ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທຳ​ນຽບ​ຫ້າ​ແຈ ​ຢຸດ​ຝຶກ​ແອບຊົ່ວ​ຄາວ ພວກ​ນັກ​ຮຽນ​ທະ​ຫານ ຈາກ ຊາ​ອຸ​ດີ ອາ​ຣາ​ເບຍ


ທາງ​ເຂົ້າ​ສູ່​ຖານ​ທັບ​ອາ​ກາດ ເພັນ​ຊາ​ໂຄ​ລາ, ລັດ ຟ​ລໍ​ຣິ​ດາ.
ທາງ​ເຂົ້າ​ສູ່​ຖານ​ທັບ​ອາ​ກາດ ເພັນ​ຊາ​ໂຄ​ລາ, ລັດ ຟ​ລໍ​ຣິ​ດາ.

ທຳ​ນຽບ​ຫ້າ​ແຈ ໃນ​ວັນ​ອັງ​ຄານ​ວານນີ້ ໄດ້​ຢຸດ​ການ​ຝຶກ​ຊ້ອມນອກ​ຫ້ອງ​ຮຽນ​ຊົ່ວ​ຄາວ ສຳ​ລັບ​ນັກ​ຮຽນ​ຈາກ ຊາ​ອຸ​ດີ ອາ​ຣາ​ເບຍ ທຸກ​ຄົນ ໃນ​ໂຄງ​ການ​ທອງ​ທັບ ສະ​ຫະ​ລັດ ເພື່ອ​ຮັບ​ມື​ກັບ​ການ​ຍິງ​ກັນ​ຢ່າງ​ຮ້າຍ​ແຮງ ໂດຍ​ຄົນ​ສັນຊາດ ຊາ​ອຸ​ດີ ອາ​ຣາ​ເບຍ ຢູ່​ຖານ​ທັບ​ອາ​ກາດ ເພັນ​ຊາ​ໂຄ​ລາ ໃນ​ລັດ​ຟ​ລໍ​ຣິ​ດາ ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ.

ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ນັກ​ຮຽນ ຊາ​ອຸ​ດີ ອາ​ຣາ​ເບຍ 900 ຄົນ ​ທີ່​ຮຽນ​ຢູ່​ຖານ​ທັບ​ຕ່າງໆ​ໃນ​ທົ່ວ​ປະ​ເທດ. ຊາວ ຊາ​ອຸ​ດີ ອາ​ຣາ​ເບຍ ປະ​ມານ 300 ຄົນທີ່​ກຳ​ລັງ​ຮຽນ​ຢູ່​ຖານ​ທັບ ເພັນ​ຊາ​ໂຄ​ລາ ແລະ ຖານ​ທັບ​ເຮື​ອ​ອີກ​ສອງ​ແຫ່ງ​ໃນ​ລັດ ຟ​ລໍ​ຣິ​ດາ ໄດ້​ຖືກ​ຫ້າມ​ຊົ່ວ​ຄາວໂດຍກອງ​ທັບ​ເຮືອ ​ໃນ​ຕອ​ນ​ເຊົ້າ​ວັນ​ອັງ​ຄານ​ວານນີ້​. ພວກ​ນັກ​ຮຽນ​ທີ່​ວ່າ​ນັ້ນ​ ຈະ​ສືບ​ຕໍ່​ເຂົ້າ​ຫ້ອງ​ຮຽນ​ຕ່າງໆ.

ຮອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ ເດ​ວິດ ນໍ​ຄວິ​ສ ຍັງ​ໄດ້​ສັ່ງ​ໃຫ້​ທົບ​ທວນ​ຂັ້ນ​ຕອນ​ການ​ກວດ​ສອບ ​ສຳ​ລັບ​ນັກ​ຮຽນ​ຕ່າງ​ປະ​ເທດ​ໝົດ​ທຸກ​ຄົນ​ ທີ່​ເຂົ້າ​ຮຽນ​ໃນ​ຖານ​ທັບ​ຕ່າງໆ​ຂອງ ສະ​ຫະ​ລັດ. ນັກ​ຮຽນ​ທະ​ຫານ​ຕ່າງ​ປະ​ເທດຫຼາຍກວ່າ 5,000 ຄົນ​ແມ່ນ​ກຳ​ລັງ​ສຶກ​ສາ​ຢູ່ໃນ ສະ​ຫະ​ລັດ.

ທ່ານ ນໍ​ຄວິ​ສ ໄດ້​ຂໍ​ໃຫ້​ການ​ທົບ​ທວນ​ນັ້ນ​ແລ້ວພາຍ​ໃນ 10 ວັນ. ການ​ຫ້າມ​ດັ່ງ​ກ່າວ​ຈະ​ຄົງ​ມີ​ຢູ່​ຄື​ເກົ່າ​ຈົນ​ກວ່າ​ມັນ​ແລ້ວ​ສຳ​ເລັດ.

ຄຳ​ສັ່ງ​ທີ່​ວ່າ​ນັ້ນ​ໄດ້​ມີ​ຂຶ້ນ​ໃນ​ເວ​ລາ​ທີ່​ອົງ​ການ FBI ໄດ້​ເປີ​ດ​ເຜີຍ​ໃນ​ວັນ​ອັງ​ຄານ​ວານີ້​ວ່າ ມື​ປືນ, ທ້າວ ໂມ​ຮຳ​ເມັດ ອາ​ລ​ຊາມ​ຣາ​ນີ, ອາ​ຍຸ 21 ປີ ຮ້ອຍ​ໂທ​ໃນ​ກອງ​ທັບ​ອາ​ກາດ ຣາ​ຊະ​ອາ​ນາ​ຈັກ ຊາ​ອຸ​ດີ ໄດ້​ຊື້​ປືນສັ້ນ 9ມມ ຍີ່​ຫໍ້ ກ​ລັອກ ຢ່າງ​ຖື​ກ​ຕ້ອງ​ຕາມ​ກົດ​ໝາຍ ຫລັງ​ຈາກ​ໄດ້​ຮັບ​ລາຍ​ເຊັນ​ການ​ລ່າ​ສັດ​ໃນ​ລັດ​ນັ້ນ.

ທ້າວ ອາ​ລ​ຊາມ​ຣາ​ນີ ໄດ້​ເປີດ​ສາກ​ຍິງ​ປືນ​ໃນ​ຫ້ອງ​ຮຽນ​ທີ່​ຖານ​ທັບ​ອາ​ກາດ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ, ເຊິ່ງສັງ​ຫານ​ທະ​ຫານ​ເຮືອ ສະ​ຫະ​ລັດ ສາມ​ຄົນ ແລະ ບາດ​ເຈັບ​ອີກ 8 ຄົນ ກ່ອນ​ລາວ​ຖືກ​ຂ້າ​ຕາຍ​ໂດຍ​ຕຳຫຼວດ.

ລາຍ​ເຊັນ​ລ່າ​ສັດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ແມ່ນ​ນຶ່ງ​ໃນ​ຂໍ້​ຍົກ​ເວັ້ນ​ຕໍ່​ກົດ​ໝາຍ​ລັດ​ຖະ​ບານ​ກາງ ທີ່​ຫ້າມ​ທຸກ​ຄົນ​ທີ່​ເດີນ​ທາງ​ໃນ ສະ​ຫະ​ລັດ ດ້ວຍ​ວີ​ຊາ​ຄົນ​ເຂົ້າ​ເມືອງຊົ່ວ​ຄາວ ເປັນ​ຈົ້າ​ຂອງ​ອາ​ວຸດ ຫຼື ລູກ​ປືນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG