ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳ​ນຽບ​ຫ້າ​ແຈ ກ່າວ​ວ່າ ອີ​ຣ່ານ ແມ່ນ​ສິ່ງ​ທ້າ​ທາຍ​ຕ​ໍ່​ໂລກ ຍ້ອນ​ການເປັນ​ພັນ​ທະ​ມິດ ​ກັບ ຣັດ​ເຊຍ


ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດີ​ເມຍ ປ​ູ​ຕິນ, ຊ້າຍ, ຈັບ​ມື​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣ່ານ ທ່ານ ເອບ​ຣາ​ຮິມ ໄຣ​ຊີ ກ່ອນ​ການ​ເຈ​ລ​ະ​ຈາ​ຢູ່​ທຳ​ນຽບ ຊາ​ດາ​ບັດ, ນະ​ຄອນຫຼວງ ເຕ​ຫະ​ຣ່ານ, 19 ກໍ​ລະ​ກົດ 2022. (Kremlin Pool Photo via AP)
ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດີ​ເມຍ ປ​ູ​ຕິນ, ຊ້າຍ, ຈັບ​ມື​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣ່ານ ທ່ານ ເອບ​ຣາ​ຮິມ ໄຣ​ຊີ ກ່ອນ​ການ​ເຈ​ລ​ະ​ຈາ​ຢູ່​ທຳ​ນຽບ ຊາ​ດາ​ບັດ, ນະ​ຄອນຫຼວງ ເຕ​ຫະ​ຣ່ານ, 19 ກໍ​ລະ​ກົດ 2022. (Kremlin Pool Photo via AP)

ສະ​ຫະ​ລັດ ແລະ ພັນ​ທະ​ມິດ​ຂອງ​ເຂົາ​ເຈົ້າ​ ແມ່ນ​ກຳ​ລັງ​ທຳ​ການ​ເຄື່ອນ​ໄຫວ​ເພື່ອ​ປະ​ຕິ​ບັດ​ຕໍ່ປະ​ເທດ ອີ​ຣ່ານ ເປັນໄພ​ຂົ່ມ​ຂູ່​ຂອງ​ໂລກ, ໂດຍ​ເຕືອນ​ວ່າ​ ການ​ເປັນ​ທະ​ມິດ​ຂອງ​ພວກເຂົາກັບ ຣັດ​ເຊຍ ຫຼາຍ​ຂຶ້ນ ແລະ ການ​ຮ່ວມ​ມື​ ໃນ​ສົງ​ຄາມ​ຕໍ່ ຢູ​ເຄ​ຣນ ນັ້​ນ​ໝາຍ​ເຖິງການ​ສ້າງ​ຄວາມ​ບໍ່​ທຸ່ນ​ທ່ຽງຂອງ ເຕ​ຫະ​ຣ່ານ ຈະ​ກໍ່​ໃຫ້​ເກີດ​ອັນ​ຕະ​ລາຍຫຼາຍກວ່າ​ແຕ່​ກ່ອນ​ເປັນ​ຢ່າງ​ຍິ່ງ.

ຮອງ​ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ​ນາງ ເດ​ນາ ສ​ໂຕ​ຣ​ລ (Dana Stroul) ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ລະ​ຫວ່າງ​ການ​ລົມ​ໂທ​ລະ​ສັບ​ກັບ​ສື່ມວນ​ຊົນ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ “ຕອນນີ້​ພວກ​ເຮົາ​ຢູ່​ໃນ​ຈຸດ​ທີ່ໄພ​ຂົ່ມ​ຂູ່ ອີ​ຣ່ານ ແມ່ນບໍ່​ໄດ້​ເຈາະ​ຈົງ​ໃສ່ ​ແຕ່​ໃນເຂດ​ພາກ​ຕາ​ເວັນ​ອອກ​ກາງ​ເທົ່າ​ນັ້ນ, ແຕ່​ເປັນ​ສິ່ງ​ທ້າ​ທາຍ​ຕໍ່​ທົ່ວ​ໂລກ.”

ທ່ານ​ນາງ ສ​ໂຕ​ຣ​ລ ໄດ້​ຊີ້​ໃຫ້​ເຫັນ​ການ​ຂະ​ຫຍາຍ​ການ​ຮ່ວມ​ມື​ທາງ​ທະ​ຫານ ​ລະ​ຫວ່າງ ເຕ​ຫະ​ຣ່ານ ກັບ ມົ​ສ​ກູ ແລະ ໂດຍ​ສ​ະ​ເພາະ​ຕໍ່​ການ​ສະ​ໜອງ​ໂດ​ຣນ​ຂອງ ອີ​ຣ່ານ ໃຫ້ກອງ​ທັບ ຣັດ​ເຊຍ, ໂດຍ​ຮຽກ​ຮ້ອງ​ໃຫ້ “ພັນ​ທະ​ມິດ​ທົ່ວ​ໂລກ​ຕ້ານ​ຢັນ​ການ​ຮ່ວມ​ມື​ທີ່​ອັນ​ຕະ​ລາຍ​ລະ​ຫວ່າງ ອີ​ຣ່ານ ກັບ ຣັດ​ເຊຍ.”

ທ່ານ​ນາງໄດ້​ກ່າວ​ວ່າ “ມັນ​ມີ​ເຫດ​ຜົນ​ທີ່​ຈະ​ຄາດ​ວ່າ​ກົນ​ລະ​ຍຸດ, ເຕັກ​ນິກ ແລະ ຂັ້ນ​ຕອນ​ຕ່າງໆ​ທີ່ ອີ​ຣ່ານ ໄດ້​ຮຽນ ແລະ ຝຶກ​ຊ້ອ​ມ​ໃນ ຢູ​ເຄ​ຣນ ມື້​ໃດ​ມື້​ນຶ່ງ​ຈະ​ກັບມາ​ສູ່​ຄູ່​ຮ່ວມ​ຂອງ​ພວກ​ເຮົາ​ໃນ​ພາກຕາ​ເວັນ​ອອກ​ກາງ, ຍ້ອນ​ແນວ​ນັ້ນ​ພວກ​ເຮົາ​ຈຶ່ງ​ໄດ້​ຂະ​ຫຍາຍ​ການ​ຮ່ວມ​ມື​ໃນ​ເວ​ລານີ້, ​ແລກ​ປ່ຽນ​ຂໍ້​ມູນ​ລັບ, ທຳ​ຄວາມເຂົ້າ​ໃຈ​ວ່າ​ເຄືອ​ຂ່າຍ​ພວກນີ້ ແລະ ການ​ຂະ​ຫຍາຍ​ຄວາມ​ສາ​ມາດ​ໃນ​ການ​ປ້ອງ​ກັນ​ໂດຍ​ລວມ​ຂອງ​ພວກ​ເຮົາ ສະ​ນັ້ນ​ພວກ​ເຮົາ​ຈຶ່ງ​ມີ​ຄວາມ​ພ້ອມ​ທີ່​ຈະ​ຕອບ​ໂຕ້​ຕໍ່​ໄພ​ຂົ່ມ​ຂູ່​ພວກນີ້​ຢູ່​ໃນ​ພາກ​ພື້​ນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG