ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການທົດລອງ ລູກສອນໄຟ ຂອງເກົາຫຼີເໜືອ ເປັນຄຳເຕືອນ ກ່ຽວກັບອັນຕະລາຍ ໃນແຫຼມເກົາຫຼີ


ລມຕ ປ້ອງກັນປະເທດ Ashton Carter ທີ່ຖານທັບອາກາດ Osan ໃນເກົາຫຼີໃຕ້ ວັນທີ 9 ເມສາ 2015
ລມຕ ປ້ອງກັນປະເທດ Ashton Carter ທີ່ຖານທັບອາກາດ Osan ໃນເກົາຫຼີໃຕ້ ວັນທີ 9 ເມສາ 2015

ໃນ​ຂະນະ​ດຽວ​ກັນ ທ່ານ Ashton Carter ລັດຖະມົນຕີ​ປ້ອງ​ກັນ
​ປະ​ເທດ​ສະຫະລັດ ທີ່​ເດີນທາງ​ໄປ​ຮອດ​ເກົາຫຼີ​ໃຕ້​ໃນ​ວັນ​ພະຫັດ​
ມື້​ນີ້ ກ່າວ​ວ່າ ການ​ທົດ​ລອງ​ລູກ​ສອນ​ໄຟໃນຫວ່າງ​ໄວໆ​ຜ່ານ​ມາ
​ນີ້​ຂອງ​ພຽງ​ຢ້າງເປັນ​ຄຳ​ເຕືອນ​ອັນໜຶ່ງ​ກ່ຽວກັບສະຖານະ​ການ​ທີ່
​ອັນຕະລາຍ​ແນວ​ໃດທີ່ ແຫຼມ​ເກົາຫຼີ​ນັ້ນ.

​ໃນ​ການ​ຖະ​ແຫຼ​ງທີ່​ຖານ​ທັບ​ອາກາດ Yokota ກ່ອນ​ຈະ​ອອກ
ເດີນທາງ​ໄປ​ຍັງ​ເກົາຫຼີ​ໃຕ້ ທ່ານ Carter ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​
ວ່າ ທ່ານ” ​ເວົ້າ​ຍົກຍໍ​ເກີນ​ຄວາມ​ເປັນ​ຈິງ” ຖ້າ​ຫາກ​ວ່າການ​
ທົດ​ລອງ​ລູກ​ສອນໄຟ​ຂອງ​ເກົາຫຼີ​ເໜືອ​ໄດ້​ມີ​ຄວາມ​ໝາຍວ່າ
​ເປັນສານ​ສະ​ແດງ​ການ​ຕ້ອນຮັບ”
ສຳລັບ​ທ່ານ​ນັ້ນ.

​ໄດ້​ມີການ​ຍິງ​ລູກ​ສອນ​ໄຟ​ໃນ​ລະຍະ​ໃກ້​ຫລາຍ​ລູກໃນ​ສັບປະດາ​ນີ້ ​ທີ່​ຕົກລົງ​ໃສ່​ທະ​ເລນອກ
ຝັ່ງ​ຕາ​ເວັນ​ຕົກ​ຂອງ​ເກົາຫຼີ​ເໜືອ ​ແລະ​ເກົາຫຼີ​ເໜືອ​ກໍ​ໄດ້​ຍິງ​ລູກ​ສອນ​ໄຟ 4 ລູກ​ໃນ​ການ​ທົດ​ລອງ​ຄ້າຍຄື​ກັນ​ນີ້ ​ໃນ​ວັນ​ສຸກສັບປະດາ​ແລ້ວ​ນີ້.

ມັນ​ບໍ່​ເປັນ​ຂອງ​ທີ່​ຜິດ​ທຳ​ມະ​ດາ​ສຳລັບ​ເກົາຫຼີ​ເໜືອ​ທຳ​ການທົດ​ລອງ​ເຊັ່ນນີ້ ກ່ອນ​ການ​ຢ້ຽມ
ຢາມ​ໃນ​ຂົງ​ເຂດ ​ໂດຍ​ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ຫຼື ໃນ​ລະຫວ່າງ​ທີ່​ເກີດ​ຄວາມ​ເຄັ່ງ​ຕຶງ​
ສູງ​ຂຶ້ນ​ ກັບ​ເກົາຫຼີ​ໃຕ້ ຊຶ່ງເປັນຄູ່​ສັດຕູ ນັ້ນ.

​ໃນ​ວັນ​ພະຫັດ​ມື້​ນີ້ ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ເກົາຫລີໃຕ້ ​ເອີ້ນ​ການ​ທົດ​ລອງ​ໃນ​ສັບປະ
ດາ​ນີ້ວ່າ ​ເປັນ​ການ​ທົດ​ລອງ​ຕາມ​ປົກກະຕິ ​ແລະ​ກ່າວ​ຕື່ມ​ວ່າ​ ລູກ​ສອນ​ໄຟ​ເຫຼົ່າ​ນີ້ ບໍ່​ໄດ້​ເປັນ​ໄພ​ຂົ່ມຂູ່ໃນ​ດ້ານ​ຄວາມ​ປອດ​ໄພ​ທີ່​ຮ້າຍ​ແຮງ​ໃດໆ​ຕໍ່​ເກົາຫຼີ​ໃຕ້.

ບັນດາ​ເຈົ້າ​ໜ້າ​ທີ່​ເກົາຫຼີ​ໃຕ້ ຍັງ​ກ່າວ​ເຊັ່ນ​ກັນ​ວ່າ ການ​ຍິງ​ລູກ​ສອນ​ໄຟ​ເຫຼົ່າ​ນີ້ ປາກົດ​ວ່າ ​ເປັນ​ການ​ຕອບ​ໂຕ້​ອັນ​ໜຶ່ງຕໍ່​ການ​ຊ້ອມ​ລົບ​ຮ່ວມ Foal Eagle ທີ່​ກຳລັງ​ດຳ​ເນີນ​ໄປຢູ່ໃນເວລາ
ນີ້ລະຫວ່າງ​ສະຫະລັດ​ແລະ​ເກົາຫຼີ​ໃຕ້.

ການ​ຊ້ອມ​ລົບ​ຮ່ວມ​ປະຈຳ​ປີ​ດັ່ງກ່າວ ​ໄດ້​ເປັນ​ແຫຼ່ງທີ່​ມາ​ຂອງ​ຄວາມ​ເຄັ່ງ​ຕຶງ​ຕາມປົກກະຕິ​ລະຫວ່າງ​ສອງ​ເກົາຫຼີ ຊຶ່ງໃນທາງເຕັກນິກ​ແລ້ວ​ ແມ່ນ ຍັງຢູ່ໃນພາວະ​ສົງຄາມ​ ນັບ​ແຕ່ບັນ
ຫາຂັດແຍ້ງລະຫວ່າງປະເທດທັງ ສອງ ​ໄດ້​ຍຸດຕິ​ລົງ​ໃນ​ໃນ​ຊຸມ​ປີ 1950ດ້ວຍການສະຫງົບ
ເສິກຊົ່ວຄາວ ​ແທນ​ທີ່​ຈະ​ເປັນ​ສົນທິສັນຍາ​ສັນຕິພາບນັ້ນ.

ຝ່າຍ​ພຽງ​ຢ້າງ​ກ່າວ​ວ່າ ຕົນ​ຖື​ເລື້ອງ​ການ​ຊ້ອມ​ລົບ​ນີ້​ເປັນ​ການ​ກະກຽມ​ເພື່ອ​ການ​ຮຸກ​ຮານ ​ໃນ​ຂະນະ​ດຽວ​ກັນ​ຝ່າຍ​ວໍ​ຊິງ​ຕັນ​ແລະ​ໂຊ​ລ ກ່າວ​ວ່າ ການ​ຊ້ອມ​ລົບ​ດັ່ງກ່າວ​ ແມ່ນຢູ່ໃນລັກສະ
ນະ​ເປັນ​ການ​ປ້ອງ​ກັນ​ເທົ່າ​ນັ້ນ.

ການ​ຂົ່ມຂູ່ ​ໂດຍ​ເກົາຫຼີ​ເໜືອ​ນີ້ ຄາດ​ວ່າ​ຈະ​ເປັນ​ຫົວຂໍ້​ສຳຄັນ​ຂອງ​ການ​ໂອ້​ລົມ​ສົນທະນາ​ກັນ ສຳລັບ​ການ​ພົບ​ປະ​ຫາລື​ກັນ​ຂອງ​ທ່ານ Carter ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ນະຄອນ
ຫລວງ​ໂຊ​ລ ນັ້ນ.

XS
SM
MD
LG