ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳ​ນຽບ​ຫ້າ​ແຈ ປະ​ຕິ​ເສດ ຕໍ່​​ຂ່າວ ສ​ຫລ ຈະ​ຫຼຸ​ດ ການ​ປະ​ຕິ​ບັດ​ງານ ຢູ່ ໂຊ​ມາ​ເລຍ


ຊາຍ​ຄົນ​ນຶ່ງ ຍ່າງ​ຜ່ານ​ຕຶກ ທີ່​ຖືກ​ທຳ​ລາຍ ຫຼັງ​ຈາກ​ ​ເຫດ​ລະ​ເບີດ ທີ່​ນະ​ຄອນ​ຫຼວງ ​ໂມ​ກາ​ດິ​ສ​ຊູ ເມື່ອ​ວັນ​ເສົາ ທີ 22 ທັນ​ວາ 2018.
ຊາຍ​ຄົນ​ນຶ່ງ ຍ່າງ​ຜ່ານ​ຕຶກ ທີ່​ຖືກ​ທຳ​ລາຍ ຫຼັງ​ຈາກ​ ​ເຫດ​ລະ​ເບີດ ທີ່​ນະ​ຄອນ​ຫຼວງ ​ໂມ​ກາ​ດິ​ສ​ຊູ ເມື່ອ​ວັນ​ເສົາ ທີ 22 ທັນ​ວາ 2018.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ໄດ້​ປະ​ຕິ​ເສດ​ຕໍ່​ລາຍ​ງານ​ຂອງ​ສື່ມວນ​ຊົນ​ທີ່​ວ່າ ສະ​ຫະ ​ລັດ​ພວມ​ວາງ​ແຜນ​ຈະ​ຫຼຸດ​ການ​ປະ​ຕິ​ບັດ​ງານ​ຂອງ​ຕົນລົງໃນ​ປະ​ເທດ​ໂຊ​ມາ​ເລຍ.

ພັນ​ໂທກອງ​ທັບ​ເຮືອ ແຄນ​ດິ​ສ ເທ​ຣ​ສ (Candice Tresch) ໂຄ​ສົກ​ຂອງ​ທຳນຽບ​ຫ້າ​ແຈ ກ່າວ​ຕໍ່​ອີ​ໂອ​ເອ ໃນ​ວັນ​ສຸກວານນີ້​ວ່າ “ບໍ່​ມີ​ການ​ປ່ຽນ​ແປງ​ໃດໆ​ໃນນະ​ໂຍ​ບາຍ​ເມື່ອ​ໄວໆ​ມານີ້ ກ່ຽວ​ກັບ​ການ​ປະ​ຕິ​ບັດ​ງານ​ຂອງ​ສະ​ຫະ​ລັດ​ໃນ​ໂຊ​ມາເລຍ. ພວກ​ເຮົາ​ຈະ​ສືບ​ຕໍ່ ​ໃຫ້​ການ​ສະ​ໜັບ​ສະ​ໜຸ​ນ ໃນ​ຄວາມ​ພະ​ຍາ​ຍາມ ​ຂອງ​ລັດຖ​ະ​ບານ​ກາງ​ໂຊ​ມາ​ເລຍ ທີ່​ຈະ​ທຳ​ລາຍ​ກຸ່ມ​ອາ​ລ​ຊາ​ບັບ.”

ໂທ​ລະ​ພາບ NBC ລາຍ​ງານ​ໃນ​ວັນ​ສຸກວານນີ້​ວ່າ ສະ​ຫະ​ລັດ​ພວມ​ວາງ​ແຜນ​ທີ່ຈະ​ຫຼຸດ​ການ​ປະ​ຕິ​ບັດ​ງານ​ໃນ​ໂຊ​ມາ​ເລຍ​ລົງ ຍ້ອນ​ວ່າ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ສະ​ຫະ​ລັດ “ໄດ້​ສັງ​ຫານ” ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ງານອະ​ວຸ​ໂສ​ຂອງ​ກຸ່ມ​ຫົວຮຸນ​ ແຮງ​ໄປ​ແລ້ວ​ຈຳ​ນວນ​ນຶ່ງ.

ທຳ​ນຽບ​ຫ້າ​ແຈ​ ກ່າວ​ວ່າ “ສະ​ຫະ​ລັດ ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດ ​ແບບ​ແມ່ນ​ຍຳ 47 ເທື່ອ ຕໍ່​ກຸ່ມ​ຫົວ​ຮຸນ​ແຮງ​ອາ​ລ​ຊາ​ບັບ ໃນ​ປີ 2018. ໃນ​ປີ 2017 ສະ​ຫະ​ລັດໄດ້​ທຳ​ການ​ໂຈມ​ຕີທາງ​ອາ​ກາດ 35 ເທື່ອ ແລະ 2016 15 ເທື່ອ. ການ​ໂຈມ​ຕີເທື່ອ​ທຳ​ອິດ​ຂອງ​ສະ​ຫະ​ລັດ​ໃນ​ປີ 2019 ແມ່ນ​ມີ​ຂຶ້ນ​ໃນ​ວັນ​ທີ 2 ມັງ​ກອນ ເພື່ອເຮັດ​ໃຫ້​ການ​ເຄື່ອນ​ໄຫວ​ໄປ​ມາ​ຂອງ​ກຸ່ມ​ອາ​ລ​ຊາ​ບັບ​ໝົດ​ໄປ ແລະ​ເພີ້ມ​ຄວາມ​ກົດດັນ​ຕໍ່​ກຸ່ມ​ກໍ່​ການ​ຮ້າຍ​ຢູ່​ໃນ​ເຂດ​ດັ່ງ​ກ່າວ.”

ເຈົ້າ​ໜ້າ​ທີ່ກອງ​ທັບ​ສະ​ຫະ​ລັດ​ກ່າວ​ວ່​າ ມີ​ພວກ​ນັກ​ລົບ​ກຸ່ມ​ອາ​ລ​ຊາ​ບັບ​ປະ​ມານ 3 ຫາ 7 ພັນ​ຄົນ ແລະ​ນັກ​ລົບ​ກຸ່ມ​ລັດ​ອິ​ສ​ລາມ​ 70 ຫາ 250 ຄົນ ໃນ​ໂຊ​ມາ​ເລຍມາ​ຮອດ​ທ້າຍ​ປີ 2018.

ມີ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ປະ​ມານ 500 ຄົນ ປະ​ຈຳ​ການ​ຢູ່​ໃນ​ປະ​ເທດ​ໂຊ​ມາ​ເລຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG