ທຳນຽບຫ້າແຈໄດ້ປະຕິເສດວ່າ ບໍ່ໄດ້ຕັ້ງໃຈທີ່ເຮັດໃຫ້ມະຫາຊົນເຂົ້າໃຈຜິດກ່ຽວກັບສົງຄາມໃນອັຟການິສຖານທີ່ແກ່ຍາວມາໄດ້ 18 ປີ ນັ້ນຫຼັງຈາກມີລາຍງານ ທີ່ໄດ້ຟິມອອກເຜີຍແຜ່ໂດຍໜັງສືພິມວໍຊິງຕັນໂພສທ໌ ເອກກະສານຈຳນວນຫຼວງ ຫຼາຍຂອງລັດຖະບານ ທີ່ໄດ້ເຜີຍແບໃຫ້ຮູ້ວ່າ ບັນດາເຈົ້າໜ້າທີ່ ໄດ້ໃຫ້ຄຳວິນິດໄສໃນທາງບວກຫຼາຍເກີນຄວາມເປັນຈິງ ທັງໆທີ່ຮູ້ວ່າ ມັນເປັນເລື້ອງທີ່ບໍ່ຈິງ ແລະໄດ້ພາກັນປົກປິດຫຼັກຖານ ທີ່ວ່າ ບັນຫາຂັດແຍ້ງດັ່ງກ່າວນັ້ນ ຈະບໍ່ສາມາດເອົາຊະນະໄດ້.
ໂຄສົກທຳນຽບຫ້າແຈ ພັນໂທ ທອມມັສ ແຄມໂບລ ໄດ້ຂຽນຫາ ວີໂອເອ ໃນວັນຈັນວານນີ້ ທີ່ກ່າວວ່າ “ບໍ່ມີເຈດຕະນາໃດ ໂດຍກະຊວງປ້ອງກັນປະເທດ ທີ່ເຮັດໃຫ້ ລັດຖະສະພາ ຫຼື ມະຫາຊົນ ເຂົ້າໃຈຜິດເລີຍ.”
ພັນໂທ ແຄມໂບລ ກ່າວຕື່ມວ່າ “ຂໍ້ມູນຢູ່ໃນການໃຫ້ສຳພາດຕ່າງໆ ແມ່ນສະໜອງໃຫ້ໂດຍ ໜ່ວຍງານ ຫົວໜ້າກວດກາພິເສດ ຮັບຜິດຊອບການບູລະນະຟື້ນຟູອັຟການິສຖານ ຫຼືເອີ້ນຫຍໍ້ວ່າ SIGAR ກໍເພື່ອການສະແດງຈຸດປະສົງຂອງການຮວມເຂົ້າໃນບົດລາຍງານຂອງ SIGAR ທີ່ນຳອອກເຜີຍແຜ່ຕໍ່ມະຫາຊົນ.”
ໜັງສືພິມວໍຊິງຕັນໂພສ ໄດ້ກ່າວວ່າ ເອກກະສານທັງຫຼາຍ ທີ່ມີການສຳພາດ ຫຼາຍກວ່າ 400 ເທື່ອກັບບັນດານາຍທະຫານ ແລະເຈົ້າໜ້າທີ່ລະດັບອະວຸໂສ ຜູ້ທີ່ຢູ່ວົງໃນຂອງລັດຖະບານ ໄດ້ໃຫ້ຄວາມເຫັນຕ້ອງຕິທີ່ບໍ່ມີຂີດຈຳກັດແຕ່ຢ່າງໃດ ກ່ຽວກັບວ່າ ແມ່ນຫຍັງຜິດພາດໄປຢູ່ໃນອັຟການິສຖານ ແລະສະຫະລັດ ໄດ້ເຂົ້າໄປຫຍຸ້ງກ່ຽວໃນສົງຄາມມາໄດ້ເກືອບ 2 ປີ ໄດ້ແນວໃດ.
ອີງຕາມລາຍງານຂອງ ໜັງສືພິມວໍຊິງຕັນໂພສທ໌ແລ້ວ ບັນດາເຈົ້າໜ້າທີ່ຂອງສະຫະລັດ ໂດຍສ່ວນໃຫຍ່ ຜູ້ທີ່ໄດ້ກ່າວໄປ ພາຍໃຕ້ການສັນນິຖານ ທີ່ວ່າ ຄວາມເຫັນຂອງພວກເພິ່ນນັ້ນ ຈະບໍ່ໄດ້ຖືກເປີດເຜີຍຕໍ່ສາທາລະນະ ກໍໄດ້ຍອມຮັບວ່າ ຍຸດທະສາດຂອງການຕໍ່ສູ້ໃນສົງຄາມນັ້ນ ແມ່ນຂາດຕົກບົກຜ່ອງ ແລະວ່າ ສະຫະລັດ ໃຊ້ເງິນຫຼາຍຮ້ອຍພັນລ້ານໂດລາຢ່າງສະຊາຍ ໃນການພະຍາຍາມທີ່ຈະເຮັດໃຫ້ອັຟການິສຖານ ມີສະຖຽນລະພາບ ໃຫ້ເປັນປະເທດທີ່ມີປະຊາທິປະໄຕ.