ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານອອສຕິນ ມຸຸ່ງໜ້າໄປປະເທດເຄັນຢາ ເພື່ອເຈລະຈາ ດ້ານປ້ອງກັນຊາດ


ລັດຖະມົນຕີກະຊວງປ້ອງກັນຊາດສະຫະລັດ ທ່ານລອຍ ເຈ. ອອສຕິນ III (Lloyd J. Austin III) ພ້ອມກັບປະທານາທິບໍດີໂຊມາເລຍ ທ່ານຮັ​ຊ​ຊານ ​ເຊກ ໂມ​ຮາ​ມູດ (Hassan Sheikh Mohamud) ໃນປະເທດ ຈິບູຕີ (Djibouti) ວັນທີ 24 ກັນຍາ 2023.
ລັດຖະມົນຕີກະຊວງປ້ອງກັນຊາດສະຫະລັດ ທ່ານລອຍ ເຈ. ອອສຕິນ III (Lloyd J. Austin III) ພ້ອມກັບປະທານາທິບໍດີໂຊມາເລຍ ທ່ານຮັ​ຊ​ຊານ ​ເຊກ ໂມ​ຮາ​ມູດ (Hassan Sheikh Mohamud) ໃນປະເທດ ຈິບູຕີ (Djibouti) ວັນທີ 24 ກັນຍາ 2023.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ ລອຍ ອອສຕິນ ເດີນ​ທາງ​ໄປປະເທດເຄັນຢາ ໃນ​ວັນ​ຈັນ​ມື້​ນີ້ ເພື່ອ​ໂອ້​ລົມ​ກັບ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ ກ່ຽວ​ກັບ​ຄວາມ​ໝັ້ນຄົງ ແລະ​ການຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ.

ກ່ອນອອກເດີນທາງໄປນະຄອນຫຼວງໄນໂຣບີ (Nairobi), ທ່ານອອສຕິນ ໄດ້ກ່າວຂອບໃຈ ທະຫານສະຫະລັດ ທີ່ ຄ້າຍເລີມົງນີເອ (Lemonnier) ໃນ ປະເທດຈິບູຕີ (Djibouti) ໂດຍເນັ້ນເຖິງສິ່ງທີ່ທ່ານເອີ້ນວ່າບົດບາດທີ່ "ໜ້າປະທັບໃຈຫຼາຍ" ຂອງພວກເຂົາໃນການຍົກຍ້າຍນັກການທູດສະຫະລັດອອກຈາກຊູດານໃນເດືອນເມສາ.

"ສະຖານທີ່ນີ້ແມ່ນມີຄວາມສຳຄັນຫຼາຍ. ພວກ​ເຮົາ​ຢືນ​ຢັດ​ເຖິງ​ຄວາມ​ສາມາດ​ຢູ່​ທີ່​ນີ້ ຫຼັງ​ຈາກ​ການ​ໂຈມ​ຕີ​ໃນ​ວັນ​ທີ 11 ກັນຍາ​ໃນ​ຂະນະ​ທີ່​ພວກ​ເຮົາ​ກຳລັງພະຍາ ຍາມຕໍ່​ຕ້ານກັບບັນດາອົງກອນ​ຫົວ​ຮຸນ​ແຮງ,” ທ່ານອອສຕິນ ກ່າວ. "ນັບຕັ້ງແຕ່ນັ້ນມາ, ສະຖານທີ່ນີ້ບໍ່ພຽງແຕ່ ຊ່ວຍໃຫ້ພວກເຮົາເຮັດສິ່ງນັ້ນໄດ້, ແຕ່ພວກເຮົາຍັງໄດ້ຂະຫຍາຍສິ່ງທີ່ພວກເຮົາສາມາດເຮັດໄດ້ຈາກສະຖານທີ່ນີ້ໃຫ້ກວມເອົາສິ່ງທີ່ພວກທ່ານໄດ້ຊ່ວຍພວກເຮົາໃນບໍ່ດົນມານີ້ ເຊັ່ນການຍົກຍ້າຍນັກການທູດຂອງພວກເຮົາອອກຈາກຊູດານ.”

ທ່ານອອສຕິນ ​ໃນ​ວັນ​ອາທິດ​ວານ​ນີ້ ​ໄດ້​ຍ້ອງຍໍກອງ​ກຳລັງ​ຂອງ​ໂຊ​ມາ​ເລຍ ທີ່ມີ “ຄວາມ​ກ້າວ​ໜ້າ ​ທີ່​ໜ້າ​ປະ​ທັບ​ໃຈ” ​ໃນ​ການ​ຕໍ່ສູ້​ຕ້ານກຸ່ມອາລ-ຊາບັບ (al-Shabab) ​ແຕ່​ກ່າວ​ເຕືອນ​ວ່າ ກຸ່ມ​ກໍ່​ການ​ຮ້າຍ​ຍັງ​ສາມາດ “ສົ່ງ​ອອກການ​ກໍ່​ການ​ຮ້າຍ​ອອກ​ຈາກ​ພື້ນທີ່​ທີ່​ບໍ່​ມີ​ການ​ຄຸ້ມ​ຄອງ.”

ທ່ານອອສຕິນ ໄດ້ພົບປະກັບປະທານາທິບໍດີໂຊມາເລຍ ທ່ານຮັ​ຊ​ຊານ ​ເຊກ ໂມ​ຮາ​ມູດ (Hassan Sheikh Mohamud) ໃນປະເທດຈີບູຕີ (Djibouti) ໃນວັນອາທິດ ເຊິ່ງເປັນສ່ວນນຶ່ງຂອງການຢ້ຽມຢາມທະວີບອາຟຣິກາ ຄັ້ງທຳອິດຂອງທ່ານ ໃນຖານະລັດຖະມົນຕີກະຊວງປ້ອງກັນປະເທດ. ກ່ອນ​ໜ້າ​ນັ້ນ, ທ່ານ ອອສຕິນ ​ໄດ້​ພົບ​ປະ​ກັບ​ປະທານາທິບໍດີຈີບູຕີ ​ແລະລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ, ຂອບ​ໃຈ​ພວກທ່ານທີ່​ເປັນ​ເຈົ້າ​ພາບ ​ໃຫ້​ສະ​ຫະ​ລັດ​ຕັ້ງ​ຖານທັບຫຼັກ​ ​ໃນ​ອາ​ຟ​ຣິ​ກາ ແລະ ສະ​ຫນັບ​ສະ​ຫນູນ​ໂຊ​ມາ​ເລຍ​ ໃນ​ການ​ຕໍ່​ສູ້​ຕ້ານ​ກຸ່ມ​ຫົວ​ຮຸນ​ແຮງ.

ກອງທັບ​ໂຊ​ມາ​ເລຍ ​ແລະ​ທະຫານບ້ານທີ່​ເປັນ​ພັນທະ​ມິດ ​ໄດ້​ສືບ​ຕໍ່​ຂັບ​ໄລ່​ພວກນັກລົບກຸ່ມອາລ-ຊາບັບ (al-Shabab)​ ອອກ​ຈາກ​ພາກ​ກາງ ຂອງ​ໂຊ​ມາ​ເລຍ ເຊິ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ໂຈມ​ຕີ ​ທາງ​ທະຫານ​ຂອງ​ປະ​ເທດ ນັບ​ຕັ້ງ​ແຕ່ ​ປະ ທານາທິບໍດີ​ໄດ້​ປະກາດ “ສົງຄາມເຕັມຮູບແບບ” ຕໍ່​ພວກ​ຫົວ​ຮຸນ​ແຮງ​ໃນ​ເດືອນ​ສິງຫາ ປີ 2022.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG