ທຳນຽບຫ້າແຈ ໄດ້ເປີດເຜີຍການທົບທວນ ກ່ຽວກັບທ່າທີດ້ານອາວຸດນິວເຄລຍໃນປີ
2018 ຂອງຕົນ ໂດຍໄດ້ເພີ້ມສະມັດຖະພາບທາງດ້ານນິວເຄລຍ ແລະປັບປຸງຄັງອາ
ວຸດນິວເຄລຍທີ່ສະຫະລັດມີຢູ່ໃນປັດຈຸບັນເພື່ອສະກັດກັ້ນການໂຈມຕີດ້ວຍອາວຸດນິວ
ເຄລຍ.
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານຈິມ ແມັດຕິສ ກ່າວຕໍ່ພວກນັກ
ຂ່າວ ກ່ອນການເປີດເຜີຍການທົບທວນໃນວັນສຸກວານນີ້ວ່າ “ສິ່ງທີ່ພວກເຮົາພະຍາ
ຍາມຈະເຮັດ ກໍແມ່ນເພື່ອໃຫ້ການຄ້ຳປະກັນແກ່ພວກນັກການທູດແລະຄະນະເຈລະ
ຈາຂອງພວກເຮົາ ເພື່ອໃຫ້ມີການຮັບຟັງ ເວລາພວກເຮົາ ເວົ້າວ່າ ພວກເຮົາຢາກໃຫ້
ດຳເນີນການໄປໜ້າ ກ່ຽວກັບການຫ້າມແຜ່ຜາຍອາວຸດນິວເຄລຍແລະການຄວບຄຸມ
ອາວຸດ. ທ່ານຕ້ອງໄດ້ເຮັດແບບນັ້ນເວລາທ່ານຢູ່ໃນທ່າທີທີ່ຈະຊັກຊວນ ບໍ່ແມ່ນດ້ວຍ
ຄວາມຫວັງ.”
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ສັ່ງໃຫ້ທ່ານແມັດຕິສ ທຳການທົບທວນ ທ່າທີໃນດ້ານນິວເຄລຍ ພາຍໃນເວລາບໍ່ເທົ່າໃດມື້ ຫລັງຈາກເຂົ້າຮັບຕຳແໜ່ງໃນປີກາຍ.
ໃນຖະແຫຼງການສະບັບນຶ່ງໃນວັນສຸກວານນີ້ ປະທານາທິບໍດີທຣຳ ໃຫ້ຂໍ້ສັງເກດວ່າ “ລັດ
ຖະບານສະຫະລັດຕິດຕໍ່ກັນມາຫຼາຍໆຊຸດ ໄດ້ເລື່ອນເວລາໃນການປັບປຸງໃຫ້ທັນສະໄໝ ອາວຸດນິວເຄລຍ ພື້ນຖານໂຄງລ່າງແລະລະບົບນຳສົ່ງຂອງພວກເຮົາ ທີ່ມີຄວາມຈຳເປັນ
ນັ້ນ” ໃນຂະນະທີ່ ປະເທດມີອາວຸດນິວເຄລຍອື່ນໆ ໄດ້ເພີ້ມການເກັບສະສົມ ຂອງພວກ
ເຂົາເຈົ້າ.
ປະທານາທິບໍດີ ທຣຳ ກ່າວວ່າ ການທົບທວນທ່າທີ ກ່ຽວກັບອາວຸດນິວເຄລຍ ປີ 2018 ແມ່ນໄດ້ແກ້ໄຂບັນຫາທ້າທາຍເຫຼົ່ານັ້ນ.
ທ່ານກ່າວວ່າ “ການປັບປຸງໃຫ້ທັນສະໄໝ ການບັງຄັບບັນຊາ ການຄວບຄຸມແລະການ
ຕິດຕໍ່ສື່ສານ ຂອງພວກເຮົາ ສຳລັບທັງສາມອົງປະກອບ ຂອງພວກເຮົາ ເຮືອບິນ ທີ່ສາ
ມາດໃຊ້ໃນສອງດ້ານ ແລະພື້ນຖານໂຄງລ່າງທາງດ້ານນິວເຄລຍຂອງພວກເຮົາ. ການ
ພັດທະນາຄວາມສາມາດ ທາງດ້ານຍຸດທະສາດ ແມ່ນແນໃສ່ ເພື່ອເຮັດໃຫ້ການນຳໃຊ້ ອາວຸດນິວເຄລຍ ມີຄວາມເປັນໄປໄດ້ໜ້ອຍລົງ.”
ການທົບທວນກ່ຽວກັບທ່າທີດ້ານອາວຸດນິວເຄລຍໃນປີ 2018 ທີ່ນຳອອກເຜີຍແຜ່ໃນ
ວັນສຸກວານນີ້ໃຫ້ຂໍ້ສັງເກດວ່າ ກອງທັບສະຫະລັດຈະນຳໃຊ້ “ການປັບປຸງໃນການສະ
ກັດກັ້ນ” ເພື່ອປ້ອງກັນການຮຸກຮານແລະການໂຈມຕີ ທີ່ມາຈາກທຸກໆດ້ານຂອງສັດຕູ.
ທຳນຽບຫ້າແຈ ໄດ້ເພີ້ມອາວຸດນິວເຄລຍທີ່ບໍ່ແຮງປານໃດ ເຂົ້າໄວ້ໃນເຮືອດຳນ້ຳທີ່ຍິງ
ລູກສອນໄຟນຳວິຖີ ແລະຈະນຳກັບຄືນມາໃຊ້ອີກ ລູກສອນໄຟຕິດຫົວນິວເຄລຍທີ່ຍິງ
ຈາກທະເລ.