ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການໂຈມຕີ ທາງອາກາດ ຂອງແນວໂຮມ ສັງຫານນັກລົບ ລັດອິສລາມ 2,500 ຄົນ ໃນເດືອນທັນວາ


US-led Airstrikes Kill 2,500 IS Militants in December
please wait

No media source currently available

0:00 0:01:23 0:00

ໂຄສົກ​ຂອງ​ກອງທັບສະຫະລັດກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​
ຂອງ​ແນວ​ໂຮມ​ ພາຍ​ໃຕ້​ການ​ນຳພາ​ ຂອງ​ສະຫະລັດ​ ຕໍ່​ເປົ້າໝາຍ
​ຂອງ​ກຸ່ມ​ລັດ​ອິສລາມ​ໃນ​ອີ​ຣັກ​ແລະ​ຊີ​ເຣຍໄດ້​ສັງຫານ​ພວກ​ຫົວ​ຮຸນ
​ແຮງ​ປະມານ 2,500 ຄົນ ​ໃນ​ເດືອນ​ທັນວາ​ຜ່ານ​ມານີ້ .

ພັນ​ເອກ Steve Warren ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ນັບ​ແຕ່​ການ​
ໂຈມ​ຕີ​ທາງ​ອາ ກາດ​ຂອງແນວ​ໂຮມ​ເລີ້ມຂຶ້ນ ​ໃນ​ເດືອນ​ສິງຫາ​ ປີ
2014​ ກຸ່ມ​ລັດ​ອິສລາມ ​ໄດ້​ສູນ​ເສຍ​ດິນ​ແດນ ທີ່​ຕົນ​ເຄີຍ​ຄວບ​ຄຸມ​
ຢ່າງ​ໜ້ອຍ 20,000 ຕາລາງ​ກິ​ໂລ​ແມັດ​.​ ທ່ານກ່າວ​ວ່າກຸ່ມ​ລັດ​ອິສ
ລາມ​ບໍ່​ສາມາດ​ຍຶດພື້ນທີ່​ໃໝ່​ໃດໆນັບ​ແຕ່​ເດືອນ​ພຶດສະພາ​ປີກາຍ​
ນີ້​ເປັນຕົ້ນມາ.

ເຂດຄວບຄຸມຂອງກຸ່ມລັດອິ້ສລາມ ໃນເດືອນເມສາ ປີ​ 2015
ເຂດຄວບຄຸມຂອງກຸ່ມລັດອິ້ສລາມ ໃນເດືອນເມສາ ປີ​ 2015

ທ່ານ Warren ​ໄດ້​ໃຊ້​ຊື່​ຫຍໍ້​ ຂອງ​ກຸ່ມ​ລັດ​ອິສລາມ ​ໂດຍ​ກ່າວ​ວ່າ​ ພວກ​ເຮົາເຊື່ອ​ວ່າ ​ກຸ່ມ
ISIL ​ເວລາ​ນີ້ກຳລັງ​ຢູ່​ໃນ​ທ່າ​ປ້ອງ​ກັນ.​ ຖ້າເຈົ້າ​ຫາກ​ເປັນ​ພາກສ່ວນ​ຂອງກຸ່ມ ISIL ​ແລ້ວ
ພວກ​ເຮົາ​ກໍ​ຈະ​ຂ້າ​ເຈົ້າ. ນັ້ນຄື​ລະບຽບ​ການ​ຂອງພວກ​ເຮົາ.

ທ່ານ​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ທີ່​ເພີ້ມຂຶ້ນ​ໄດ້​ມີ​ຜົນ​ກະທົບ​ທີ່​ສຳຄັນ​ຕໍ່​ການຜະລິດ
​ນ້ຳມັນ​ຂອງ​ກຸ່ມ ISIL ຫລຸດ​ຈາກ 45 ພັນຖັງ​ຕໍ່​ມື້ ລົງ​ມາ​ເປັນ 34 ພັນ​ຖັງ.

​ໃນ​ອາທິດ​ແລ້ວນີ້ ກຳລັງ​ອີ​ຣັກທີ່​ໄດ້​ຮັບ​ການ​ໜຸນ​ຫລັງຈາກ​ການ​ໂຈມ​ຕີ​ທາງ​ອາກາດຂອງ​
ສະຫະລັດ ​ແລະ​ກຳລັງ​ຊົນ​ເຜົ່າ​ຊຸນ​ນີ່​ ​ໄດ້​ຂັບ​ໄລ່​ກຸ່ມ​ລັດ​ອິສລາມ​ອອກ ຈາກ​ເມືອງ​ຣາມາ​ດີ​
​ເມືອງ​ເອກ​ຂອງ​ແຂວງອານ​ບາ.

ທ່ານ Warren ກ່າວ​ວ່າ ກຳລັງ​ອີຣັກ​ທີ່​ກວດ​ລ້າງກຸ່ມ​ລັດ​ອິສລາມ​ຢູ່​ເມືອງຣາມາ​ດີ​ໄດ້​ຄົ້ນ
ພົບ​ພວກ​ພົນລະ​ເຮືອນ​ ທີ່​ຖືກ​ສັງຫານ ​ແບບ​ປະຫານ​ຊີວິດ​ ​ແລະ​ອີກ​ຈຳນວນ​ນຶ່ງ ​ຖືກ​ໃຊ້​
ເປັນ​ເຄື່ອງ​ກຳ​ບັງ​ລູກປືນ ​ໃຫ້​ກຸ່ມ​ລັດ​ອິສລາມ.​ ທ່ານ​ເວົ້າ​ວ່າ ພົນລະ​ເຮືອນຫຼາຍຮ້ອຍ​ຄົນ
ຮວມທັງ​ເດັກນ້ອຍທີ່ຍັງ​ສືບ​ຕໍ່​ພາກັນ​ຫລົບ​ໜີ​ຈາກ​ເມືອງ​ດັ່ງກ່າວ ແມ່ນ​ໄດ້​ຮັບ​ການ​ຊ່ອຍ
​ເຫລືອ​ຈາກ​ກຳລັງ​ຂອງ​ອີຣັກ.

Iraq US Islamic State
please wait
Embed

No media source currently available

0:00 0:00:36 0:00

XS
SM
MD
LG