ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ກະ​ບົດ ຮູ​ຕີ ໂຈມ​ຕີ​ກຳ​ປັ່ນ​ລົບ ສະ​ຫະ​ລັດ, ກຳ​ປັ່ນ​ການ​ຄ້​າ​ ໃນ​ທະ​ເລ​ແດງ


ພາບນີ້​ທີ່​ສະ​ໜອງ​ໃຫ້​ໂດຍກອງ​ທັບ​ເຮືອ ສະ​ຫະ​ລັດ ສະ​ແດງ​ໃຫ້​ເຫັນ​ກຳ​ປັ່ນ USS Carney ໃນ​ທະ​ເລ ເມ​ດີ​ເທີ​ເຣ​ນຽນ, 23 ຕຸ​ລາ 2018.
ພາບນີ້​ທີ່​ສະ​ໜອງ​ໃຫ້​ໂດຍກອງ​ທັບ​ເຮືອ ສະ​ຫະ​ລັດ ສະ​ແດງ​ໃຫ້​ເຫັນ​ກຳ​ປັ່ນ USS Carney ໃນ​ທະ​ເລ ເມ​ດີ​ເທີ​ເຣ​ນຽນ, 23 ຕຸ​ລາ 2018.

ພວກ​ກະ​ບົດ ຮູ​ຕີ ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ ອີ​ຣ່ານ ໃນ​ປະ​ເທດ ເຢ​ເມນ ໄດ້​ເປີດ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ຕິດ​ອາ​ວຸດ ແລະ ລູກ​ສອນ​ໄຟ​ໃນ​ການ​ໂຈມ​ຕີ​ດົນ 4 ຊົ່ວ​ໂມງ​ທີ່​ແນ​ເປົ້າໃສ່​ກຳ​ປັ່ນ​ລົບ ສະ​ຫະ​ລັດ ແລະ ກຳ​ປັ່ນ​ການ​ຄ້າຫຼາຍ​ລຳ​ໃນ​ທະ​ເລ​ແດງ, ອີງ​ຕາມ​ການ​ກ່າວ​ຂອງ​ທຳ​ນຽບ​ຫ້າ​ແຈ​ໃນ​ວັນ​ອາ​ທິດ​ວານນີ້, ດ້ວຍ​ລູກ​ສອນ​ໄຟ​ຢ່າງ​ໜ້ອຍ​ລູກ​ນຶ່ງ​ໄດ້​ຕົກ​ຖືກ​ກຳ​ປັ່ນ​ບັນ​ທຸກ​ສິນ​ຄ້າ​ທີ່​ຕິດ​ທຸງ​ຊາດ ບາ​ຮາ​ມາ​ສ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດໄດ້​ກ່າວ​ວ່າ “ກອງ​ກຳ​ລັງ ຮູ​ຕີ ໄດ້​ໂຈມ​ຕີ​ກຳ​ປັ່ນ​ການ​ຄ້າຫຼາຍ​ລຳ​ ໃນ​ທະ​ເລ​ແດງ​ໃນ​ຕອນເຊົ້າ​ມື້ນີ້. ກຳ​ປັ່ນ USS Carney ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ໃນ​ບາງ​ກໍ​ລະ​ນີ ແລະ ໄດ້​ຍິງ​ໂດ​ຣນ​ຂອງ​ພວກ ຮູ​ຕີ ຕົກ ທີ່​ໄດ້​ມຸ່ງ​ໜ້າ​ໄປ​ໃນ​ທິດ​ທາງ​ທົ່ວ​ໄປ​ຂອງ​ມັນ.”

ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ​ກຳ​ປັ່ນ Carney, ເຊິ່ງ​ແມ່​ກຳ​ປັ່ນ​ພິ​ຄາດ​ຕິດ​ລູກ​ສອນ​ໄຟ, ໄດ້​ຍິງ​ໂດ​ຣນ​ຕົກ​ສອງ​ລຳ, ໃນ​ສິ່ງ​ທີ່​ອາດ​ເປັນ​ຂະ​ຫຍາຍ​ຄວາມ​ຮຸນ​ແຮງ​ເພີ່ມ​ເຕີມ ໃນ​ການ​ໂຈມ​ຕີ​ທາງ​ທະ​ເລຫຼາຍ​ຄັ້ງ​ໃນ​ພາ​ກ​ພື້ນ​ຕາ​ເວັນ​ອອກ​ກາງ​ທີ່​ເຊື່ອມ​ໂຍງ​ກັບ​ສົງ​ຄາມ​ດົນ​ເກືອບ 2 ເດືອນ​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຮາ​ມາ​ສ. ກຳ​ປັ່ນ ສະ​ຫະ​ລັດ ບໍ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໃນ​ເຫດ​ການ​ດັ່ງ​ກ່າວ.

ສະ​ຫະ​ລັດ ໃນ​ສອງ​ສາມ​ອາ​ທິດ​ທີ່​ຜ່ານ​ມາ​ໄດ້​ຍິງ​ໂດ​ຣນ​ທີ່​ມຸ່ງ​ໜ້າ​ໄປ​ສູ່ອິ​ສ​ຣາ​ແອ​ລ ຕົກຫຼາຍ​ລຳ​ທີ່​ຖືກ​ປ່ອຍ​ໄປ​ຈາກ​ປະ​ເທດ ເຢ​ເມນ, ແລະ ໃນ​ການ​ໂຈມ​ຕີ​ຂອງວັນ​ອາ​ທິດ​ວານນີ້, ທຳ​ນຽບ​ຂາວ​ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ຕອບ​ສະ​ໜອງ​ຕໍ່​ການ​ໂທ​ແຈ້ງ​ເຫດ​ຮ້າຍ​ຈາກ​ກຳ​ປັ່ນ Unity Explorer, ເຊິ່ງ​ໄດ້​ກ່າວ​ວ່າ​ ເຂົາ​ເຈົ້າ​ຖືກ​ໂຈມ​ຕີ​ຈາກ​ການ​ຍິງ​ລູກ​ສອນ​ໄຟ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG