ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທໍານຽບ 5 ແຈກ່າວ​ວ່າ ການໂຈມຕີ 27 ຄັ້ງ ແນເປົ້າ ໝາຍໃສ່ກອງກໍາລັງຂອງສະຫະລັດໃນ ອີຣັກ ແລະ ຊີເຣຍ

ແຟ້ມຮູບ-ລົດທະຫານ ຂອງທະຫານສະຫະລັດ ຢູ່ທີ່ຖານທັບອາກາດ ອາລ-ອາຊາດ ໃນແຂວງອັນບາ, ອີຣັກ, ວັນທີ 13 ມັງກອນ 2020. ກອງກໍາລັງສະຫະລັດໃນ ອີຣັກ ແລະ ຊີເຣຍ ໄດ້ຖືກໂຈມຕີດ້ວຍໂດຣນ ຫຼື ຈະຫຼວດ ຢ່າງໜ້ອຍ 27 ຄັ້ງໃນບໍ່ເທົ່າໃດມື້ມານີ້, ອີງຕາມການກ່າວຂອງໂຄສົກທໍານຽບ 5 ແຈ.

ກອງ​ກຳ​ລັງ ສະ​ຫະ​ລັດ ໃນ ອີ​ຣັກ ແລະ ຊີ​ເຣຍ ຖືກ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ ຫຼື ຈະຫຼວດຢ່າງ​ໜ້ອຍ 27 ຄັ້ງ​ໃນ​ສອງ​ສາມ​ວັນ​ທີ່​ຜ່ານ​ມາ, ໃນ​ຂະ​ນະ​ທີ່ກອງ​ກຳ​ລັງ ສະ​ຫະ​ລັດ ຈຳ​ນວນຫຼາຍກວ່າ​ເກົ່າ​ຖືກ​ສົ່ງ​ໄປ​ໃນ​ພາກ​ພື້ນ​ດັ່ງ​ກ່າວ, ໂຄ​ສົກ​ທຳ​ນຽບ​ຫ້າ​ແຈ ພົນ​ຈັດ​ຕະ​ວາ ແພັດ ຣາຍ​ເດີ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້.

ຢ່າງ​ໜ້ອຍ​ການ​ໂຈມ​ຕີ​ທີ່​ວ່ານີ້​ເຈັດ​ຄັ້ງ ແມ່ນ​ຖືກ​ດຳ​ເນີນ​ຂຶ້ນຫຼັງ​ຈາກກອງ​ກຳ​ລັງ ສະ​ຫະ​ລັດ ໃນ​ຕອນ​ເຊົ້າ​ຂອງວັນ​ສຸກ​ທີ່​ຜ່ານ​ມາ​ໄດ້​ໂຈມ​ຕີ​ສະ​ຖານ​ທີ່​ສອງ​ແຫ່ງ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ ຊີ​ເຣຍ ທີ່​ຖືກ​ໃຊ້​ໂດຍກອງ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ ອິ​ສ​ລາມ ຂອງ ອີ​ຣ່ານ ແລະ ກຸ່ມ​ທີ່​ເປັນ​ສະ​ມາ​ຊິກ.

ໂຄສົກຂອງທໍານຽບ 5 ແຈ ປະຈໍາ Air Force Brig. ພົນເອກ ແພັດທຣິກ ຣາຍເດີ້ ກ່າວປາໄສ ຢູ່ທີ່ທໍານຽບ 5 ແຈ, ວັນທີ 26 ຕຸລາ 2023, ໃນນະຄອນຫຼວງວໍຊິງຕັນ.
ໂຄສົກຂອງທໍານຽບ 5 ແຈ ປະຈໍາ Air Force Brig. ພົນເອກ ແພັດທຣິກ ຣາຍເດີ້ ກ່າວປາໄສ ຢູ່ທີ່ທໍານຽບ 5 ແຈ, ວັນທີ 26 ຕຸລາ 2023, ໃນນະຄອນຫຼວງວໍຊິງຕັນ.

ການ​ໂຈມ​ຕີ​ຂອງ ສະ​ຫະ​ລັດ ແມ່ນ​ການ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ກ່ອນ​ໜ້ານີ້​ໃສ່​ກອງ​ກຳ​ລັງ ສະ​ຫະ​ລັດ ແລະ ໄດ້​ດຳ​ເນີນ​ຂຶ້ນ​ “ຢ່​າງ​ຈຳ​ກັດ” ເພື່ອ​ປົກ​ປ້ອງ ແລະ ປ້ອງ​ກັນ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ໃນ​ ອີ​ຣັກ ແລະ ຊີ​ເຣຍ,” ອີງ​ຕາມ​ການ​ກ່າວ​ໃນ​ຖະ​ແຫຼງ​ການ​ຂອງລັດ​ຖະ​ມົນ​ກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ ທ່ານ ລອຍ​ດ໌ ອອ​ສ​ຕິນ.
ບໍ່​ການ​ໂຈມ​ຕີ​ໃດໆ​ທີ່​ໄດ້ດຳ​ເນີນ​ຂຶ້ນ​ນັບ​ຕັ້ງ​ແຕ່​ການ​ໂຈມ​ຕີ​ແກ້​ແຄ້ນ​ຂອງ ສະ​ຫະ​ລັດ ເມື່ອ​ວັນ​ສຸກ​ທີ່​ຜ່ານ​ມາ​ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ ແລະ ບາດ​ເຈັບ ຫຼື ຄວາມ​ເສຍ​ຫາຍ, ອີງ​ຕາມ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG