ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທຳ​ນຽບ​ຫ້າ​ແຈ ກ່າວ​ວ່າ ທະ​ຫານ​ອີ​ຣ່ານ ມີ​ໜ້າ​ຢູ່​ໃນ​ຢູ​ເຄ​ຣນ ເພື່ອ​ຊ່ວຍ​ຣັດ​ເຊຍ ໃຊ້​ໂດ​ຣນທຳ​ການ​ໂຈມ​ຕີ


ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ ຍິງ​ປືນ​ຂຶ້ນ​ໃສ່​ໂດ​ຣນໂຈມ​ຕີຂອງ​ຣັດ​ເຊຍ ຊຶ່ງ​ພວກ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ກ່າວ​ວ່າ ເປັນ​ໂດ​ຣນ Shahed-136 ທີ່​ເຮັດ​ໂດຍ​ອີ​ຣ່ານ ທີ່​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 17 ຕຸ​ລາ 2022.
ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ ຍິງ​ປືນ​ຂຶ້ນ​ໃສ່​ໂດ​ຣນໂຈມ​ຕີຂອງ​ຣັດ​ເຊຍ ຊຶ່ງ​ພວກ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ກ່າວ​ວ່າ ເປັນ​ໂດ​ຣນ Shahed-136 ທີ່​ເຮັດ​ໂດຍ​ອີ​ຣ່ານ ທີ່​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 17 ຕຸ​ລາ 2022.

ພວກ​ທະ​ຫານ​ອີ​ຣ່ານ ແມ່ນ​ມີ​ໜ້າ “ຢູ່​ໃນ​ພາກ​ພື້ນ​ດິນ” ຂອງ​ປະ​ເທດ​ຢູ​ເຄ​ຣນ ເພື່ອ​ຊ່ວຍ​ທະ​ຫານ​ຣັດ​ເຊຍ ນຳ​ໃຊ້​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ຫຼື​ໂດ​ຣນ ໃນ​ການ​ສ້າງ​ຄວາມ​ຢ້ານ​ກົວ​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ ແລະ​ແນ​ເປົ້າ​ໝາຍ​ການ​ໂຈມ​ຕີໃສ່ໂຮງ​ໄຟ​ຟ້າ ອີງ​ຕາມ​ຄຳ​ເວົ້າ​ຂອງ​ທຳ​ນຽບ​ຫ້າ​ແຈ ໃນ​ວັນ​ພະ​ຫັດ​ວານນີ້.

ໂຄ​ສົກ​ຂອງ​ທຳ​ນຽບ​ຫ້າ​ແຈ ນາຍ​ພົນ​ຈັດ​ຕະ​ວາ​ແພັດ ຣາຍ​ເດີ້ (Pat Ryder) ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ “ຄວາມ​ເຂົ້າ​ໃຈ​ຂອງ​ພວກ​ເຮົາ​ກໍ​ແມ່ນ​ວ່າ ກຳ​ລັງ​ຂອງ​ອີ​ຣ່ານ ແມ່ນ​ປະ​ຕິ​ບັດ​ງານ​ຢູ່​ໃນ​ພາກ​ພື້ນ​ດິນທີ່​ແຫຼມ​ໄຄ​ຣ​ເມຍ ເພື່ອ​ໃຫ້​ຄວາມ​ຊ່ວຍ​ເຫຼືຶອ​ແກ່​ທະຫານ​ຣັດ​ເຊຍ ໃນ​ການ​ນຳ​ໃຊ້​ໂດນ​ເຫຼົ່າ​ນີ້​ຢູ່​ໃນ​ຢູ​ເຄ​ຣນ.”

ເມື່ອ​ມີ​ການ​ຖາມ​ກ່ຽວ​ການ​ປະ​ຕິ​ເສດ​ຂອງ​ຣັດ​ເຊຍ​ວ່າ​ບໍ່​ໄດ້​ໃຊ້​ໂດນ​ທີ່​ເຮັດ​ໂດຍ​ອີ​ຣ່ານນັ້ນ ນາຍ​ພົນ​ຣາຍ​ເດີ້​ຕອບ​ວ່າ “ມັນ​ເປັນ​ທີ່​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງວ່າ ພວກ​ເຂົາ​ຂີ້​ຕົວະ.” ຣັດ​ເຊຍ​ໄດ້​ຢຶດ​ເອົາ​ແຫຼມ​ໄຄ​ຣ​ເມຍ​ຂອງ​ຢູ​ເຄ​ຣນ​ໃນ​ປີ 2014 ແລະ​ນັບ​ແຕ່ນັ້ນ​ມາ ຣັດ​ເຊຍ​ກໍ​ໄດ້​ເປີດ​ຖານ​ທັບ​ເກົ່າຫຼາຍ​ແຫ່ງສະ​ໄໝ​ສະ​ຫະ​ພາບ​ໂຊ​ຫວຽດ​ຄືນ​ອີກ ແລະ​ຝຶກ​ແອບ​ທະ​ຫານ​ຢູ່​ທີ່ນັ້ນ.

ເຈົ້າ​ໜ້າ​ທີ່​ດັບ​ໄຟ​ຂອງ​ຢູ​ເຄ​ຣນ ເຮັດ​ວຽກ​ຢູ່​ທີ່​ອາ​ຄານ​ຖືກ​ທຳ​ລາຍ​ຈາກ​ການ​ໂຈມ​ຕີ​ຂອງ​ໂດ​ຣນ ທີ່​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 17 ຕຸ​ລາ, 2022.
ເຈົ້າ​ໜ້າ​ທີ່​ດັບ​ໄຟ​ຂອງ​ຢູ​ເຄ​ຣນ ເຮັດ​ວຽກ​ຢູ່​ທີ່​ອາ​ຄານ​ຖືກ​ທຳ​ລາຍ​ຈາກ​ການ​ໂຈມ​ຕີ​ຂອງ​ໂດ​ຣນ ທີ່​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 17 ຕຸ​ລາ, 2022.

ທ່ານ​ກ່າວ​ຕື່ມ​ວ່າ ຣັດ​ເຊຍ​ໄດ້​ຫັນ​ໜ້າ​ໄປ​ຫາ​ປະ​ເທດ​ຕ່າງໆ​ເຊັ່ນ​ອີ​ຣ່ານ ເກົາ​ຫຼີ​ເໜືອ ເພື່ອ​ຂໍ​ຊື້​ລູກ​ປືນ​ແລະ​ອາ​ວຸດ ຍ້ອນ​ວ່າ​ຄັງ​ອາ​ວຸດຂອງ​ຕົນ ຮວມ​ທັງ​ອາ​ວຸດ​ນຳ​ວິ​ຖີ​ທີ່​ມີ​ຄວາມ​ແມ່ນ​ຍຳ​ນັ້ນ “ກຳ​ລັງ​ລ່ອຍ​ຫຼໍ​ລົງ.”

ທ່ານ​ໄດ້​ລະ​ບຸ​ຊື່​ອີ​ຣ່ານ “ໃນ​ການ​ສົ່ງ​ອອກ​ການ​ກໍ່​ການ​ຮ້າຍ ບໍ່​ພຽງ​ແຕ່​ໃນ​ພາກ​ຕາເວັນ​ອອກກາງ​ເທົ່າ​ນັ້ນ ແຕ່​ໃນ​ເວ​ລານີ້ ແມ່ນຮວມ​ຢູ່​ໃນ​ປະ​ເທດ​ຢູ​ເຄ​ຣນ​ນຳ​ດ້ວຍ.

​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ​ຂອງ​ອົງ​ການ​ເນ​ໂຕ້ ທ່ານແມັດ​ຈາ ຈາ​ນາ (Mircea Geoană) ໄດ້​ປະ​ນາມ​ການ​ປະ​ພຶດ​ຂອງ​ອີ​ຣ່ານ ແລະ​ຮຽກ​ຮ້ອງ​ໃຫ້​ເຕ​ຫະ​ຣ່ານ​ຢຸດ​ເຊົາ ໃນ​ການ​ເຂົ້າ​ໄປ​ພົວ​ພັນ​ກັບ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ.

ທ່ານ​ຈາ​ນາ ​ໃຫ້​ຄວາມ​ເຫັນ​ດັ່ງ​ກ່າວ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ທາງ​ອອນ​ລາຍ ທີ່​ຈັດ​ຂຶ້ນ​ໂດຍ​ກອງທຶນ​ມາ​ໂຊ​ລ​ເຢຍ​ຣະ​ມັນ ຂອງ​ສະ​ຫະ​ລັດ ໂດຍ​ກ່າວ​ວ່າ “ປະ​ເທດ​ໃດ​ກໍ​ຕາມ ບໍ່​ຄວນໃຫ້​ການ​ສະ​ໜັບ​ສະ​ໜຸນ ບໍ່​ວ່າ​ປະ​ເພດ​ໃດ​ ຕໍ່​ສົງ​ຄາມ​ທີ່​ໂຫດ​ຮ້າຍ​ປ່າ​ເຖື່ອນນີ້.”

ນອກນັ້ນ ໃນ​ວັນ​ພະ​ຫັດ​ວານນີ້ ໂຄ​ສົກ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ທຳ​ນຽບ​ຂາວ ທ່ານ​ຈອນ ເຄີ​ບີ ໄດ້​ຖິ້ມ​ໂທດ​ໃສ່​ໂດ​ຣນ ທີ່​ເຮັດ​ໂດຍ​ອີ​ຣ່ານ ທີ່​ຍິງຈາກ​ແຫຼມ​ໄຄ​ຣ​ເມຍ ໃນ​ການ​ໂຈມ​ຕີ​ເມື່ອ​ໄວໆ​ມານີ້ ໃສ່​ນະ​ຄອນ​ຫຼວງ​ກີ​ຢິບ​ຂອງ​ຢູ​ເຄ​ຣນ.

ທ່ານ​ເຄີ​ບີ ກ່າວ​ວ່າ “ຣັດ​ເຊຍ​ ມາ​ຮອດ​ເວ​ລານີ້ ໄດ້​ຮັບ​ຍານ​ບໍ່​ມີ​ຄົນ​ຂັບຫຼາຍໆ​ສິບ​ລຳ ແລະ​ມີ​ທ່າ​ທາງວ່າ​ຈະ​ໄດ້​ຮັບ​ການ​ຈັດ​ສົ່ງ​ເພີ້​ມ​ຕື່ມ​ໃນ​ອະ​ນາ​ຄົດ.

ອ່​ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG