ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຫ້າແຈ ບໍ່​ໄດ້ໃຫ້ຄວາມສຳຄັນ ກ່ຽວກັບອຸປະກອນດ້ານການທະຫານ ມູນຄ່າ 7 ພັນລ້ານໂດລາ ທີ່ໄດ້ປະໄວ້ ຢູ່ໃນອັຟການິສຖານ


ແຟ້ມພາບ - ເຮືອບິນເຮລິຄັອບເຕີຂອງອັຟການິສຖານ ທີ່ໄດ້ຮັບຄວາມເສຍຫາຍ ແມ່ນຈອດຢູ່ພາຍໃນສະໜາມບິນສາກົນ ຮາມິດ ຄາຣຊາຍ (Hamid Karzai) ຫຼັງຈາກທີ່ ກຸ່ມຕາລີບານ ໄດ້ເຂົ້າກຳອຳນາດ, ໃນນະຄອນຫຼວງກາບູລ, ວັນທີ 5 ກັນຍາ 2021.
ແຟ້ມພາບ - ເຮືອບິນເຮລິຄັອບເຕີຂອງອັຟການິສຖານ ທີ່ໄດ້ຮັບຄວາມເສຍຫາຍ ແມ່ນຈອດຢູ່ພາຍໃນສະໜາມບິນສາກົນ ຮາມິດ ຄາຣຊາຍ (Hamid Karzai) ຫຼັງຈາກທີ່ ກຸ່ມຕາລີບານ ໄດ້ເຂົ້າກຳອຳນາດ, ໃນນະຄອນຫຼວງກາບູລ, ວັນທີ 5 ກັນຍາ 2021.

ການແຕກຂອງລັດຖະບານທີ່ສະໜັບສະໜຸນໂດຍສະຫະລັດ ຢູ່ໃນອັຟການິສຖານນັ້ນ ໄດ້ເຮັດໃຫ້ພວກນັກລົບຕາລີບານ ເຂົ້າເຖິງອຸປະກອນດ້ານການທະ ຫານຂອງອາເມຣິກາມູນຄ່າ 7 ພັນລ້ານໂດລາ ອີງຕາມຂໍ້ມູນໃນບົດລາຍງານ ທີ່ໄດ້ມອບໃຫ້ບັນດາສະມາຊິກສະພາສະຫະລັດ ໃນຕົ້ນອາທິດນີ້ ແລະໄດ້ຮັບການຢັ້ງຢືນໂດຍທຳນຽບຫ້າແຈ.

ການພົບເຫັນດັ່ງກ່າວນັ້ນ ຊຶ່ງໄດ້ມີ​ການລາຍງານ​ ເປັນຄັ້ງທຳອິດ ໂດຍອົງການຂ່າວ CNN ໄດ້ເປີດເຜີຍໃຫ້ເຫັນ ເຖິງຂອບເຂດທີ່ວໍຊິງຕັນ ຫາທາງທີ່ຈະເສີມສ້າງສະໜັບສະໜຸນ ແລະບຳລຸງຮັກສາກອງກຳລັງປ້ອງກັນຄວາມໝັ້ນຄົງແຫ່ງຊາດຂອງອັຟການິສຖານ ຫຼື ANDSF ເພື່ອໃຫ້ເປັນການດຸ່ນດ່ຽງ ຕໍ່ກຸ່ມຕາລີບານ ແລະກຸ່ມກໍ່ການຮ້າຍຕ່າງໆ ເຊັ່ນວ່າ ກຸ່ມອາລ-ກາອີດາ ແລະກຸ່ມລັດອິສລາມໂຄຣາຊານ.

ບົດລາຍງານນີ້ ຍັງໄດ້ໃຫ້ລາຍລະອຽດ ກ່ຽວກັບລາງວັນທີ່ເປັນອາວຸດແລະຍຸດໂທປະກອນຕ່າງໆ ທີ່ລໍຖ້າຢູ່ສຳລັບພວກເຈົ້າໜ້າທີ່ຂອງກຸ່ມຕາລີບານ ເມື່ອໃດທີ່ກຳລັງທະຫານສະຫະລັດຄົນສຸດທ້າຍ ອອກໄປຈາກສະໜາມບິນສາກົນຮາມິດ ຄາຣຊາຍ (Hamid Karzai) ຢູ່ໃນນະຄອນຫຼວງກາບູລ ໃນວັນທີ 30 ສິງຫາ 2021, ຊຶ່ງເກືອບເຖິງສອງທົດສະວັດ ຫຼັງຈາກທີ່ກອງກຳລັງສະຫະລັດ ໄດ້ເຂົ້າມາຮອດແຫ່ງນີ້ຄັ້ງທຳອິດ.

ອີງຕາມບົດລາຍງານນີ້ ແລະທຳນຽບຫ້າແຈ ແລ້ວ ອຸປະກອນດ້ານການທະຫານຂອງສະຫະລັດ ມູນຄ່າພຽງແຕ່ 7 ພັນລ້ານກວ່າໂດລາ ເປັນສິ່ງທີ່ໄດ້ຖືກປະໄວ້ຂອງອາວຸດແລະຍຸດໂທປະກອນອື່ນໆ ມູນຄ່າ 18 ພັນ 6 ຮ້ອຍລ້ານໂດລາ ທີ່ໄດ້ສະໜອງໃຫ້ແກ່ກອງກຳລັງ ANDSF ແຕ່ປີ 2005 ຫາເດືອນສິງຫາ 2021.

ມັນລວມມີ ເຮືອບິນ ຍານພາຫະນະ ລູກປືນ ປືນໃຫຍ່ ແລະອຸປະກອນການສື່ສານ ພ້ອມກັບເຄື່ອງຂອງອື່ນໆ “ຢູ່ໃນສະພາບການຂອງການ​ສ້ອມແປງ” ອີງຕາມໂຄສົກ ພັນຕີກອງທັບບົກ ຣອບ ໂລດວິກ ຜູ້ທີ່ໄດ້ເນັ້ນຢ້ຳວ່າ ອຸປະກອນດ້ານການທະຫານ ແລະເຄື່ອງຂອງ ດຽວນີ້ໄດ້ກາຍເປັນຊັບສິນທີ່ໃຊ້ການບໍ່ໄດ້ຂອງລັດຖະບານອັຟການິສຖານ.

ພັນຕີໂລດວິກ ໄດ້ກ່າວໃນຖະແຫລງການວ່າ “ຈຳນວນໂຕເລກ 7 ພັນ 120 ລ້ານໂດລາ ທີ່ໄດ້ຖືກກ່າວອ້າງ ໃນບົດລາຍງານເມື່ອມໍ່ມານີ້ ຂອງກະຊວງປ້ອງກັນປະເທດ ໃຫ້ແກ່ລັດຖະສະພາ ແມ່ນກົງກັບອຸປະກອນຂອງກອງກຳລັງ ANDSF ແລະບໍ່ແມ່ນອຸປະກອນດ້ານການທະຫານຂອງສະຫະລັດ ທີ່ໄດ້ນຳໃຊ້ໂດຍກອງກຳລັງຂອງພວກເຮົາ.” ທ່ານກ່າວຕໍ່ໄປວ່າ “ອຸປະກອນເກືອບທັງໝົດ ທີ່ໄດ້ຖືກນຳໃຊ້ໂດຍກອງກຳລັງທະຫານສະຫະລັດ ຢູ່ໃນອັຟການິສຖານນັ້ນ ແມ່ນທັງໄດ້ຖືກລົດປະສິດທິພາບ ຫຼື ໄດ້ຖືກທຳລາຍ ກ່ອນໜ້າທີ່ພວກເຮົາຈະຖອນກຳລັງອອກໄປ.”

ບັນດາເຈົ້າໜ້າທີ່ປ້ອງກັນປະເທດປະ​ເທດຂັ້ນສູງຂອງສະຫະລັດ ໄດ້ປະເຊີນກັບຄຳຕ້ອງຕິຊ້ຳແລ້ວຊ້ຳອີກ ຈາກບັນດາສະມາຊິກສະພາທີ່ສຳ​ຄນຫຼາຍຄົນ ຜູ້ທີ່ໄດ້ຮຽກຮ້ອງຕໍ່ພວກເຈົ້າໜ້າທີ່ດັ່ງກ່າວ ໃຫ້ຮັບຜິດຊອບສຳລັບການຖອນໂຕຂອງສະ ຫະລັດ ພ້ອມກັນກັບການພັງ​ທະລາຍຂອງລັດຖະບານທີ່ໜຸນຫຼັງໂດຍສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG