ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທຳ​ນຽບ​ຫ້າ​ແຈ: ກຳ​ລັງ​ສະ​ຫະ​ລັດ ໃນ​ອີ​ຣັກ ແລະ​ຊີ​ເຣຍ ໄດ້​ຕົກ​ເປັນ​ເປົ້າ​ ການ​ໂຈມ​ຕີ 38 ຄັ້ງ


ແຟ້ມ - ສະ​ມາ​ຊິກ​ພັກ​ຝ່າຍ​ຄ້ານ ມາ​ກາ​ເວຍ ອາ​ລ-ທໍ​ຣາ ໃນ​ຊີ​ເຣຍ ໄດ້​ຮັບ​ການ​ຝຶກ​ແອບ​ກ່ຽວ​ກັບ​ການ​ຍິງ​ປືນ ຈາກ​ກຳ​ລັງ​ພິ​ເສດ​ຂອງ​ສະ​ຫະ​ລັດ ທີ່​ຄ້າຍ​ອາ​ລ-ທານ​ຟ໌ ໃນ​ພາກ​ໃຕ້​ຊີ​ເຣຍ ເມື່ອ​ວັນ​ທີ 22 ຕຸ​ລາ 2018.
ແຟ້ມ - ສະ​ມາ​ຊິກ​ພັກ​ຝ່າຍ​ຄ້ານ ມາ​ກາ​ເວຍ ອາ​ລ-ທໍ​ຣາ ໃນ​ຊີ​ເຣຍ ໄດ້​ຮັບ​ການ​ຝຶກ​ແອບ​ກ່ຽວ​ກັບ​ການ​ຍິງ​ປືນ ຈາກ​ກຳ​ລັງ​ພິ​ເສດ​ຂອງ​ສະ​ຫະ​ລັດ ທີ່​ຄ້າຍ​ອາ​ລ-ທານ​ຟ໌ ໃນ​ພາກ​ໃຕ້​ຊີ​ເຣຍ ເມື່ອ​ວັນ​ທີ 22 ຕຸ​ລາ 2018.

ກຳ​ລັງ​ຂອງ​ສະ​ຫະ​ລັດ​ໃນ​ອີ​ຣັກ ແລະ​ຊີ​ເຣຍ ໄດ້​ຖືກ​ໂຈມ​ຕີ​ດ້ວຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຫຼື​ໂດ​ຣນຫຼື​ບໍ່​ກໍ​ຈະ​ຫຼວດ​ຂອງ​ກຸ່ມ​ຕ່າງໆ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີ​ຣ່ານ​ຢ່າງ​ໜ້ອຍ 38 ເທື່ອ ພາຍ​ໃນ​ໄລ​ຍະ​ບໍ່​ຮອດ​ນຶ່ງ​ເດືອນ ຮວມ​ທັງ 6 ຄັ້ງ​ໃນ​ໄລ​ຍະ 2 ມື້​ທີ່​ຜ່ານ​ມາ ອີງ​ຕາມ​ທຳ​ນຽບ​ຫ້າ​ແຈ.

ສ່ວນ​ໃຫຍ່​ຂອງ​ການ​ໂຈມ​ຕີ​ເຫຼົ່າ​ນີ້ ແມ່ນ​ໄດ້​ຮັບ​ການ​ລົບ​ກວນ​ໂດຍ​ກຳ​ລັງ​ຂອງ​ສະ​ຫະ​ລັດ ຫຼື​ບໍ່​ກໍ​ບໍ່​ໄດ້​ໄປ​ຮອດ​ເປົ້າ​ໝາຍ ຈຶ່ງ​ບໍ່​ໄດ້​ກໍ່​ໃຫ້​ເກີດ​ການບ​າດ​ເຈັບ​ລົ້ມ​ຕາຍ​ຫຼື​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ພື້ນ​ຖານ​ໂຄງ​ລ່າງ​ໃດໆ ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ລັດ​ກ່າວ.

ການ​ໂຈມ​ຕີດັ່ງ​ກ່າວ​ ເຮັດ​ໃຫ້​ທະ​ຫານ​ສະ​ຫະ​ລັດ 46 ຄົນ ​ບາດ​ເຈັບ ສອງ​ເທົ່າ ຫຼາຍກວ່າທີ່​ໄດ້​ມີ​ການ​ລາຍ​ງານ​ກ່ອນ​ໜ້ານີ້ ອີງ​ຕາມ​ຈຳ​ນວນ​ທີ່​ໄດ້​ສະ​ໜອງ​ໃຫ້​ໂດຍຫົວ​ໜ້າໂຄ​ສົກ​ຂອງ​ທຳ​ນຽບ​ຫ້າ​ແຈ ນາຍ​ພົນ​ຈັດ​ຕະ​ວາ ​ແພັດ ຣາຍ​ເດີ້​.

“ສິ່ງ​ເຫຼົ່າ​ນີ້ ​ອາດ​ຈະ​ເປັນ​ສະ​ເກັດ​ລະ​ເບີດ ການ​ເຮັດ​ໃຫ້​ເຈັບ​ຫົວ ເຮັດ​ໃຫ້​ເຈ້ຍ​ຫູ​ຂາດ ເຮັ​ດ​ໃຫ້​ຫູອື້ ຂໍ້​ເທົ່າ​ຜະ​ລິກ” ນາຍ​ພົນ​ຣາຍ​ເດີ້​ກ່າວ ພ້ອມໆ​ກັບການ​ບາດ​ເຈັບ​ທາງ​ສະ​ໝອງ.

ການ​ບາດ​ເຈັບ​ຂອງ​ທະ​ຫານ​ອາ​ເມ​ຣິ​ກັນ ມີ​ຂຶ້ນ​ໃນ​ການ​ໂຈມ​ຕີ 4 ຄັ້ງ: ການ​ໂຈມ​ຕີ​ໂດຍ​ໂດ​ຣນ ​ຕໍ່​ຖານ​ທັບ​ອາ​ກາດ​ ອາ​ລ-ຮາ​ເຣຍ ໃນ​ເມືອງ​ເອີ​ບິ​ລ ບ່ອນ​ທີ່​ໂດ​ຣນ​ໄດ້​ຕົກ​ລົງ​ມາ​ກ່ອນ​ທີ່​ຈະ​ລະ​ເບີດ ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ຫຼາຍ​ລຳ​ 2 ຄັ້ງ​ຕໍ່​ຖານ​ທັບ​ອາ​ກາດ ອາ​ລ-ອາ​ຊາດ ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ອີ​ຣັກ ແລະ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ຫຼາຍ​ລຳ ທີ່​ຄ້າຍ​ອາ​ລ-ແທນ​ຟ໌ (Al-Tanf) ໃນ​ປະ​ເທດ​ຊີ​ເຣຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG