ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Pence ກ່າວວ່າ ສະຫະລັດ ຈະເຮັດໃຫ້ ຣັດເຊຍ ຮັບຜິດຊອບຕໍ່ການກະທຳ ຂອງພວກ ເຂົາເຈົ້າ


Pence Vows 'Unwavering' US Commitment to Transatlantic Alliance
please wait

No media source currently available

0:00 0:02:29 0:00

ການກ່າວຄຳປາໄສ ກ່ຽວກັບ ນະໂຍບານການຕ່າງປະເທດທີ່ສຳຄັນທີ່ສຸດເປັນຄັ້ງທຳອິດ ຂອງ ທ່ານ, ຮອງປະທານາທິບໍດີ ສະຫະລັດ ທ່ານ Mike Pence ໄດ້ກ່າວວ່າ ອາເມລິ ກາ ຈະບໍ່ປ່ຽນແປງໃນການສະໜັບສະໜູນຂອງຕົນ ສຳລັບພັນທະມິດອົງການ NATO, ແຕ່ ໄດ້ເຕືອນບັນດາພັນທະມິດ ຢູໂຣບ ວ່າພວກເຂົາເຈົ້າຕ້ອງເພີິ່ມການໃຊ້ຈ່າຍໃນດ້ານການ ປ້ອງກັນ.

ທ່ານ Pence ໄດ້ກ່າວຕໍ່ບັນດາຄະນະຜູ້ແທນໃນກອງປະຊຸມຄວາມ ປອດໄພ Munich ໃນວັນ ເສົາວານນີ້ວ່າ “ຂ້າພະເຈົ້າຂໍຮັບປະກັນຕໍ່ ພວກທ່ານວ່າ ສະຫະລັດ ອາເມຣິກາ ສະໜັບສະ ໜູນຢ່າງເຂັ້ມແຂງຕໍ່ອົງການ NATO ແລະ ຈະບໍ່ປ່ຽນແປງຄຳໝັ້ນສັນຍາ ຂອງພວກເຮົາຕໍ່ ການເປັນພັນທະມິດຂ້າມມະຫາສະໝຸດ ແອັດລັງຕິກ ນີ້.”

ທ່ານໄດ້ກ່າວຢ້ຳການຮຽກຮ້ອງໃຫ້ບັນດາພັນທະມິດ ຢູໂຣບ ຮັກສາຄຳໝັ້ນສັນຍາຂອງ ພວກ ເຂົາເຈົ້າຕໍ່ NATO ກ່ຽວກັບ ການໃຊ້ຈ່າຍ​ເງິນ GDP 2 ເປີເຊັນຂອງຕົນໃນການ ປ້ອງກັນ.

ທ່ານໄດ້ກ່າວວ່າ “ປະທານາທິບໍດີແຫ່ງ ສະຫະລັດ ຫວັງວ່າ ບັນດາພັນທະມິດຈະຮັກ ສາຄຳ ເວົ້າຂອງພວກເຂົາເຈົ້າ, ເພື່ອບັນລຸກຄຳໝັ້ນສັນຍານີ້ ແລະ ສຳລັບສ່ວນ ໃຫຍ່ນັ້ນໝາຍ ຄວາມວ່າ ມັນເຖິງເວລາ ແລ້ວທີ່ຈະລົງມືເຮັດວຽກຫຼາຍຂຶ້ນກວ່າເກົ່າ.”

ຖ່າມກາງຂໍ້ໂຕ້ແຍ້ງ ກ່ຽວກັບ ສາຍພົວພັນລັດຖະບານຂອງທ່ານ ທຣຳ ກັບ ມົສກູ ນັ້ນ, ຮອງປະ ທານາທິບໍດີໄດ້ກ່າວວ່າ ສະຫະລັດ ຈະສືບຕໍ່ເຮັດໃຫ້ ຣັດເຊຍ ຮັບຜິດຊອບ ແລະ ຮຽກຮ້ອງໃຫ້ ເຂົາເຈົ້ານັບຖືຄຳສັນຍານະຄອນຫຼວງ Minsk ໂດຍໃຫ້ຫຼຸດຜ່ອນຄວາມ ຮຸນແຮງລົງໃນພາກຕາ ເວັນອອກຂອງ ຢູເຄຣນ ແມ່ນກະທັ້ງທີ່ພວກເຮົາຊອກຫາ ຜົນປະໂຫຍດຮ່ວມກັນກໍຕາມ.

ໃນບັນດາຄະນະຜູ້ແທນຫຼາຍຮ້ອຍຄົນທີ່ຮັບຟັງຮອງປະທານາທິບໍດີ ທ່ານ Pence ນັ້ນ ແມ່ນລັດ ຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ Sergei Lavrov. ທ່ານໄດ້ຂຶ້ນກ່າວ ຄຳປາໄສໃນເວ ລາສອງສາມຊົ່ວໂມງຕໍ່ມາ ແລະ ໄດ້ກ່າວວ່າ ໂລກແມ່ນກຳລັງຢູ່ໃນ ເວລາຂອງການປ່ຽນແປງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG