ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຫ້າແຈ ກ່າວວ່າ ການໂຈມຕີໂຮງໝໍ ໃນ ອັຟການິສຖານ ບໍ່ແມ່ນ ອາຊະຍາກຳສົງຄາມ


ນາຍພົນ Joseph Votel ຜູ້ບັນຊາການກຳລັງ ສຫລ ໃນພາກຕາເວັນອອກກາງ.
ນາຍພົນ Joseph Votel ຜູ້ບັນຊາການກຳລັງ ສຫລ ໃນພາກຕາເວັນອອກກາງ.

ກອງທັບ​ສະຫະລັດ​ ໄດ້​ລົງ​ໂທດ​ເຈົ້າໜ້າ​ທີ່​ທະຫານ 16 ຄົນ ໃນ​ຄວາມ​ຜິດພາດ ກ່ຽວ​ກັບ​ການ​ໂຈ​ມຕີ​ທາງ​ອາກາດຮ້າຍ​ແຮງ​ໃນ​ປີກາຍ​ນີ້ ທີ່​ເຮັດ​ໃຫ້ 42 ຄົນ​ເສຍ​ຊີວິດ​ໄປ​ນັ້ນ​ແລະ​ທຳລາຍ​ໂຮງ​ໝໍ​ແຫ່ງ​ນຶ່ງທີ່​ບໍ​ລິ​ຫານ​ງານ​ໂດຍ​ອົງການ​ແພດ​ບໍ່​ມີ ພົມ​ແດ​ນຊຶ່ງ​ເປັນ​ອົງການ​ກຸສົນ​ນາໆ​ຊາດ ​ແລະ​ໄ​ດ້ສະຫຼຸບ​ວ່າ​ ເຫດ​ຮ້າຍ​ດັ່ງກ່າວ​ນີ້ ບໍ່​ແມ່ນ​ອາ​ຊະ​ຍາ​ກຳ​ສົງຄາມ.

ນາຍ​ພົນ Joseph Votel ຜູ້​ບັນຊາ​ການ​ທະຫານ​ສະຫະລັດ ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ ທີ່​ທຳນຽບຫ້າ​ແຈ​ໃນ​ວັນ​ສຸກ​ວານ​ນີ້ວ່າ ການ​ສືບສວນ​ກ່ຽວ​ກັບ​ເຫດ​ຮ້າຍ​ດັ່ງກ່າວ​ພົບ​ວ່າ ​ໂສກ​ນາດຕະກຳ​ນີ້ແມ່ນ​ຜົນ​ຂອງ​ສະຖານະ​ການ ທີ່ເຄັ່ງຄຽດ​ເປັນ​ພິ ເສດຮວມທັງ​ການ​ປະຕິບັດ​ງານ​ຂອງ​ອຸບປະກອນ​ຫຼາຍຢ່າງ​ທີ່​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ.

ທ່ານ​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຄັ້ງນີ້ບໍ່​ໄດ້​ຖື​ວ່າ​ເປັນ​ອາ​ຊະ​ຍາ​ກຳ​ສົງຄາມ ກໍ​ຍ້ອນ ວ່າ​ພວກ​ເຈົ້າໜ້າ​ທີ່​ກ່ຽວຂ້ອງ​ບໍ່​ໄດ້​ຮູ້​ວ່າ ​ເຂົາເຈົ້າ​ໄດ້​ແນ​ເປົ້າໝາຍ​ໃສ່​ສະຖານ​ທີ່​ທາງ​ການ​ແພດ.

ທ່ານ​ກ່າວ​ວ່າ ຄວາມ​ຈິງ​ກໍ​ແມ່ນ​ວ່າ​ມັນ​ເກີດ​ຂຶ້ນ​ດ້ວຍ​ຄວາມ​ບໍ່ຕັ້ງ​ໃຈ ​ເປັນ​ການ​ກະທຳ​ທີ່​ບໍ່ ​ໄດ້​ຕັ້ງ​ໃຈ ຈຶ່ງ​ບໍ່​ຢູ່​ໃນ​ຂອບ​ເຂດ​ຂອງການ​ກໍ່​ອາ​ຊະ​ຍາ​ກຳ​ສົງຄາມ ​ແບບ​ຕັ້ງ​ໃຈ​ຕໍ່​ຜູ້​ຄົນ​ ຫລື​ ປົກ​ປ້ອງ​ສະຖານ​ທີ່.

ການ​ພົບ​ເຫັນ​ທີ່​ວ່າ​ນີ້​ ແມ່ນ​ສອດຄ່ອງ​ການ​ສືບສວນ​ໃນ​ຂັ້ນຕົ້ນ ທີ່​ນຳ​ອອກ​ເຜີຍ​ແຜ່ ​ໂດຍ ກອງທັບ​ສະຫະລັດ​ໃນ​ເດື​ອນພະຈິກ​ປີ​ກາຍ ​ເວລາ​ພວກ​ຜູ້​ບັນຊາ​ການ​ກ່າວ ​ເນັ້ນໜັກ​ວ່າ ກຳລັງ​ສະຫະລັດ​ທັງ​ທາງ​ພາກພື້ນດິນ​ແລະ​ທາງ​ອາກາດ ບໍ່​ໄດ້​ຕັ້ງໃຈ​ທີ່​ຈະ​ໂຈມ​ຕີ​ໂຮງໝໍ.

ການ​ລົງ​ໂທດ​ຂອງ​ກອງທັບ ​ແມ່ນ​ຮວມທັງຈົດໝາຍ​ຕ້ອງ​ຕິ ​ທີ່​ສາມາດນຳ​ໄປ​ສູ່ ການ​ປະຕິ ເສດ​ບໍ່​ຍອມ​ຂຶ້ນຊັ້ນ​ໃຫ້​ແລະ​ບາງທີ​ອາດ​ຈະ​ຖືກ​ປົດ​ອອກ​ຈາກ​ໜ້າ​ທີ່​ ອີງຕາມ​ຄຳ​ເວົ້າຂອງ ນາຍ​ພົນ Votel. ພວກ​ທະຫານ 16 ຄົນ​ທີ່​ຖືກ​ພົບ​ເຫັນ​ວ່າ​ມີຄວາມ​ຜິດ​ນັ້ນ ​ແມ່ນ​ຮວມທັງ ນາຍ​ພົນ​ສອງ​ດາວ​ຄົນ​ນຶ່ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Afghanistan Hospital Bombing Reax
please wait

No media source currently available

0:00 0:01:09 0:00

XS
SM
MD
LG