​ທົງ​ແມ່ນ​ສາ​ມາດຖືກ​ລົງ​ໂທດ​ຂັງ​ຄຸກ​ໄດ້​ເຖິງ 10 ປີ.

ຫ້ອງ​ການ​ໄອ​ຍະ​ກາ ສະ​ຫະ​ລັດ ຂອງ​ລັດ ແມ​ສ​ຊາ​ຈູ​ເຊັດ​ສ໌ ໄດ້​ປະ​ຕິ​ເສດ​ທີ່​ຈະ​ໃຫ້​ຄຳ​ເຫັນ​ເພີ່ມ​ເຕີມ. ທະ​ນາ​ຍ​ຄວາມ​ຄົນ​ນຶ່ງ​ຂອງ​ທ່ານ ເທ​ເຊ​ຣາ ກໍ​ບໍ່​ໄດ້​ຕອບ​ຂໍ້​ຄວາມ​ທາງ​ໂທ​ລະ​ສັບ​ໃນ​ທັນ​ທີ ​ເມື່ອ​ວັນ​ພະ​ຫັດ​ວານນີ້.

ທ່ານ ເທ​ເຊ​ຣາ, ຈາກ​ເມືອງ ນອດ​ທ໌ ດາຍ​ຕັນ (North Dighton) ຂອງ​ລັດ ແມ​ສ​ຊາ​ຈູ​ເຊັດ​ສ໌, ແມ່ນ​ຖືກ​ຂັງ​ຄຸກ​ນັບ​ຕັ້ງ​ແຕ່​ລາວ​ຖືກ​ຈັບ​ກຸມ​ເມື່ອ​ເດືອນ​ເມ​ສາ​ທີ່​ຜ່ານ​ມາ, ສຳ​ລັບ​ການ​ຮົ່ວ​ໄຫຼ​ຂໍ້​ມູນ​ທີ່​ໄດ້​ເຮັດ​ໃຫ້​ລັດ​ຖະ​ບານ​ທ່ານ ໄບ​ເດັນ ຕ້ອງ​ຟ້າວ​ຝັ່ງ​ປະ​ເມີນ​ຜົນ ແລະ ຄວບ​ຄຸມ​ຄວາມ​ເສຍ​ຫາຍ​ໃນ​ປະ​ຊາ​ຄົມ​ສາ​ກົນ ແລະ ຮັບ​ປະ​ກັນ​ຕໍ່​ບັນ​ດາ​ພັນ​ທະ​ມິດຄືນວ່າ ​ຄວາມ​ລັບ​ຂອງ​ເຂົາ​ເຈົ້າ​ແມ່ນ​ປອດ​ໄພ​ກັບ ສະ​ຫະ​ລັດ.

ລາວ​ຖືກ​ກ່າວ​ຫາ ກ່ຽວ​ກັບ ການ​ເຜີຍ​ແຜ່​ເອ​ກະ​ສານ​ລັບ​ທາງ​ທະ​ຫານ ກ່ຽວ​ກັບ ສົງ​ຄາມ​ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ ແລະ ຫົວ​ຂໍ້​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ທີ່​ລະ​ອຽດ​ອ່ອນ​ອື່ນໆ​ໃນ​ສື່​ສັງ​ຄົມ Discord ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ໂດຍ​ຄົນ​ຜູ້​ທີ່ຫຼິ້ນ​ເກມ​ອອນ​ໄລ​ນ໌. ບັນ​ດາ​ນັກ​ສື​ບ​ສວນ​ສອບ​ສວນ​ເຊື່ອ​ວ່າ ​ລາວ​ໄດ້​ນຳ​ພາ​ກຸ່ມ​ສົນ​ທະ​ນາ​ສ່ວນ​ຕົວ​ກຸ່ມ​ນຶ່ງ​ທີ່​ເອີ້ນ​ວ່າ Thug Shaker Central, ບ່ອນ​ທີ່​ພວກ​ທີ່​ມີ​ຄວາມ​ກະ​ຕື​ລື​ລົ້ນ​ພາ​ກັນ​ເວົ້າ​ຕະຫຼົກ​ນຳ​ກັນ, ເວົ້າ ກ່ຽວ​ກັບຊະ​ນິດ​ປືນ​ທີ່​ເຂົາ​ເຈົ້າ​ມັກ ແລະ ລົມ​ເລື່ອງ​ສົງ​ຄາມ, ລວມ​ທັງ​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG