ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳ​ນຽບ​ຫ້າ​ແຈ ໃຫ້​ສັນ​ຍາ​ ກ່ຽວ​ກັບ​ການ​ໂຈມ​ຕີ ທີ່​ແຮງ​ຂຶ້ນ ເພື່ອ​ຕອບ​ໂຕ້ ຕໍ່​ພວກ​ຕົວ​ແທນ​ຂອງ​ອີ​ຣ່ານ


ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຢູ່​ທຳ​ນຽບ​ຫ້າ​ແຈ ເມື່ອ​ວັນ​ທີ 1 ກຸມ​ພາ 2024.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຢູ່​ທຳ​ນຽບ​ຫ້າ​ແຈ ເມື່ອ​ວັນ​ທີ 1 ກຸມ​ພາ 2024.

ກຳ​ລັງ​ສະ​ຫະ​ລັ​ດ​ພວມ​ກະ​ກຽມ​ທີ່​ຈະ​ໂຈມ​ຕີ​ກຸ່ມ​ຕົວ​ແທນ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີ​ຣ່ານ​ໃນ​ທົ່ວ​ພາກ​ຕາ​ເວັນ​ອອກ​ກາງ ໃນ​ການ​ຕອບ​ໂຕ້​ທີ່​ຮຸນ​ແຮງ​ຂຶ້ນ ຕໍ່​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ໃສ່​ຄ້າຍ​ທະ​ຫານ​ແຫ່ງ​ນຶ່ງ​ໃນ​ຈໍ​ແດນທີ່​ໄດ້​ສັງ​ຫານ​ທະ​ຫານອ​າ​ເມ​ຣິ​ກັນ 3 ຄົນ ແລະ​ໄດ້​ຮັບ​ບາດ​ເຈັບ​ອີກຫຼາຍກວ່າ 40 ຄົນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ເປັນ​ເທື່ອ​ທຳ​ອິດນັບ​ແຕ່​ທ່ານ​ໄດ້​ເຂົ້າ​ໂຮງ​ໝໍເມື່ອ​ວັນ​ທີ 1 ມັງ​ກອນ ຍ້ອນພາ​ວະ​ແຊກ​ຊ້ອນ​ຈາກ​ການ​ຜ່າ​ຕັດ​ມະ​ເຮັງ​ໃນ​ຕ່ອມ​ນ້ຳ​ກາມ ເອີ້ນ​ການ​ໂຈມ​ຕີ​ຕໍ່​ບ່ອນ​ຫຼັບ​ນອນ ທາວ​ເວີ 22 ໃນ​ພາກ​ຕາ​ເວັນ​ອ​ອກ​ຂອງ​ຈໍ​ແດັນ​ນັ້ນ​ວ່າ “ຮ້າຍ​ແຮງ” ໂດຍ​ກ່າວ​ຕື່ມ​ວ່າ ການ​ກະ​ທຳ​ແບບນັ້ນ ແມ່ນ​ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້.

“ມັນ​ເຖິງ​ເວ​ລາ​ແລ້ວ​ ທີ່​ຈະ​ຕ້ອງ​ໄດ້​ກຳ​ຈັດ​ ແມ່ນ​ກະ​ທັງ​ຄວາມ​ສາ​ມາດ​ທີ່​ພວກ​ເຮົາ​ເຄີຍໄດ້​ດຳ​ເນີນ​ການ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ” ທ່ານອອ​ສ​ຕິນ​ກ່າວ​ໃນ​ວັນ​ພະ​ຫັດ​ວານ ນີ້ ເມື່ອ​ມີ​ການ​ຖາມ​ວ່າ ເປັນ​ຫຍັງ​ສະ​ຫະ​ລັດ​ຕ້ອງ​ໄດ້​ລໍ​ຖ້າ​ທີ່​ຈະ​ຕອບ​ໂຕ້​ແບບ​ໜັກ​ຂຶ້ນກວ່າ​ເກົ່າ ຕໍ່​ການ​ໂຈມ​ຕີ​ທີ່​ມີ​ຂຶ້ນ​ຫຼາຍກວ່າ 165 ເທື່ອ​ແລ້ວນັ້ນ ຕໍ່​ກຳ​ລັງ​ຂອງ​ສະ​ຫະ​ລັດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ທີ່​ເລີ້ມ​ມາ​ແຕ່​ກາງ​ເດືອນ​ຕຸ​ລາ​ຂອງ​ປີ​ກາຍ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ຍັງ​ເບິ່ງ​ຄື​ວ່າ ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ຖ​ະ​ແຫຼງ​ການ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ກຸ່ມ​ກາ​ຕາ​ອີບ ເຮັ​ສ​ໂບ​ລ​ລາ ຊຶ່ງ​ເປັນ​ກຸ່ມ​ທະ​ຫານ​ບ້ານ​ທີ່​ອີ​ຣ່ານ​ໜຸນ​ຫຼັງ​ໃນ​ປະ​ເທດ​ອີ​ຣັກ ທີ່​ເວົ້າ​ວ່າ ຕົນ​ໄດ້​ໂຈະ​ການ​ປະ​ຕິ​ບັດ​ງາ​ນ​ທາງ​ທະ​ຫານ​ຕໍ່​ສະ​ຫະ​ລັດ​ແລ້ວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG