ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳ​ນຽບ​ຫ້າ​ແຈ ເອີ້ນ​ເອ​ກະ​ສານ​ລັບ ​ທີ່​ຖືກ​ຮົ່ວ​ໄຫຼ​ອອກ​ມາ​ວ່າ "ມີ​ຄວາມ​ສ່ຽງ​ທີ່​ຮ້າຍ​ແຮງ"


ລົດ​ທະ​ຫານ ຢູ​ເຄ​ຣນ ແລ່ນ​ຢູ່​ຖະ​ໜົນ​ໃນ​ເມືອງ ບາກ​ມຸດ, ພາກ​ພື້ນ ໂດ​ເນັດ​ສ໌, ຢູ​ເຄ​ຣນ, 9 ເມ​ສາ 2023.
ລົດ​ທະ​ຫານ ຢູ​ເຄ​ຣນ ແລ່ນ​ຢູ່​ຖະ​ໜົນ​ໃນ​ເມືອງ ບາກ​ມຸດ, ພາກ​ພື້ນ ໂດ​ເນັດ​ສ໌, ຢູ​ເຄ​ຣນ, 9 ເມ​ສາ 2023.

ການ​ຮົ່ວ​ໄຫຼ​ ຂອງ​ອັນ​ທີ່​ປາ​ກົດ​ວ່າ ​ເປັນ​ເອ​ກະ​ສານ​ລັບຢ່າງ​ສູງ​ຂອງ ສະ​ຫະ​ລັດ ກ່ຽວ​ກັບ ສົງ​ຄາມ​ໃນ ຢູ​ເຄ​ຣນ ໄດ້ກໍ່ “ໃຫ້​ເກີດ​ຄວ​າມ​ສ່ຽງ​ທີ່​ຮ້າຍ​ແຮງຫຼາຍ” ຕໍ່​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ສະ​ຫະ​ລັດ, ອີງ​ຕາມ​ການ​ກ່າວ​ຂອງ​ໂຄ​ສົກ​ທຳ​ນຽບ​ຫ້າ​ແຈ.

ເອ​ກະ​ສານ​ທີ່​ວ່າ​ນັ້ນ​ລວມ​ມີ​ຂໍ້​ມູນ​ທີ່​ລະ​ອຽດ​ອ່ອນ ກ່ຽວ​ກັບ ສົງ​ຄາມ​ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ ພ້ອມ​ກັບ​ບັນ​ດາ​ພັນ​ທະ​ມິດ​ຂອງ ສະ​ຫະ​ລັດ ແລະ ການຮົ່ວ​ໄຫລ​ດັ່ງ​ກ່າວ​ ໄດ້​ເຮັດ​ໃຫ້​ກະ​ຊວງ​ຍຸ​ຕິ​ທຳ​ດຳ​ເນີນ​ການ​ສືບ​ສວນ​ສອບ​ສວນ.

ວັດ​ຖຸ​ທີ່​ວ່າ​ນັ້ນ, ເຊິ່ງ​ຖືກ​ສົ່ງ​ໝຸນ​ວຽນ​ໃນ​ເວັບ​ໄຊ້​ສື່​ສັງ​ຄົມ​ຕ່າງໆ, “ມີ​ຄວາມ​ເປັນ​ໄປ​ໄດ້​ຕໍ່​ການ​ແຜ່​ກະ​ຈາຍ​ຂໍ້​ມູນ​ທີ່ບໍ່​ຖືກ​ຕ້ອງ,” ທ່ານ ຄ​ຣິ​ສ ມີ​ເກີ, ​ລັດ​ຖະ​ມົນ​ຕີ​ຊ່ວຍ ວ່າ​ການ​ກະ​ຊວງປ້ອງ​ກັນ​ປະ​ເທດ ​ທີ່​ຮັບ​ຜິດ​ຊອບ ກ່ຽວ​ກັບ ປະ​ຊາ​ສຳ​ພັນ, ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ຈັນ​ວານນີ້.

ທ່ານ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ແມ່ນ​ຍັງ​ສືບ​ສວນ​ສອບ​ສວນ​ວ່າ ​ເຫດ​ການນີ້​ເກີດ​ຂຶ້ນ​ໄດ້​ແນວ​ໃດ, ພ້ອມ​ກັບ​ຂອບ​ເຂດ​ຂອງ​ບັນ​ຫາ. ມັນ​ໄດ້​ມີ​ບາດ​ກ້າວ​ຕ່າງໆ​ທີ່​ຈະ​ກວດ​ກາ​ເບິ່ງວ່າ​ຂໍ້​ມູນ​ຊະ​ນິດນີ້ ​ແມ່ນ​ຖືກ​ແຈກ​ຢາຍ​ແນວ​ໃດ ແລະ ໃຫ້​ໃຜ.”

ອ່ານ​ຂ່າ​ວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG