ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮລິຄອບເຕີ ຂອງກອງທັບເຮືອອີຣ່ານ ​ເຂົ້າ​ໄປ​ໃກ້​ກຳ​ປັ່ນ USS Essex ຂອງ ສ​ຫລ ແບບ 'ບໍ່​ປອດ​ໄພ' , ອີງ​ຕາມທຳ​ນຽບ​ຫ້າ​ແຈ​


ພາບນິ້ງ​ຖ່າຍ​ມາ​ຈາກວີ​ດິ​ໂອ ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ທີ 13 ມັງ​ກອນ, 2021 ໂດຍກອງ​ທັບ​ເຮືອ​ອີ​ຣ່ານສະ​ແດງ​ໃຫ້​ເຫັນ​ວ່າ ເຮືອບິນເຮລິຄອບເຕີລຳນຶ່ງໄດ້​ບິນ​ລົງ​ໄປ​ຈອດ​​ເທິງ​ກຳ​ປັ່ນລຳ​ລຽງອາ​ວຸດ Makran ໃນ​ການ​ຊ້ອມ​ລົບ ​ຢູ່ໃນ​ອ່າວ​ໂອ​ມານທີ່​ລາຍ​ງານ ​ຢູ່​ທາງ​ໂທ​ລະ​ພາບ​ຂອງ​ລັດອີ​ຣ່ານ​.
ພາບນິ້ງ​ຖ່າຍ​ມາ​ຈາກວີ​ດິ​ໂອ ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ທີ 13 ມັງ​ກອນ, 2021 ໂດຍກອງ​ທັບ​ເຮືອ​ອີ​ຣ່ານສະ​ແດງ​ໃຫ້​ເຫັນ​ວ່າ ເຮືອບິນເຮລິຄອບເຕີລຳນຶ່ງໄດ້​ບິນ​ລົງ​ໄປ​ຈອດ​​ເທິງ​ກຳ​ປັ່ນລຳ​ລຽງອາ​ວຸດ Makran ໃນ​ການ​ຊ້ອມ​ລົບ ​ຢູ່ໃນ​ອ່າວ​ໂອ​ມານທີ່​ລາຍ​ງານ ​ຢູ່​ທາງ​ໂທ​ລະ​ພາບ​ຂອງ​ລັດອີ​ຣ່ານ​.

ເຮືອບິນເຮລິຄອບເຕີຂອງກອງທັບເຮືອອີຣ່ານລຳນຶ່ງ ໄດ້ບິນເຂົ້າໄປພາຍໃນລັດ​ສະ​ໝີ 23 ແມັດຂອງກຳປັ່ນໂຈມຕີຍົກ​ພົນ​ຂຶ້ນ​ບົກ​ ຂອງກອງທັບເຮືອສະຫະລັດ ໃນຂະນະທີ່ມັນກຳລັງເດີນທາງຢູ່ໃນອ່າວໂອມານ ໃນອາທິດ ແລ້ວນີ້, ອີງຕາມທຳນຽບຫ້າແຈ.

ໂຄສົກທຳນຽບຫ້າແຈ, ທ່ານຈອນ ເຄີ​ບີ (John Kirby) ກ່າວຕໍ່ພວກນັກຂ່າວ ໃນວັນຈັນວານນີ້ວ່າ ເຮືອບິນເຮລິຄອບເຕີ້ “ໄດ້ກະ​ທຳການໃນລັກສະນະທີ່ບໍ່ ປອດໄພ ແລະບໍ່ມີຄວາມເປັນມືອາຊີບ,” ໂດຍບິນລົງຕ່ຳຮອດ 3 ແມັດກ່ອນ​ຈະ​ຮອດໜ້ານ້ຳ ແລະບິ​ນ​ເຫວີ່​ນ​ອ້ອມ​ວຽນກຳ​ປັ່ນ USS Essex ສາມເທື່ອ.

ທ່ານເຄີ​ບີ ກ່າວວ່າ "ເມື່ອທ່ານມີກອງກຳລັງປະກອບອາວຸດອີກອັນນຶ່ງ, ໃນກໍລະ ນີນີ້ ແມ່ນກອງທັບເຮືອອີຣ່ານ, ທີ່ບິນໄປແບບນີ້, ທ່ານແນ່ນອນ ມີຄວາມສ່ຽງ ແລະ ການຄິດໄລ່ທີ່ຜິດພາດເພີ້ມຂຶ້ນ ​ໃນ​ລະ​ດັບ​ໃດ​ນຶ່ງ​ໄດ້."

​ໃນ​ການ​ຕອບຕໍ່​ຄຳ​ເຫັນ​ຂອງ​ທ່ານເຄີ​ບີນັ້ນ ອົງການ​ຂ່າວ​ IRNA ຂອງທາງ​ການອີຣ່ານ ​ໄດ້​ກ່າວ​ຫາ​ໂຄສົກ​ທຳນຽບຫ້າ​ແຈ​ວ່າ ພະຍາຍາມ “ຫາ​ຂໍ້​ແກ້​ຕົວ​ເພື່ອ​ເຮັດ​ທະຫານ​ຂອງ​ສະຫະລັດ ໄປ​ມີ​ໜ້າ​ແບບຜິດ​ກົດໝາຍ​ ຢູ່​ໃນ​ພາກ​ພື້ນນັ້ນໄດ້.”

ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດກ່າວ​ຕໍ່​ວີ​ໂອ​ເອວ່າ ​ເຫດ​ການດັ່ງ​ກ່າວ​ໄດ້​ເກີດ​ຂຶ້ນ​ໃນ​ວັນ​ທີ 11 ພະ​ຈິກ​ນີ້. ວິ​ດີ​ໂອ​ທີ່​ເຜີຍ​ແຜ່​ອອກ​ມາໃນ​ໂທ​ລະ​ພາບ​ຂອງຊ່ອງ Telegram ຂອງ​ອີ​ຣ່ານ​ປາ​ກົດ​ວ່າສະ​ແດງ​ໃຫ້​ເຫັນ​ການ​ປະ​ເຊີນ​ໜ້າ ກັນ​ປະ​ມານ 45 ວິ​ນາ​ທີຖ່າຍຈາກມຸມ​ຂອງ​ຫ້ອງ​ຂັບ​ຂອງນັກ​ບິນ​ເຮ​ລິ​ຄອບ​ເຕີອີ​ຣ່ານ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG