ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ທາງອາກາດ ຂອງ ສຫລ ສັງຫານ ຜູ້ນຳ ລັດອິສລາມ ຄົນໃໝ່ ໃນ ອັຟການິສຖານ


ລັດຖະມົນຕີປ້ອງການປະເທດສະຫະລັດ ທ່ານ Jim Mattis (ກາງ) ເດີນທາງໄປຮ່ວມກອງປະຊຸມ ທີ່ກອງບັນຊາການອົງການ NATO.
ລັດຖະມົນຕີປ້ອງການປະເທດສະຫະລັດ ທ່ານ Jim Mattis (ກາງ) ເດີນທາງໄປຮ່ວມກອງປະຊຸມ ທີ່ກອງບັນຊາການອົງການ NATO.

ຫົວໜ້າ​ຂອງກຸ່ມລັດ​ອິສລາມຫຼື IS ຢູ່​ໃນ​ອັຟກາ​ນິສຖານ ​ໄດ້​ຖືກ​ສັງຫານໃນ​ການ​ໂຈມ​ຕີ​
ທາງ​ອາກາດ​ຂອງ​ສະຫະລັດ ທີ່​ເປັນ​ເປົ້າ​ໝາຍໃນ​ການສັງຫານ​ເທື່ອ​ທີ​ສອງ ​ໃນໄລຍະສີ່
​ເດືອນຜ່ານ​ມາ ​ແລະເທື່ອ​ທີ​ສາມ ​ໃນຮອບ​ປີທີ່​ແລ້ວ​.

​ເຈົ້າ​ໜ້າ​ທີ່​ກອງທັບ​ສະຫະລັດ​ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ທ້າວ Abu Sayed ​ໄດ້​ຖືກ​ສັງ
ຫານ​ໃນ​ວັນ​ທີ 11 ​ກໍລະກົດ ​ໃນ​ການ​ໂຈມ​ຕີ​ກອງ​ບັນຊາ​ການຂອງກຸ່ມດັ່ງ ກ່າວ ທີ່ແຂວງ
Kunar ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ ຂອງ​ອັຟການິສຖານ. ນອກ​ນັ້ນ ຍັງ​ມີ​ສະມາ
​ຊິກຄົນ​ອື່ນໆ ​ຂອງ​ກຸ່ມ​ລັດອິສລາມ ກໍ​ໄດ້ຖືກ​ສັງຫານ​ເຊັ່ນ​ກັນ.

ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Jim Mattis ຮ້ອງ​ການ​ໂຈມ​ຕີນີ້​ວ່າເປັນ
​ຮ່ອງ​ຮອຍ​ໃນ​ຄວາມ​ພະຍາຍາມ ​ຂອງ​ສະຫະລັດ ​ເພື່ອ​ປາບປາມ ​ກຸ່ມ​ກໍ່​ການ​ຮ້າຍດັ່ງ
ກ່າວ​ໃນ​ອັຟກາ​ນິສຖານ ທີ່​ໄດ້​ດຳ​ເນີນໄປ​ໃນ “ທິດ​ທາງ​ທີ່​ຖືກຕ້ອງ.”

ທ່ານ Mattis ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ຢູ່​ທຳນຽບຫ້າ​ແຈ​ ​ໂດຍປະຕິ​ເສດທີ່​ຈະໃຫ້ລາຍ​ລະ​ອຽດເພີ່ມເຕີມ ກ່ຽວ​ກັບການ​ປະຕິບັດ​ງານ​ວ່າ “ທຸກໆເທື່ອ​ທີ່​ທ່ານ​ສັງຫານ​ຜູ້ນຳ​ຄົນ​ນຶ່ງ
ຂອງ​ບັນດາ​ກຸ່ມ​ເຫລົ່າ​ນີ້ ມັນ​ເຮັດ​ໃຫ້​ເຂົາ​ເຈົ້າ​ຖອຍຫຼັງ​ກັບ​ຄືນ.”

ນາຍ​ພົນ John Nicholson ຜູ້ບັນຊາການກຳລັງຂອງສະຫະລັດ ແລະອົງການ
NATO ຢູ່ໃນອັຟການິສຖານ ກ່າວຢູ່ໃນຖະແຫລງການຕ່າງຫາກວ່າ “ພວກເຮົາຈະ
ສືບ​ຕໍ່ຈົນກວ່າພວກເຂົາຖືກທຳລາຍ. ບໍ່ມີບ່ອນຫລົບ​ລີ້ສຳລັບກຸ່ມ ISIS-K ຢູ່ໃນອັຟ
ການິສຖານ.”

ນາຍພົນ John W. Nicholson ຜູ້ບັນຊາຊາການ ສະໜັບສະໜູນການປະຕິບັດງານ ແລະກຳລັງທະຫານສະຫະລັດໃນ ອັຟການິສຖານ
ນາຍພົນ John W. Nicholson ຜູ້ບັນຊາຊາການ ສະໜັບສະໜູນການປະຕິບັດງານ ແລະກຳລັງທະຫານສະຫະລັດໃນ ອັຟການິສຖານ

ທ້າວ Sayed ໄດ້​ເຂົ້າເປັນຜູ້ນຳກຸ່ມລັດອິສລາມສາຂາແຂວງ Khorasan ໃນ ທ້າຍ
ເດືອນເມສາ ຫລືຕົ້ນ​ເດືອນພຶດສະພາປີນີ້ ຫລັງຈາກຜູ້ນຳຄົນກ່ອນ ທ້າວ Abdul
Hasib ໄດ້ຖືກສັງຫານ ໃນການບຸກໂຈມຕີຂອງສະຫະລັດແລະອັຟກາ ນິສຖານ ຢູ່ຖໍ້າແລະອຸໂມງ ໃນເຂດ​ເມືອງ Achin ແຂວງ Nangarha ຂອງ ອັຟການນິສຖານ.

ກຳລັງພິເສດອັຟການິສຖານ ກຳລັງກວດເບິ່ງຖໍ້າ ທີ່ໄດ້ໃຊ້ໂດຍຜູ້ຕ້ອງສົງໄສໂດຍ ພວກຫົວຮຸນແຮງ ລັດອິສລາມ.
ກຳລັງພິເສດອັຟການິສຖານ ກຳລັງກວດເບິ່ງຖໍ້າ ທີ່ໄດ້ໃຊ້ໂດຍຜູ້ຕ້ອງສົງໄສໂດຍ ພວກຫົວຮຸນແຮງ ລັດອິສລາມ.

ການບຸກ​ໂຈມ​ຕີ​ດັ່ງກ່າວ ຍັງໄດ້ສັງຫານພວກນັກລົບລັດອິສລາມອີກ 35 ຄົນຫຼັງຈາກ​ໃນອັນທີ່ພວກເຈົ້າໜ້າທີ່ສະຫະລັດ ອະທິບາຍວ່າ ​ເປັນ​ການ​ສູ້​ລົບກັນ ຢ່າງ​ດຸເດືອດ
ສາມຊົ່ວໂມງ. ທະຫານກຳລັງ​ພິ​ເສດ​ຂອງສະຫະລັດສອງຄົນກໍໄດ້ເສຍຊີວິດ​ໃນ​ການ
​ສູ້​ລົບ​ຄັ້ງນີ້.ກອງທັບສະຫະລັດ ໄດ້ສັງຫານຜູ້ນຳຄົນ​ກ່ອນ​ຂອງ​ກຸ່ມ​ລັດ​ອິສລາມ ທ້າວ
Hafiz Sayed Khan ໃນທ້າຍເດືອນກໍລະກົດ ປີ 2016.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG