ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ເພັນ​ສ໌ ກ່າວ​ເຖິງ​ສິ່ງ​ຕອບ​ແທນ ພ້ອມ​ກັບ​ຄຳ​ເຕືອນ ໃນ​ຄຳ​ປາ​ໄສ ກ່ຽວ​ກັບ ເວ​ເນ​ຊູ​ເອ​ລາ


ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໄມ​ຄ໌ ເພັນ​ສ໌ ເດີ​ນ​ທາງ​ຮອດກອງ​ປະ​ຊຸມ​ໃຫຍ່ ວໍ​ຊິງ​ຕັນ ກ່ຽວ​ກັບ ບັນ​ດາ​ປະ​ເທດ ອາ​ເມ​ຣິ​ກາ ຄັ້ງ​ທີ 49 ເພື່ອ​ກ່າວ​ຄຳ​ປາ​ໄສ. ກະ​ຊວງ​ການ​ຕ່າງ​ປະ​ເທດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, ສະ​ຫະ​ລັດ. 7 ພຶດ​ສະ​ພາ, 2019.
ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໄມ​ຄ໌ ເພັນ​ສ໌ ເດີ​ນ​ທາງ​ຮອດກອງ​ປະ​ຊຸມ​ໃຫຍ່ ວໍ​ຊິງ​ຕັນ ກ່ຽວ​ກັບ ບັນ​ດາ​ປະ​ເທດ ອາ​ເມ​ຣິ​ກາ ຄັ້ງ​ທີ 49 ເພື່ອ​ກ່າວ​ຄຳ​ປາ​ໄສ. ກະ​ຊວງ​ການ​ຕ່າງ​ປະ​ເທດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, ສະ​ຫະ​ລັດ. 7 ພຶດ​ສະ​ພາ, 2019.

ຮອງ​ປະ​ທານ​າ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໄມ​ຄ໌ ເພັນ​ສ໌ ໄດ້​ກ່າວ​ວ່າ ສະ​ຫະ​ລັດ ໄດ້​ຍົກ​ເລີກ​
ມາດຕະການລົງໂທດຕໍ່ອະດີດເຈົ້າໜ້າທີ່ສືບລັບຂອງ ເວເນຊູເອລາ, ແຕ່ໄດ້ເຕືອນຜູ້ພິ
ພາກສາ 25 ຄົນຂອງສານສູງສຸດໃນປະເທດດັ່ງກ່າວ ກ່ຽວກັບ ການລົງໂທດ ທີ່ອາດ
ເປັນໄປໄດ້ ແລະ ໄດ້ກ່າວຢ້ຳວ່າ “ທາງເລືອກຕ່າງໆແມ່ນສາມາດນຳມາພິຈາລະນາໄດ້”
ເພື່ອປົດປະທານາທິບໍດີ ນິໂຄລັສ ມາດູໂຣ ອອກຈາກຕຳແໜ່ງ.

ບັນ​ດາ​ຜູ້​ຟັງ​ຢູ່​ໃນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່ ​
ປະຈຳປີ ຢູ່ ວໍຊິງຕັນ ກ່ຽວກັບ ບັນດາປະເທດ ອາເມຣິກາ ໄດ້ມິດງຽບ ເມື່ອທ່ານ ເພັນສ໌
ໄດ້ເຕືອນ ກ່ຽວກັບ ການອາດໃຊ້ກຳລັງທະຫານນັ້ນ.

ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີບໍ່​ໄດ້​ຮັບ​ການ​ຊົມ​ເຊີຍ​ໃນ​ທັນ​ທີ​ ໃນ​ຕອນ​ອື່ນໆ​ລະ​ຫວ່າງ​ການ​
ກ່າວຄຳປາໄສຂອງທ່ານ ເມື່ອທ່ານໄດ້ປະຕິຍານວ່າ ສະຫະລັດ ຈະຢູ່ຄຽງຂ້າງກັບປະ
ຊາຊົນ ເວເນຊູເອລາ ຈົນກວ່າຈະມີ “ເສລີພາບ.”

ທ່ານ ເພັນ​ສ໌ ໄດ້​ຢືນ​ຢັນ​ວ່າ ທຳ​ນຽບ​ຫ້າ​ແຈ ພວມສົ່ງ​ກຳ​ປັ່ນ USNS Comfort ເຊິ່ງ​
ແມ່ນກຳປັ່ນໂຮງໝໍທະຫານ, ໄປພາກພື້ນດັ່ງກ່າວໃນເດືອນມິຖຸນາເປັນເວລາຫ້າເດືອນ
ເພື່ອສະໜອງການປິ່ນປົວດ້ານການແພດໃຫ້ອົບພະຍົບ ເວເນຊູເອລາ ແລະ ຄົນອື່ນໆ.

ກະ​ຊວງ​ການ​ເງິນ ສະ​ຫະ​ລັດ ໃນ​ວັນ​ອັງ​ຄານ​ວານນີ້ ໄດ້​ຍົກ​ເລີກ​ມາ​ດ​ຕະ​ການ​ລົງ​ໂທດ​
ຕໍ່ນາຍພົນ ມານູແອລ ຟິກູເອຣາ, ທີ່ເປັນຫົວໜ້າ ອົງການສືບລັບ SEBIN ແລະ ໄດ້ແປ
ພັກ. ທ່ານແມ່ນນຶ່ງໃນບັນດາເຈົ້າໜ້າທີ່ປະມານ 150 ຄົນ ແລະທຸລະກິດຕ່າງໆທີ່ຖືກ
ມາດຕະການລົງໂທດ ອັນເປັນສ່ວນນຶ່ງໃນຄວາມພະຍາມຂອງ ສະຫະລັດ ທີ່ຈະເຮັດ
ໃຫ້ ການສະໜັບສະໜູນຕໍ່ທ່ານ ມາດູໂຣ ອ່ອນກຳລັງລົງ.

ຜູ້​ນຳ​ສະ​ພາ​ແຫ່ງ​ຊາດ ແລະ ຝ່າຍ​ຄ້ານ ທ່ານ ຮວນ ກວາ​ອີ​ໂດ ໄດ້​ສະ​ແດງ​ຄວາມ​ຍິນ​ດີ
ກັບການເຄື່ອນໄຫວຂອງ ສະຫະລັດ, ເຊິ່ງທ່ານໄດ້ກ່າວໃນທວິດເຕີວ່າ ມັນເປັນຫຼັກ
ຖານຂອງການສະໜັບສະໜູນທີ່ແໜ້ນແຟ້ນໂດຍພັນທະມິດຂອງຝ່າຍຄ້ານ.

ທ່ານ ກວາ​ອີ​ໂດ ໄດ້​ກ່າວ​ຢ້ຳ​ເຖິງ​ການ​ຮຽກ​ຮ້ອງ ໃຫ້​ມີ​ການ​ປ່ຽນ​ລັດ​ຖະ​ບານ​ໃໝ່ ແລະ
ການເລືອກຕັ້ງທີ່ເສລີ.

ນອກ​ຈາກ​ຈະ​ກ່າວ​ຫາ​ທ່ານ ມາ​ດູ​ໂຣ ສຳ​ລັບ​ຄວາມ​ລຳ​ບາກ​ທາງ​ການ​ເມືອງ ແລະ ເສດ
ຖະກິດ ແລ້ວ, ຮອງປະທານາທິບໍດີ ສະຫະລັດ ຍັງໄດ້ກ່າວຫາ ຄິວບາ, ຣັດເຊຍ ແລະ
ອີຣ່ານ ໃນຄຳປາໄສຂອງທ່ານ ທີ່ໄດ້ຊ່ວຍຮັກສາໃຫ້ຜູ້ສືບທອດຕຳແໜ່ງຂອງທ່ານ
ຮິວໂກ ຊາເວສ ຢູ່ໃນອຳນາດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG