ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ທຳ​ນຽບ​ຫ້າ​ແຈ​ກ່າວ​ວ່າ ການ​ທົບ​ທວນ​ສິ່ງ​ທີ່​ຖືກ​ຄົ້ນ​ພົບ ໃນ​ການ​ຮົ່ວ​ໄຫຼ​ເອ​ກະ​ສານລັບ ຈະ​ມີ​ຄວາມ​ພ້ອມ​ໃນ 45 ວັນ


ໂຄ​ສົກ​ທຳ​ນຽບ​ຫ້າ​ແຈ ທ່ານ​ນາງ ຊາບ​ຣີ​ນາ ຊິງ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ລາຍ​ງານ​ຕໍ່​ນັກ​ຂ່າວ​ຢູ່​ທຳ​ນຽບ​ຫ້າ​ແຈ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 17 ເມ​ສາ 2023.
ໂຄ​ສົກ​ທຳ​ນຽບ​ຫ້າ​ແຈ ທ່ານ​ນາງ ຊາບ​ຣີ​ນາ ຊິງ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ລາຍ​ງານ​ຕໍ່​ນັກ​ຂ່າວ​ຢູ່​ທຳ​ນຽບ​ຫ້າ​ແຈ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 17 ເມ​ສາ 2023.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ​ະ​ຫະ​ລັດ ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ ວ່າ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ການ​ຄົ້ນ​ພົບຕ່າງໆ​ພາຍ​ໃນ 45 ວັນ​ ຈາກ​ການ​ທົບ​ທວນ​ຂອງ​ເຂົາ​ເຈົ້າ ກ່ຽວ​ກັບ ການ​ຮົ່ວ​ໄຫຼ​ເອ​ກະ​ສານ​ລັບ​ເມື່ອບໍ່​ດົນ​ມານີ້, ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເລັ່ງ​ທຳ​ການ​ປະ​ເມີນ​ຜົນ​ຢ່າງວ່ອງ​ໄວ​ວ່າ ​ການ​ຮົ່ວ​ໄຫຼດັ່ງ​ກ່າວ​ນັ້ນ​ ໄດ້​ເກີດ​ຂຶ້ນ​ແນວ​ໃດ.

ໂຄ​ສົກ​ທຳ​ນຽບ​ຫ້າ​ແຈ ທ່ານ​ນາງ ຊາບ​ຣີ​ນາ ຊິງ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ເມື່ອ​ວັນ​ຈັນ​ວານນີ້​ວ່າ “ພວກ​ເຮົາ​ໄດ້​ມາ​ທີ່ນີ້​ເພື່ອ​ຊອກ​ຫາ​ຂໍ້​ເທັດ​ຈິງ ແລະ ວ່າ​ການ​ທົບ​ທວນນີ້​ຈະ​ເຮັດ​ຫຍັງ.”

ທ່ານ​ນາງ​ໄດ້​ກ່າວ​ວ່າ​ກະ​ຊວງ “ຈະ​ສືບ​ຕໍ່​ເຮັດ​ວຽກ​ໝົດ​ມື້​ໝົດ​ຄືນ ເພື່ອ​ທຳ​ຄວາມ​ເຂົ້າ​ໃຈ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ​ ກ່ຽວ​ກັບ ຂອບ​ເຂດ ແລະ ຂະ​ໜາດ​ຂອງ​ການ​ຮົ່ວ​ໄຫຼ​ທີ່​ວ່ານີ້.”

ເມື່ອ​ຖືກ​ຖາມ​ວ່​າ​ມັນ​ອາດ​ຍັງ​ມີ​ເອ​ກະ​ສານ​ກຳ​ລັງ​ໝູນ​ວຽນ​ທາງ​ອອນ​ໄລ​ນ໌​ຕື່ມ​ອີກຫຼືບໍ່​ນັ້ນ, ທ່ານ​ນາງ ຊິງ ໄດ້​ກ່າວ​ວ່າ, “ມັນ​ອ​າດ​ມີ… ພວກ​ເຮົາ​ກຳ​ລັງ​ປະ​ເມີນ​ມັນ​ຢູ່.”

ທ່ານ​ນາງ​ໄດ້​ກ່າວ​ວ່າ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແມ່ນ​ໄດ້​ທຳ​ການ​ດຳ​ເນີນ​ການ​ເພື່ອ​ຈຳ​ກັດ​ຈຳ​ນວນ​ພະ​ນັກ​ງານ​ທີ່​ສາ​ມາດ​ເຂົ້າ​ຫາ​ເອ​ກະ​ສານ​ລັບ.

ທ່າ​ນ​ນາງ ຊິງ ໄດ້​ກ່າວ​ວ່າ “ພວກ​ເຮົາ​ກຳ​ລັງ​ຄັດລາຍ​ຊື່​ການແລກ​ປ່ຽນ​ຂໍ້​ມູນ​ຂອງ​ພວກ​ເຮົາ​ຢູ່ ແລະ ຜູ້​ທີ່​ສາ​ມາດ​ເຂົ້າ​ຫາ​ຂໍ້​ມູນ​ບາງ​ອັນ.” ທ່າ​ນ​ນາງ​ກ່າວ​ຕື່ມ​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ໃຫ້​ຕົວ​ເລກ​ທີ່​ແນ່ນອນ.”

ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ, ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ໄດ້​ຕັ້ງ​ຂໍ້​ກ່າວ​ຫາ​ຕໍ່ທະ​ຫານ​ປ້ອງ​ກັນ​ອາ​ກາດ​ແຫ່ງ​ຊາດ ທ້າວ ແຈັກ ເທ​ເຊ​ຣາ, ອາ​ຍຸ 21 ປີ, ກ່ຽວ​ກັບ ການ​ຮົ່ວ​ໄຫຼ​ເອ​ກະ​ສານ​ລັບ​ເປັນ​ຢ່າງ​ສູງ​ທາງ​ອອນ​ໄລ​ນ໌.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG