ຊອງຈົດໝາຍທີ່ຂຽນຫາປະທານາທິບໍດີ ດໍໂນລ ທຣຳ ເຊິ່ງບັນຈຸວັດຖຸທີ່ຄິດວ່າເປັນແປ້ງ
ພິດ ໄຣຊິນ (Ricin) ນັ້ນ ປາກົດວ່າເຊື່ອມໂຍງກັບຈົດໝາຍສອງສະບັບ ທີ່ຖືກຈັບໄດ້ຢູ່
ທຳນຽບຫ້າແຈ.
ໜ່ວຍຄຸ້ມຄອງປະທານາທິບໍດີ ທີ່ເອີ້ນວ່າ Secret Service ໄດ້ກ່າວຢູ່ໃນຖະແຫຼງການ
ສະບັບນຶ່ງວ່າ “ໜ່ວຍຄຸ້ມຄອງປະທານາທິບໍດີສາມາດຢືນຢັນການໄດ້ຮັບຊອງຈົດໝາຍ
ຕ້ອງສົງໄສ ທີ່ຂຽນຫາປະທານາທິບໍດີ ໃນວັນທີ 1 ຕຸລາ ປີ 2018 ທີ່ຜ່ານມາ. ຊອງຈົດ
ໝາຍດັ່ງກ່າວແມ່ນບໍ່ໄດ້ຖືກຮັບເອົາຢູ່ທຳນຽບຂາວ, ຫຼື ນຳເຂົ້າໄປໃນທຳນຽບຂາວແຕ່
ຢ່າງໃດ”
ສ່ວນຈົດໝາຍທີ່ຖືກສົ່ງໄປທຳນຽບຫ້າແຈນັ້ນ, ເຊິ່ງຊອງນຶ່ງສົ່ງຫາລັດຖະມົນຕີປ້ອງກັນ
ປະເທດທ່ານ ຈິມ ແມັດຕິສ ແລະ ອີກຊອງນຶ່ງສົ່ງຫາຫົວໜ້າໜ່ວຍປະຕິບັດການກອງ
ທັບເຮືອ, ພົນເຮືອເອກ ຈອນ ຣິເຈີດສັນ (John Richardson) ຖືກກວດພົບວ່າ ມີແປ້ງ
ພິດໄຣຊິນຢູ່ໃນນັ້ນ, ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ປ້ອງ ກັນປະເທດ ຕໍ່ວີໂອເອໃນວັນ
ອັງຄານວານນີ້.
ຊອງຈົດໝາຍດັ່ງກ່າວໄດ້ຖືກອົງການ FBI ເອົາໄປກວດສອບຕໍ່ໃນວັນອັງຄານ ວານນີ້,
ອີງຕາມໂຄສົກ ຂອງທຳນຽບຫ້າແຈ ພັນເອກ ຣອບ ແມນນິງ (Rob Manning).
ຈົດໝາຍສອງສະບັບນັ້ນໄດ້ຖືກສົ່ງໄປຮອດ ສູນແຈກຢາຍຈົດໝາຍຂອງກະຊວງປ້ອງ
ກັນປະເທດ ເຊິ່ງຕັ້ງຢູ່ນອກທຳນຽບຫ້າແຈບໍ່ໄກໃນວັນຈັນວານນີ້. ອົງການປົກປ້ອງກຳ
ລັງທຳນຽບຫ້າແຈ ໄດ້ກວດພົບວັດຖຸດັ່ງກ່າວໃນລະຫວ່າງການກວດ ກາຊອງຈົດໝາຍ,
ສະນັ້ນຈົດໝາຍດັ່ງກ່າວຈິ່ງບໍ່ເຄີຍເຂົ້າໄປຮອດຕຶກທຳນຽບຫ້າແຈ, ອີງຕາມຄຳເວົ້າຂອງ
ບັນດາເຈົ້າໜ້າທີ່.
ແປ້ງພິດ ໄຣຊິນ ແມ່ນສານພິດທຳມະຊາດທີ່ພົບເຫັນໃນເມັດໝາກຮຸ່ງສາ. ຖ້າສືດົມ, ກິນ
ຫຼື ສີດເຂົ້າໃນຮ່າງກາຍໃນແບບເປັນນ້ຳ, ແປ້ງພິດ ໄຣຊິນ ສາມາດຂ້າຄົນໄດ້ຫຼັງຈາກ
ການສຳພັດພາຍໃນ 48 ຊົ່ວໂມງ. ອີງຕາມສູນຄວບຄຸມ ແລະ ປ້ອງກັນພະຍາດ ສະຫະ
ລັດ ນັ້ນ, ມັນບໍ່ມີຢາແກ້ພິດສຳລັບແປ້ງພິດ ໄຣ ຊິນ.
ທ່ານ ແມນນິງ ເວົ້າວ່າ, ຈົດໝາຍທຸກສະບັບຂອງໄປສະນີ ສະຫະລັດ ທີ່ໄດ້ຮັບຢູ່ສະຖານ
ທີ່ກວດກາ ຊອງຈົດໝາຍທຳນຽບຫ້າແຈໃນວັນຈັນທີ່ຜ່ານມານັ້ນ, ໃນປັດຈຸບັນນີ້ແມ່ນໄດ້
ຖືກກັກໄວ້ ແລະ ບໍ່ມີໄພຂົ່ມຂູ່ຕໍ່ເຈົ້າໜ້າທີ່ທຳນຽບຫ້າແຈ.”
ສະຖານທີ່ກວດກາຊອງຈົດໝາຍຂອງກະຊວງການປ້ອງກັນປະເທດ ມີພະນັກງານຢູ່ປະ
ມານ 15 ຄົນ ຜູ້ທີ່ກວດກາຊອງຈົດໝາຍ ແລະ ກ່ອງໄປສະນີທຸກໆອັນທີ່ສົ່ງຫາທຳນຽບ
ຫ້າແຈ. ພະນັກງານທຸກຄົນນັ້ນຈະໃສ່ຊຸດພິເສດ ເພື່ອປ້ອງກັນເຂົາເຈົ້າຈາກການໄດ້ຮັບ
ວັດຖຸອັນຕະລາຍ.