ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຫົວ​ໜ້າ ທຳ​ນຽບ​ຫ້າ​ແຈ ປົດ​ເລ​ຂາ​ທິ​ການ​ກອງ​ທັບ​ເຮືອ ອອກ​ຈາກ​ຕຳ​ແໜ່ງ


ເລ​ຂາ​ທິ​ການກອງ​ທັບ​ເຮືອ ທ່ານ ຣິດ​ຊາດ ສະ​ເປັນ​ເຊີ ກ່າວ​ຄຳ​ປາ​ໄສ​ຕໍ່​ບັນ​ດິດ ໃນ​ລະ​ຫວ່າງ​ພິ​ທີ​ມອບ​ໃບ​ປະ​ກາດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ສົງ​ຄາມ​ທະ​ຫານ​ເຮືອ ສະ​ຫະ​ລັດ, ເມືອງ ຮິວ​ຜອດ, ລັດ ໂຣດ ໄອ​ແລນ. 14 ມິ​ຖຸ​ນາ, 2019.
ເລ​ຂາ​ທິ​ການກອງ​ທັບ​ເຮືອ ທ່ານ ຣິດ​ຊາດ ສະ​ເປັນ​ເຊີ ກ່າວ​ຄຳ​ປາ​ໄສ​ຕໍ່​ບັນ​ດິດ ໃນ​ລະ​ຫວ່າງ​ພິ​ທີ​ມອບ​ໃບ​ປະ​ກາດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ສົງ​ຄາມ​ທະ​ຫານ​ເຮືອ ສະ​ຫະ​ລັດ, ເມືອງ ຮິວ​ຜອດ, ລັດ ໂຣດ ໄອ​ແລນ. 14 ມິ​ຖຸ​ນາ, 2019.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ​ະ​ຫະ​ລັດ ທ່ານ​ມາກ ແອັ​ສ​ເປີ ໄດ້​ຂໍ​ໃຫ້​ເລ​ຂາ​ທິ​ການກອງ​ທັບ​ເຮືອ ທ່ານ​ຣິດ​ຊາດ ສະ​ເປັນ​ເຊີ ລາ​ອອກ​ຈາກ​ຕຳ​ແໜ່ງ ໂດຍ​ອ້າງ​ເຖິງ​ການ​ຈັດ​ການ​ນຳຄະ​ດີຂອງ​ທະ​ຫານກອງ​ທັບ​ເຮືອ ໜ່ວຍຊີ​ລ (SEAL) ຜູ້​ທີ່​ຖືກ​ກ່າວ​ຫາ​ວ່າ ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ​ໃນ​ອີ​ຣັກ.

​ທ່ານ​ແອັ​ສ​ເປີ ໄດ້​ຂໍ​ໃຫ້ທ່ານ​ສະ​ເປັນ​ເຊີ ​ຍື່ນໜັງ​ສື​ລາ​ອອກ ​ໃນ​ວັນ​ອາ​ທິດ​ວານນີ້ ແລະ​ທ່ານ​ສະ​ເປັນ​ເຊີ ກໍ​ໄດ້​ຍື່ນໜັງ​ສື​ລາ​ອອກ ອີງ​ຕາມ​ການ​ກ່າວ​ຂອງ​ໂຄ​ສົກ​ທຳ​ນຽບ​ຫ້າ​ແຈ.

ການຮ້ອງ​ຂໍດັ່ງ​ກ່າວ ກ່ຽວ​ຂ້ອງ​ກັ​ບ​ຄະ​ດີ​ຂອງ​ຈ່າ​ເອກ ແອດ​ເວີດ ກ​າລາ​ເກີ (Edward Gallagher) ເປັນທະ​ຫານກອງ​ທັບ​ເຮືອ​ໜ່ວຍ​ຊີ​ລ ຜູ້ທີ່​ໄດ້ຖືກກ່າວ​ຫາ​ວ່າ ກໍ່​ອາ​ຊະ​ກຳ​ສົງ​ຄາມ ໃນ​ລະ​ຫວ່າງປະ​ຈຳ​ການຢູ່ໃນ​ອີ​ຣັກ ​ເມື່ອ​ປີ 2017. ຜູ້​ກ່ຽວ​ໄດ້​ຖືກ​ສານທະ​ຫານ​ຍົກ​ຟ້ອງ​ ໃນ​ຂໍ້​ຫາ​ທີ່​ຮ້າຍ​ແຮງ​ຂອງການ​ຄາດ​ຕະ​ກຳ ​ຫາກແຕ່​ໄດ້​ຖືກ​ພົບ​ເຫັນ​ວ່າ ມີ​ຄວາມ​ຜິດໃນ​ການ​ຖ່າຍ​ຮູບ​ກັບ​ສົບ​ຂອງ​ຫົວ​ຮຸນ​ແຮງໄວ​ລຸ້ນຂອງກຸ່ມ​ລັດ​ອິ​ສ​ລາມ. ຍ້ອນ​ເຫດ​ຜົນດັ່ງ​ກ່າວ​ນັ້ນ ທ້າວ​ກ​າລາ​ເກີ ​ຈຶ່ງໄດ້​ຖືກ​ຫຼຸ​ດ​ຊັ້ນ​ລົງ.

ແຕ່​ປະ​ທາ​ນາ​ທິ​ບໍ​ດີ ສ​ະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ເຂົ້າ​ມາ​ແຊກ​ແຊງ ໃນ​ຄະ​ດີ​ດັ່ງ​ກ່າວ ແລະ​ໄດ້​ໃຫ້​ອະ​ໄພຍະ​ໂທດແກ່​ທ້າວ​ ກ​າລາ​ເກີ ແລະ​ມອບ​ຊັ້ນ​ຄືນ​ໃຫ້​ລາວ ພ້ອມ​ດ້ວຍ​ເງິນ​ເດືອນ.

ເມື່ອ​ທ່ານ​ທ​ຣຳ ໄດ້​ຮຽນ​ຮູ້​ໃນ​ສັບ​ປະ​ດາ​ແລ້ວ​ວ່າ ກອງ​ທັບ​ເຮືອ ໄດ້​ວາງ​ແຜນ​ທີ່​ຈະ​ນຳ​ເອົາ​ທ້າວ​ ກາ​ລາ​ເກີ ມາ​ຊ້ອງ​ໜ້າ​ຄະ​ນະກວດ​ສອບ ເພື່ອ​ພິ​ຈາ​ລະ​ນາ​ເບິ່ງວ່າ ທ້າວ​ ກາ​ລາ​ເກີ ສາ​ມາດ​ໃສ່ຫຼຽນ Trident Pin ຊຶ່ງ​ເປັນຫຼຽນ​ທີ່​ບົງ​ບອກ​ເຖິງ​ການ​ເປັນ​ສະ​ມາ​ຊິກ​ຂອງ​ໜ່ວຍ​ກອມ​ມັງ​ໂດກ້າ​ຕາຍນັ້ນ, ທ່ານ​ທ​ຣຳ ກໍ​ໄດ້​ເຂົ້າ​ແຊກ​ແຊງ​ອີກ​ເທື່ອ​ນຶ່ງ.

ທ່ານ​ທ​ຣຳ ໄດ້​ຂຽນ​ລົງ​ໃນ​ທວີດ​ເຕີ້ ວ່າ “ກອງ​ທັບ​ເຮືອ ຈະ​ບໍ່​ເອົາຫຼຽນ Trident Pin ຂອງນັກ​ລົບໃນ​ສົງ​ຄາມ ແລະເປັນ​ທະ​ຫານ​ໜ່ວຍ​ຊີ​ລ ໄປ​ຈາກ ທ້າວ​ ແອດ​ດີ ກາ​ລາ​ເກີ. ຄະ​ດີນີ້ ໄດ້​ຖືກ​ຈັດ​ການ​ຢ່າງ​ບໍ່​ດີຫຼາຍໃນ​ຕອນ​ເລີ່ມ​ຕົ້ນ. ​ກັບ​ຄືນ​ໄປ​ເຮັດ​ວຽກຊະ.”

ທຳ​ນຽບ​ຫາ​ແຈ ໄດ້​ກ່າວ​ວ່າ ທ່ານ​ແອັ​ສ​ເປີ ໄດ້​ຂໍ​ໃຫ້​ທ່ານ​ ສະ​ເປັນ​ເຊີ ລາ​ອອກ ຫຼັງ​ຈາກ​ທີ່​ໄດ້​ຮຽນ​ຮູ້​ວ່າ ເລ​ຂາ​ທິ​ການກ​ອງ​ທັບ​ເຮືອ​ທ່ານ​ນີ້ ໄດ້ທຳ​ການ​ສະ​ເໜີ​ໂດຍ​ສ່ວນ​ຕົວຕໍ່ບັນ​ດາ​ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຂາວ​ວ່າ ຖ້າ​ພວກ​ເພິ່ນ ຍຸ​ຕິ​ການ​ແຊກ​ແຊງ​ໃນ​ຄະ​ດີ​ຂອງ​ທ້າວ ​ກາ​ລາ​ເກີ ທ່ານ​ສະ​ເປັນ​ເຊີ ຈະ​ຮັບ​ປະ​ກັນ​ວ່າ ທ້າວ​ກາ​ລາ​ເກີ ສາ​ມາດ​ອອກ​ຈາກກອງ​ທັບ​ເຮືອ​ໄດ້ ໃນ​ຖາ​ນະ​ເປັນ​ທະ​ຫານ​ໜ່ວຍ​ຊີ​ລ. ເລື້ອງ​ດັ່ງ​ກ່າວ​ມານີ້ ໄດ້​ຖືກ​ລາຍ​ງານ​ຄັ້ງ​ທຳ​ອິດ ໂດຍ​ໜັງ​ສື​ພິມ ວໍ​ຊິງ​ຕັນ ໂພ​ສ.

ຂໍ້​ມູນ​ທີ່​ໄດ້ລາຍງ​ານ​ໄປ​ນັ້ນ ແມ່ນບໍ່​ໄດ້​ຖືກ​ເປີດ​ເຜີຍ​ໃຫ້​ທ່ານ​ແອ​ສ​ເປີ ຊາບ ໃນ​ລະ​ຫວ່າງ​ທີ່​ທ່ານ​ໄດ້​ທຳ​ການ​ສົນ​ທະ​ນາ ກັບ​ທ່ານ​ສະ​ເປັນ​ເຊີ.

ທ່ານ​ແອັ​ສ​ເປີ ໄດ້​ກ່າວ​ໃນ​ຖະ​ແຫລງ​ການສະ​ບັບ​ນຶ່ງ ທີ່​ໄດ້​ຖືກ​ເປີ​ດ​ເຜີຍ​ໃນ​ວັນ​ອາ​ທິດ​ວານນີ້ ວ່າ “ໜ້າ​ເສຍ​ດາຍ, ຍ້ອນ​ເຫດ​ຜົນ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງໄດ້​ພິ​ຈາ​ລະ​ນາ​ວ່າ ທ່ານ​ສະ​ເປັນ​ເຊີ ເລ​ຂາ​ທິ​ການກອງ​ທັບ​ເຮືອ ແມ່ນບໍ່​ໄດ້​ຮັບ​ຄວາມ​ເຊື່ອ​ໝັ້ນ ຂອງ​ຂ້າ​ພະ​ເຈົ້າ​ອີກ​ຕໍ່​ໄປ ທີ່​ຈະ​ສືບ​ຕໍ່​ເຮັດ​ວຽກ​ໃນຕຳ​ແໜ່ງ​ຂອງ​ທ່ານ.”

ທ່ານ​ແອັ​ສ​ເປີ ໄດ້​ກ່າວ​ຕໍ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ວ່າ ໃຫ້​ພິ​ຈາ​ລະ​ນາ ເອົາ​ທ່ານ​ເຄັນ​ເນັ​ຕ ແບ​ຣັ​ຕເວ​ຕ ຜູ້​ທີ່​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ ປະ​ຈຳ ​ນໍ​ເວ ໃນ​ປັດ​ຈຸ​ບັນ ທັງ​ເປັນ​ພົນ​ຕີ​ທະ​ຫານ​ເຮືອ​ທີ່​ໄດ້​ກະ​ສຽນ​ແລ້ວ ໃຫ້​ເປັນ​ເລ​ຂາ​ທິ​ການກອງ​ທັບ​ເຮືອ ຄົນ​ຕໍ່​ໄປ, ອີງ​ຕາມການ​ກ່າວ​ຂອງ ​ທ່ານ ​ຮັອຟ​ແມນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG