ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງ​ ປ.ໄມ​ຄ໌ ເພັນ​ສ໌ຂອງ ສ​ຫລ ຕຳ​ໜິບໍ​ລິ​ສັດ Nike ແລະ ສະ​ມາ​ຄົມ ບານ​ບ້ວງ​ແຫ່ງ​ຊາດວ່າ ຄຸ​ເຂົ່າ​ໃຫ້​ເງິນ​ ແລະ ຕະ​ຫຼາດຈີນ


ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໄມ​ຄ໌ ເພັນ​ສ໌ ໂອ້​ລົມ​ກ່ຽວ​ກັບ ສາຍພົວ​ພັນ ລະ​ຫວ່າງ ສະ​ຫະ​ລັດ ກັບ​ຈີນ ໃນ​ວັນ​ທີ 24 ຕຸ​ລາ, 2019
​ຢູ່​ສູນ​ກາງວີ​ລ​ສັນ (Wilson) ໃນນະ​ຄອນ​ຫລວງວໍ​ຊິງ​ຕັນ​
ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໄມ​ຄ໌ ເພັນ​ສ໌ ໂອ້​ລົມ​ກ່ຽວ​ກັບ ສາຍພົວ​ພັນ ລະ​ຫວ່າງ ສະ​ຫະ​ລັດ ກັບ​ຈີນ ໃນ​ວັນ​ທີ 24 ຕຸ​ລາ, 2019 ​ຢູ່​ສູນ​ກາງວີ​ລ​ສັນ (Wilson) ໃນນະ​ຄອນ​ຫລວງວໍ​ຊິງ​ຕັນ​

ຢູ່​ໃນການ​ກ່າວ​ຄຳ​ປາ​ໄສ​ຢ່າງ​ຮຸນແຮງກ່ຽວ​ກັບ​ຈີນນັ້ນ, ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໄມ​ຄ໌ ເພັນ​ສ໌ ຍັງ​ໄດ້​ຕຳ​ໜິ​ບໍ​ລິ​ສັດ​ອາ​ເມ​ຣິ​ກາອີກ​ດ້ວຍ ວ່າຂາຍ​ຄ່າ​ນິ​ຍົມ​ຂອງປະ​ເທດນີ້ ເພື່ອປົກ​ປ້ອງຊ່ອງ​ທາງເຂົ້າ​ເຖິງ​ຕະ​ຫລາດ​ຂອງ​ຕົນ ຢູ່​ໃນ​ປະ​ເທດ​ທີ່​ມີ​ປະ​ຊາ​ຊົນ​ຫລາຍ​ທີ່​ສຸດ​ໃນ​ໂລກແຫ່ງນັ້ນ.

​ທ່ານ​ເພັນ​ສ໌ ເວົ້າ​ວ່າ "ມີ​ບໍ​ລິ​ສັດ​ຂ້າມ​ຊາດ​ຂອງ​ອາ​ເມ​ຣິກ​າ​ຫລາຍ​ບໍ​ລິ​ສັດຫລາຍ ເກີນ​ໄປໂພດທີ່​ໄດ້​ຄຸ​ເຂົ່າ​ໃຫ້​ເງິນ​ ແລະຕະ​ຫລາດຈີນ ໂດຍ​ພາ​ກັນ​ມິດ​ງຽບ ​ບໍ່ພຽງແຕ່ບໍ່​ຕຳ​ໜິ​ພັກ​ຄອມ​ມີວ​ນິ​ສ​ຈີນ​ເທົ່າ​ນັ້ນ ແຕ່​ຍັງ​ພາ​ກັນ​ແມ່ນກະ​ທັ້ງ​ ເອົາ​ຄ່າ​ນິ​ຍົມ​ຂອງ​ຄົນ​ອາ​ເມ​ຣິ​ກັນໄປ​ເຫັນ​ພ້ອມ​ນຳ​ພວກ​ເຂົາ​ດ້ວຍ.”

"ວັດ​ທະ​ນະ​ທຳ​ຂອງບໍ​ລິ​ສັດ​ທີ່​ກ້າວ​ໜ້າທີ່ເມີນ​ເສີຍ​ຕໍ່​ການ​ລະ​ເມີດ​ສິດ​ທິ​ມະ​ນຸດຢ່າງ​ມີ​ເຈດ​ຕະ​ນາ ບໍ່​ແມ່ນວັດ​ທະ​ນະ​ທຳທີ່​ກ້າວ​ໜ້າ ​ແຕ່ມັນ​ແມ່ນວັດ​ທະ​ນະ​ທຳ​ທີ່​ກົດ​ຂີ່​ປາບ​ປາມ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ເພັນ​ສ໌ ທີ່ກ່າວ​ເຖິງ​ບໍ​ລິ​ສັດ​ສະ​ຫະ​ລັດ ທີ່ຜະ​ລິດ​ເຄື່ອງ​ນຸງ​ຫົ່ມ​ຂອງ​ນັກ​ກິ​ລາ 2 ບໍ​ລິ​ສັດ ຄື ໄນ​ກີ (Nike) ແລະສະ​ມາ​ຄົມບານ​ບ້ວງ​ແຫ່ງ​ຊາດ ຫລື NBA.

ທ່ານຮອງ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ການ​ກ່າວ​ຄຳ​ປາ​ໄສ​ຢູ່​ສູນ​ກາງວີ​ລ​ສັນ (Wilson) ຢູ່ນະ​ຄອນ​ຫລວງວໍ​ຊິງ​ຕັນ​ນັ້ນ ໄດ້ເວົ້າ​ວ່າ ບໍ​ລິ​ສັດ Nike ໄດ້​ໂຄ​ສະ​ນາ​ຕົນ​ເອງວ່າ “ເປັນຜູ້​ປົກ​ປ້ອງ​ຄວາມ​ຍຸຕິ​ທຳ​ໃນ​ສັງ​ຄົມ," ແຕ່​ວ່າເມື່ອ​ເວົ້າ​ເຖິງ​ເລື້ອງ​ຮົງ​ກົງ​ແລ້ວ "ບໍ​ລິ​ສັດ​ນີ້​ ຜັດ​ຢາກກວດ​ເບິ່ງ​ຄວາມ​ຮູ້​ສຶກ​ຕື່ນ​ຕົວ​ທາງ​ສັງ​ຄົມ​ຂອງ​ຕົນ​ເມື່ອໄປ​ເຖິງ​ເຫດ​ການ​ໃນ​ຕົວ​ຈິງ​ກ່ອນ."

​ທ່ານ​ເພັນ​ສ໌ ເວົ້າ​ວ່າ ຮ້ານ​ຄ້າຕ່າງໆຂອງ​ຍີ່​ຫໍ້​ນີ້ ຢູ່​ໃນ​ຈີນ​ໄດ້ເອົາ​ສິນ​ຄ້າຂອງ​ທີມບານ​ບ້ວງ Houston Rockets ອອກ​ຈາກ​ຮ້ານ​ຂອງ​ເຂົາ​ເຈົ້າ "ເພື່ອ​ເປັນ​ໃຈ​ດຽວກັບ​ລັດ​ຖະ​ບານ​ຈີນ​ທຳການປະ​ທ້ວງ​ຕໍ່ຄຳ​ເວົ້າ 7 ຄຳ​ ຂອງ​ຜູ້​ຈັດ​ການ​ໃຫຍ່​ຂອງບໍ​ລິ​ສັດ Rockets ທີ່​ຂຽນຢູ່​ໃນ​ທວີດ​ເຕີ​ວ່າ "ຈົ່ງສູ້​ເພື່ອ​ເສ​ລີ​ພາບ, ຈົ່ງ​ຢືນ​ຢູ່​ຄຽງ​ບ່າ​ຄຽງ​ໄຫລ່​ກັບ​ຮົງ​ກົງ."

ນອກນັ້ນແລ້ວ ທ່ານ ເພັນ​ສ໌ ຍັງ​ເວົ້າ​ອີກວ່າ ນັກ​ກິ​ລາ​ສຳ​ຄັນ​ທີ່​ສຸດຂອງ NBA ແລະ​ເຈົ້າ​ຂອງ​ບໍ​ລິ​ສັດ​ຈຳ​ນວນ​ນຶ່ງ "ທີ່​ມັກ​ສະ​ແດງ​ອອກເຖິງ​ເສ​ລີ​ພາບຂອງ​ຕົນ ເພື່ອ​ຕຳ​ໜິ​ປະ​ເທດນີ້ຢູ່​ເປັນ​ປະ​ຈຳ ແມ່ນ​ບໍ່​ມີ​ປາກ​ມີ​ສຽງ​ຫຍັງ​ເມື່ອ​ເວົ້າ​ເຖິງ​ເສ​ລີ​ພາບ​ ແລະ​ສິດ​ຂອງປະ​ຊາ​ຊົນ​ໃນ​ປະ​ເທດ​ອື່ນ."

ທ່ານ ເພັນ​ສ໌ ຍັງກ່າວ​ເພີ້ມ​ວ່າ ໂດຍ​ການ​ທີ່​ເຂົ້າ​ຂ້າງ​ພັກ​ຄອມ​ມີວ​ນິ​ສ​ຈີນ ແລະ​ເຮັດ​ໃຫ້​ບໍ່​ໃຫ້​ມີ​ການ​ອອກປາກອອກ​ສຽງ​ຢ່າງ​ມີ​ເສ​ລີ​ພາບ "NBA ກຳ​ລັງ​ເຮັດ​ຄືກັນ​ກັບ​ວ່າ​ຕົນ​ເປັນ​ສາ​ຂາອັນ​ນຶ່ງທີ່ເປັນ​ຂອງ​ລະ​ບອບ​ຜະ​ເດັດ​ການ​ທັງ​ໝົດ​ເລີຍ.”

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG