ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທຳນຽບຫ້າແຈ ຍອມຮັບວ່າ ກຸ່ມຕາລິບານ ຄວບຄຸມເຄິ່ງນຶ່ງ ຂອງຫົວເມືອງຕ່າງໆ ໃນອັຟການິສຖານ


ພວກນັກລົບທະຫານບ້ານ ພາກັນຈັບຕາເບິ່ງ ຢູ່ປ້ອມຍາມຢູ່ນອກເມືອງ ຕໍ່ຕ້ານພວກກະບົດຕາລິບານ ຢູ່ເຂດຊັກກິນ ແຂວງບັກສ໌ ອັຟການິສຖານ ວັນທີ 15 ກໍລະກົດ 2021.
ພວກນັກລົບທະຫານບ້ານ ພາກັນຈັບຕາເບິ່ງ ຢູ່ປ້ອມຍາມຢູ່ນອກເມືອງ ຕໍ່ຕ້ານພວກກະບົດຕາລິບານ ຢູ່ເຂດຊັກກິນ ແຂວງບັກສ໌ ອັຟການິສຖານ ວັນທີ 15 ກໍລະກົດ 2021.

ການຄາດຄະເນ ທີ່ສະແດງໃຫ້ເຫັນວ່າ ກຸ່ມຕາລິບານ ໄດ້ຄວບຄຸມດິນແດນໃນ ທົ່ວປະເທດອັຟການິສຖານຢ່າງວ່ອງໄວນັ້ນ ບໍ່ແມ່ນພາບລວງຕາ ອີງຕາມເຈົ້າ ໜ້າທີ່ຂັ້ນສູງທາງທະຫານຂອງສະຫະລັດ ຜູ້ທີ່ຍອມຮັບວ່າ ໃນໄລຍະບໍ່ເທົ່າໃດ ເດືອນຕໍ່ໜ້ານີ້ຈະເປັນການ “ທົດສອບຄວາມຕັ້ງໃຈແລະການເປັນຜູ້ນຳ” ຂອງລັດ
ຖະບານອັຟການິສຖານ.

ນາຍພົນມາກ ມິລລີ (Mark Milley) ປະທານເສນາທິການຮ່ວມຂອງກອງທັບ ສະຫະລັດ ກ່າວໃນວັນພຸດວານນີ້ ກ່ຽວກັບຫົວເມືອງຕ່າງໆ 212 ແຫ່ງຂອງອັຟການິສຖານ ຄືປະມານເຄິ່ງນຶ່ງ ໃນເວລານີ້ ໄດ້ຕົກຢູ່ໃນກຳມືຂອງກຸ່ມຕາລິ ບານແລ້ວ ແລະກຳລັງຂອງກຸ່ມຕາລິບານພວມບຸກຄືບໜ້າ ຢູ່ໃນເຂດຊານເມືອງຂອງເມືອງເອກ 17 ແຂວງ ໃນຈຳນວນທັງໝົດ 34 ແຂວງຂອງປະເທດ.

ນາຍພົນມິລລີ ກ່າວຕໍ່ບັນດານັກຂ່າວລະຫວ່າງການຖະແຫຼງຂ່າວ ຢູ່ທຳນຽບ ຫ້າແຈວ່າ
“ແຮງກະຕຸ້ນທາງຍຸດທະສາດປາກົດວ່າເປັນຂອງຝ່າຍຕາລິບານ.”

ທ່ານກ່າວເພີິ້ມວ່າ “ອັນທີ່ເຂົາພະຍາຍາມເຮັດຢູ່ນັ້ນ ກໍແມ່ນແຍກຫ່າງສູນກາງ ທີ່ມີປະຊາ
ຊົນອາໄສຢູ່ຫຼາຍອອກຈາກໝູ່. ພວກເຂົາພະຍາຍາມເຮັດຄືກັນຢູ່ທີ່ ກາບູລ ແລະເວົ້າໂດຍ
ທົ່ວໄປແລ້ວມີດິນແດນສ່ວນຫຼວງຫຼາຍໄດ້ຖືກຍຶດເອົາໄປ.”

ການຍອມຮັບດັ່ງກ່າວ ມີຂຶ້ນສອງເດືອນເຄິ່ງ ຫຼັງຈາກສະຫະລັດ ແລະພັນທະ ມິດໄດ້ເລີ້ມ
ຖອນກຳລັງສູ້ລົບຈຸສຸດທ້າຍຂອງເຂົາເຈົ້າອອກຈາກອັຟການິສຖານ ແລະເຖິງແມ່ນມີການ
ຄໍ້າປະກັນ ຈາກເຈົ້າໜ້າທີ່ຂັ້ນສູງສະຫະລັດ ຮວມທັງປະ ທານາທິບໍດີໂຈ ໄບເດັນ ທີ່ວ່າ
ກຸ່ມຕາລິບານຈະເຂົ້າຢຶດຄອງປະເທດນັ້ນແມ່ນ “ເບິ່ງຊົງວ່າຈະເກີດຂຶ້ນຍາກຢູ່.”
[[ https://www.voanews.com/usa/us-military-mission-afghanistan-ends-august-31-biden-announces ]]

ແຕ່ວ່າບັນດາຜູ້ສັງເກດການອິດສະຫຼະ ເຊັ່ນວ່າ ການລວບລວມຂອງວາລະສານສົງຄາມ
ທີ່ຍືດເຍື້ອ ຂອງມູນນິທິ ປ້ອງກັນປະຊາທິປະໄຕ ທີ່ມີສຳນັກງານຢູ່ວໍຊິງ ຕັນ ໄດ້ສະແດງ
ຄວາມເປັນຫ່ວງ ໂດຍໃຫ້ຂໍ້ສັງເກດດວ່າ ກຸ່ມຕາລິບານ ໄດ້ເຂົ້າຄວບຄຸມດິນແດນເພີ້ມ
ຂຶ້ນເກືອບສາມເທົ່າ ນັບຕັ້ງແຕ່ ໄດ້ມີການຖອນທະຫານ ຢ່າງເປັນທາງການ ທີ່ໄດ້ເລີ້ມ
ຂຶ້ນແຕ່ວັນທີ 1 ພຶດສະພາ.
[[ https://www.longwarjournal.org/mapping-taliban-control-in-afghanistan ]]

ອົງການສືບລັບຫຼາຍໆອົງການ ກໍເຊັ່ນດຽວກັນ ໄດ້ເຕືອນຢູ່ໃນລາຍງານຂອງ ສະຫະ
ປະຊາຊາດ ເມື່ອເດືອນແລ້ວນີ້ວ່າ ກຸ່ມຕາລິບານໄດ້ກະກຽມທີ່ຈະເຂົ້າ ຍຶດໂດຍໃຊ້ກຳ
ລັງໃນອັນທີ່ເຂົາເຈົ້າບໍ່ສາມາດໄດ້ຮັບ ຜ່ານການເຈລະຈາ. ລາຍງານເຕືອນເພີ້ມອີກ
ວ່າ ບັນດາຜູ້ນຳຂອງກຸ່ມຕາລິບານຍັງສືບຕໍ່ “ເຫັນ ພ້ອມໃຫ້ແກ້ໄຂບັນຫາໂດຍທາງ
ທະຫານ” " [[ https://www.voanews.com/south-central-asia/un-report-warns-impending-taliban-power-play ]]

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG