ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທຳ​ນຽບ​ຫ້າ​ແຈ ປະ​ຕິ​ເສດ ຕໍ່ລາຍ​ງານຂ່າວ ທະ​ຫານ​ ສ​ຫລ ຮູ້ເຫັນ​ ການ​ທາ​ລຸ​ນ​ ນັກ​ໂທດ ໃນ​ເຢ​ເມນ


ຮູບ​ພາບ​ທີ່ມອງ​ເຫັນ​ຜ່ານ​ຕາໜ່າງປ່ອງ​ຢ້ຽມ ທີ່​ຄຸກ​ໃຫຍ່ ແມນ​ຊູ​ຣາ ໃນ​​ນະ​ຄອນ​ເອ​ເດນ ປະ​ເທດ​ເຢ​ເມນ ວັນ​ທີ 9 ພຶດ​ສະ​ພາ 2017.
ຮູບ​ພາບ​ທີ່ມອງ​ເຫັນ​ຜ່ານ​ຕາໜ່າງປ່ອງ​ຢ້ຽມ ທີ່​ຄຸກ​ໃຫຍ່ ແມນ​ຊູ​ຣາ ໃນ​​ນະ​ຄອນ​ເອ​ເດນ ປະ​ເທດ​ເຢ​ເມນ ວັນ​ທີ 9 ພຶດ​ສະ​ພາ 2017.

ທຳ​ນຽບ​ຫ້າ​ແຈ​ ປະ​ຕິ​ເສດຕໍ່​ການ​ກ່າວ​ຫາ​ທີ່​ວ່າ ບັນ​ດາ​ສະ​ມາ​ຊິກ​ກອງ​ທັບສະ​ຫະ​ລັດ ໄດ້
​ພົວ​ພັນ​ຢູ່​ໃນ ຫຼືບໍ່​ກໍເປັນ​ພິ​ຍານ​ ໃນການ​ທາ​ລຸນ​ຜູ້​ຕ້ອງ​ສົງ​ໄສ​ກໍ່​ການ​ຮ້າຍ​ຢູ່​ຄຸກໃນ​ເຢ​ເມນ.

ທຳ​ນຽບ​ຫ້າ​ແຈ​ໄດ້​ປະ​ຕິ​ເສດ​ຢູ່​ໃນ​ລາຍ​ງານ​ສະ​ບັບ​ໃໝ່ຕໍ່ລັດ​ຖະສະ​ພາ. ອົງ​ການ​ຂ່າວ​ເອ
​ພີ ໄດ້​ເຫັນ​ລາຍ​ງານ​ທີ່​ບໍ່ມີ​ການປິດລັບ​ດັ່ງ​ກ່າວ.

ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ​ແລ້ວ ລາຍ​ງານ​ກ່າວ​ວ່າ “ຕາມການ​ເກັບ​ກຳ​ຂໍ້​ມູນໃນ​ເວ​ລາ​ນີ້
ພວກ​ເຮົາ​ໄດ້​ລົງ​ຄວາມ​ເຫັນ​ວ່າ ພະ​ນັກ​ງານ​ກະ​ຊວງ​ປ້ອງ​ກັນ​ປະ​ເທດບໍ່​ໄດ້​ສັງ​ເກດ ຫຼືພົວ​
ພັນແບບ​ຜິດ​ກົດ​ໝາຍ​ ໃນ​ກ​ານ​ທາ​ລຸນ ທີ່​ບໍ່​ມີ​ມະ​ນຸດ​ສະ​ທຳ ຫຼື​ການ​ປະ​ຕິ​ບັດ​ທີ່​ບໍ່​ດີ​ຕໍ່ພວກ
​ທີ່​ຖືກ​ກັກ​ຂັງ​ຢູ່​ໃນ​ເຢ​ເມນ.”

ລ​າຍ​ງານ​ຍັງ​ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ​ຍັງ​ບໍ່​ທັນມີ “ຂໍ້​ມູນໃດໆ​ທີ່ເປັນ ​ອິ​ດ​ສະ
|ຫ​ລະ ໜ້າ​ເຊື່ອ​ຖືໄດ້” ວ່າ​ ບັນ​ດາ​ພັນ​ທະ​ມິດຂອງ​ສະຫະ​ລັດຢູ່​ໃນ​ເຢ​ເມນ​ໄດ້​ທາ​ລຸນ​ພວກ
​ຜູ້​ຕ້ອງ​ສົງ​ໄສ.

ອົງ​ການ​ຂ່າວ​ເອ​ພີ ແລະ​ບັນ​ດາ​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ໄດ້​ກ່າວ​ຫາ​ວ່າ ຊາວເຢ​ເມນ​ໄດ້​
ຖືກ​ທຳ​ຮ້າຍ ແລະ​ລວນ​ລາມ​ທາງ​ເພດ​ຢູ່​ໃນ​ຄຸກ ທີ່​ບໍ​ລິ​ຫ​ານ​ໂດຍ​ສະ​ຫະ​ລັດ​ອາ​ຣັບ ເອ​ເມີ​
ເຣັ​ສ ແລະ​ບັນ​ດາ​ພັນ​ທະ​ມິດ​ທະ​ຫານ​ບ້ານ ​ຢູ່​ໃນ​ເຢ​ເມນ ແລະ​ກຳ​ລັງ​ທະ​ຫານ​ສະ​ຫະ​ລັດ
​ ອາດໄດ້​ຮູ້​ເຫັນ​ເປັນ​ພິ​ຍານ​ກ່ຽວ​ກັບ​ເຫດ​ການ​ເຫຼົ່າ​ນີ້.

ສະ​ຫະ​ລັດ​ອາ​ຣັບເອ​ເມີ​ເຣັ​ສ ເປັນສ່ວນ​ນຶ່ງ​ຂອງ​ກຸ່ມແນວ​ໂຮມທີ່​ນຳ​ພາ​ໂດຍ​ຊາ​ອຸ​ດີ​ອາ​ຣາ
​ເບຍ ໃນ​ກາ​ນ​ສູ​ລົບ​ກັບ​ພວກ​ກະ​ບົດ​ຮູ​ທີ ທີ່​ໜູນ​ຫຼັງ​ໂດຍ​ອີ​ຣ່ານ.

ສະ​ຫະ​ລັດ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ກຸ່ມ​ແນວ​ໂຮມ ​ໂດຍຜ່ານ​ການ​ຂາຍ​ອາ​ວຸດ​ໃຫ້​ແກ່
​ຊາ​ອຸ​ດີ ​ອາ​ຣາ​ເບຍ ແລະ​ຊ່ວຍ​ໃນ​ການ​ສືບ​ລັບ.

ລາຍ​ງານ​ຂອງ​ທຳ​ນຽບ​ຫ້າ​ແຈ​ກ່າວ​ວ່າ ທະ​ຫານ​ສະ​ຫະ​ລັດ “ໄດ້ໃຫ້​ການ​ເຝິກ​ແອບ ​ກ່ຽວ
​ກັບກົດ​ໝາຍໃນການ​ຂັດ​ແຍ້ງທາ​ງອາ​ວຸດ ແລະ​ພື້ນ​ຖານ​ການ​ດູ​ແລ
​ທີ່​ມີ​ມະ​ນຸດ​ສະ​ທຳ ແລະ​ເຝິກ​ແອບ​ໃນ​ການ​ຊອກ​ຫາ ແລະ​ລາຍ​ງານ​ການ​ທຳ​ຮ້າຍ​ຕໍ່​ຜູ້ທີ່
ຖືກ​ກັກ​ຂັງ.”

ໂຄ​ສົກ​ຍິງ​ທຳ​ນຽບ​ຫ້າ​ແຈ​ຄົນ​ນຶ່ງ​ກ່າວ​ໃນ​ວັນ​ອັງ​ຄານ​ວານ​ນີ້​ວ່າ ພວກ​ເຈົ້າ​ໜ້າ​ທີ່​ສະ​ຫະ​
ລັດ​ຈະ​ທຳ​ການສືບ​ສວນ​ ກ່ຽວ​ກັບລາຍ​ງານ​ການ​ທຳ​ຮ້າຍນັກ​ໂທດ.

ອ່ານ​ຂ່າວ​ນີ​້ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG