ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທໍານຽບຫ້າແຈ ໄດ້ລິເລີ້ມ ການດໍາເນີນຄວາມພະຍາຍາມໃໝ່ ເພື່ອແກ້ໄຂບັນຫາ ທ້າທາຍກ່ຽວກັບຈີນ


ທ່ານ Lloyd Austin, ລັດຖະມົນຕີກະຊວງປ້ອງກັນປະເທດກ່າວຄໍາປາໄສໃນກອງປະຊຸມທີ່ທໍານຽບຫ້າແຈ ໃນວັນທີ 6 ພຶດສະພາ, 2021
ທ່ານ Lloyd Austin, ລັດຖະມົນຕີກະຊວງປ້ອງກັນປະເທດກ່າວຄໍາປາໄສໃນກອງປະຊຸມທີ່ທໍານຽບຫ້າແຈ ໃນວັນທີ 6 ພຶດສະພາ, 2021

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ, ທ່ານລອຍ ອອສຕິນ ໄດ້ເລີ້ມ ຕົ້ນດໍາເນີນຄວາມພະຍາຍາມທົ່ວກະຊວງ ໃນວັນພຸດວານນີ້ ເພື່ອແນໃສ່ແກ້ໄຂເລື້ອງຈີນໃຫ້ມີປະສິດທິຜົນຫຼາຍຂຶ້ນ ໃນຖານະທີ່ເປັນ "ສິ່ງທ້າທາຍທີ່ເພີ້ມຄວາມຮ້າຍແຮງຂຶ້ນຂອງສະຫະລັດ."

ໃນຂະນະທີ່ໂຄງການລິເລີ່ມບາງຢ່າງຍັງຖືກຈັດເປັນຄວາມລັບຢູ່, ເຈົ້າໜ້າທີ່ປ້ອງກັນປະເທດກ່າວຕໍ່ນັກຂ່າວວ່າ ຄວາມພະຍາຍາມດັ່ງກ່າວໄດ້ສ້າງໂຄງສ້າງການ ຈັດຕັ້ງໃໝ່ ເພື່ອຈະຈັດບູລິມະສິດ ໃນການແຂ່ງຂັນກັບຈີນ ແລະເຮັດໃຫ້ແນ່ໃຈວ່າ ສິ່ງທ້າທາຍໃນພາກພື້ນອິນໂດ - ປາຊີຟິກແມ່ນ "ໄດ້ຮັບຄວາມສົນໃຈຕາມ ທີ່ມັນສົມຄວນໄດ້ຮັບ."

ຄວາມພະຍາຍາມດັ່ງກ່າວບໍ່ແມ່ນ "ຍຸດທະສາດໃໝ່ ຫລືການປ່ຽນແປງທິດທາງຈາກຈຸດທີ່ລັດຖະບານຂອງທ່ານໄບເດັນຢູ່ເທົ່າທີ່ມີມາຮອດມື້ນີ້," ອີງຕາມເຈົ້າໜ້າທີ່ປ້ອງກັນປະເທດທ່ານນຶ່ງ ທີ່ກ່າວຕໍ່ພວກນັກຂ່າວໃນວັນພຸດວານນີ້.

"ຄໍາສັ່ງອັນນີ້ ຈາກທ່ານລັດຖະມົນຕີໃນທີ່ສຸດກໍແມ່ນກ່ຽວກັບການເຮັດໃຫ້ພາຍ ໃນກະຊວງເປັນລະບຽບຮຽບຮ້ອຍ, ຮັບປະກັນວ່າກະຊວງເຮັດໃຫ້ໄດ້ຕາມບູລິມະສິດທີ່ໄດ້ລະບຸໄດ້ໃນເລື້ອງຈີນໃນຖານະທີ່ເປັນສິ່ງທ້າທາຍທີ່ເພີ້ມຄວາມຮ້າຍແຮງຂຶ້ນອັນດັບນຶ່ງ,” ນັ້ນຄືຄໍາເວົ້າຂອງເຈົ້າໜ້າທີ່ປ້ອງກັນປະເທດ.

ໂຄງການລິເລີ່ມດັ່ງກ່າວແມ່ນອີງໃສ່ໜ່ວຍສະເພາະກິດກ່ຽວກັບຈີນຢູ່ໃນທໍານຽບຫ້າແຈຊຶ່ງໄດ້ຖືກສ້າງຕັ້ງຂຶ້ນໃນເດືອນກຸມພາຜ່ານມາ ເພື່ອທົບທວນນະໂຍບາຍທີ່ກ່ຽວຂ້ອງກັບຈີນຂອງກະຊວງ ແລະເຮັດໃຫ້ບູລິມະສິດອັນດັບນຶ່ງເດັ່ນຊັດຂຶ້ນ.

ກຸ່ມດັ່ງກ່າວໄດ້ທົບທວນເບິ່ງເອກະສານຫລາຍພັນໜ້າ, ໄດ້ສຳພາດເຈົ້າໜ້າທີ່ປ້ອງກັນປະເທດໃນປັດຈຸບັນ ແລະໃນອະດີດ ແລະໄດ້ປຶກສາຫາລືກັບໜ່ວຍງານອື່ນໆຂອງລັດຖະບານພ້ອມດ້ວຍລັດຖະສະພາ, ອີງຕາມເຈົ້າໜ້າທີ່ທ່ານນັ້ນ.

ໃນລະຫວ່າງການໃຫ້ຮັບຟັງເພື່ອຢັ້ງຢືນເພື່ອຮັບຕໍາແໜ່ງຂອງທ່ານໃນເດືອນມັງກອນຜ່ານມານັ້ນ, ທ່ານ ອອສຕິນ ບອກບັນດາສະມາຊິກລັດຖະສະພາວ່າ ຈີນ "ແມ່ນປະເທດທີ່ມີອິດທິພົນສູງຂຶ້ນເລື້ອຍໆ" ແລະ "ເປັນຄູ່ແຂ່ງທີ່ໜ້າເປັນ ຫ່ວງທີ່ສຸດ ທີ່ພວກເຮົາກຳລັງປະເຊີນຢູ່."

ບັນດາເຈົ້າໜ້າທີ່ສະຫະລັດໄດ້ຍົກເອົາຄວາມກັງວົນກ່ຽວກັບສິ່ງທີ່ພວກເຂົາເຈົ້າເວົ້າ ຄືການສອດແນມທາງດ້ານອຸດສາຫະກຳຂອງຈີນ, ການລັກຂະໂມຍຂໍ້ມູນການຢາຊີວະພາບ ແລະການໝູນໃຊ້ເທັກໂນໂລຈີທີ່ມີທ່າແຮງເຊັ່ນ ເຄືອຂ່າຍໂທລະສັບມືຖື 5G.

ທ່ານແບຣດດລີ ບາວແມນ (Bradley Bowman, ຜູ້ຊ່ຽວຊານດ້ານການປ້ອງກັນປະເທດຂອງມູນນິທິເພື່ອປ້ອງກັນຊາທິປະໄຕກ່າວຕໍ່ວີໂອເອວ່າ ສິ່ງໃດທີ່ ທໍາ ນຽບຫ້າແຈເຮັດ “ເພື່ອເຮັດໃຫ້ຈຸດສຸມຂອງແສງເລເຊີເລັງໃສ່ເພີ່ມອີກ” ກ່ຽວກັບວິທີການ ແລະຍຸດທະສາດຕໍ່ຈີນແມ່ນເປັນສິ່ງທີ່ດີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG