ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ມີຄວາມເຊື່ອໝັ້ນວ່າ ຈີນ ຈະກົດດັນໃຫ້ ເກົາຫຼີເໜືອ ຍົກເລີກ ໂຄງການນິວເຄລຍ


ຮອງປະທານາທິບໍດີ ສຫລ ທ່ານ Mike Pence (ຊ້າຍ) ພວມກ່າວ ໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ ຮ່ວມກັບ ນາຍົກລັດຖະມົນຕີ Turnbull.
ຮອງປະທານາທິບໍດີ ສຫລ ທ່ານ Mike Pence (ຊ້າຍ) ພວມກ່າວ ໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ ຮ່ວມກັບ ນາຍົກລັດຖະມົນຕີ Turnbull.

ຮອງ​ປະທານາທິບໍດີ​ສະຫະລັດ ທ່ານ Mike Pence ກ່າວ​ວ່າ ສະຫະລັດ ມີ​ຄວາມ​ໝັ້ນ​
ໃຈ​ຢ່າງ​ງຽ​ບໆວ່າ ຈີນ​ຈະດຳ​ເນີນ​ການເພີ້​ມຕື່ມ ​ເພື່ອໃຊ້​ອິດ​ທິພົນ​ຂອງຕົນ ຊັກ​ຊວນ​ໃຫ້
ເກົາຫຼີເໜືອ ຢຸດ​ເຊົາ​ໂຄງການ​ອາວຸດ​ນິວ​ເຄລຍຂອງ​ຕົນ.

ທ່ານ Pence ກ່າວຢູ່​ທີ່​ກ​ອງປະຊຸມ​ຖະ​ແຫຼງຂ່າວ ຮ່ວມ​ກັບນາຍົກລັດຖະມົນຕີ ອອສ​
ເຕຣ​ເລຍ ທ່ານ Malcolm Turnbull ທີ່​ນະຄອນ​ Sydney ໃນ​ວັນ​ເສົາມື້​ນີ້.

ທັງ​ສະຫະລັດ ​ແລະ​ອອສ​ເຕຣ​ເລຍ ຕ່າງ​ກໍ​ໄດ້​ກົດ​ດັນ​ຈີນ ​ໃຫ້​ເອົາ​ຄວາມ​ຮັບຜິດຊອບ
​ຫຼາຍ​ຂຶ້ນ​ ໃນ​ການໃຊ້​ອິດ​ທິພົນ ຊັກ​ຊວນ​ໃຫ້ເກົາຫລີ​ເໜືອ​ປະຖິ້ມໂຄງການ​ນິວ​ເຄລຍ
ຂອງ​ຕົນ.

ທ່ານ Pence ກ່າວ​ວ່າ ​ໂຄງການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງ​ພຽງ​ຢາງ “​ເປັນໄພ​ຂົ່ມ
​ຂູ່ຕໍ່​ຄວາມ​ທຸ່ນທ່ຽງ ​ແລະ​ຄວາມ​ໝັ້ນຄົງ​ຂອງ​ຂົງ​ເຂດ​ນີ້ ​ແລະອາດ​ຈະ​ເປັນ ໄພ​ຂົ່ມຂູ່​ຕໍ່​
ແຜ່ນດິນ​ໃຫຍ່ສະຫະລັດນຳ​ດ້ວຍ.”

ຮອງ​ປະ​ທາ​ນາ​ທິບໍດີ​ສະຫະລັດ ຊຶ່ງ​ເປັນ​ເຈົ້າ​ໜ້າ​ທີ່​ຂັ້ນສູງຄົນ​ທຳ​ອິດ​ຂອງ​ລັດຖະບານ
ທ່ານ​ທຣໍາ ທີ່ໄປຢ້ຽມຢາມ​ອອສ​ເຕຣ​ເລຍ ກ່າວ​ວ່າ “ການ​ສືບ​ຕໍ່ ດຳ​ເນີນ​ໄປ​ຕາມ​ເສັ້ນ
ທາງທີ່ໂລກ​ໄດ້​ມີ​ມາກັບ​ເກົາຫລີ​ເໜືອ​ເປັນ​ເວລາ 25 ປີນັ້ນ ​ແມ່ນ​ເປັນ ທີ່​ຮັບເອົາ​ບໍ່​ໄດ້."

ຮອງປະທານາທິບໍດີ Mike Pence (ຊ້າຍ) ຈັບມືກັບ ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Malcolm Turnbull
ຮອງປະທານາທິບໍດີ Mike Pence (ຊ້າຍ) ຈັບມືກັບ ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Malcolm Turnbull

ທ່ານ Pence ກ່າວ​ວ່າ ​ກຸ່ມ​ໂຈມ​ຕີຂອງ​ກອງທັບ​ເຮືອທີ່​ນຳພາ​ໂດຍ​ກຳ​ປັ່ນ​ບັນທຸກ​ເຮືອ
ບິນ Carl Vinson ກຳລັງ​ມຸ່ງ​ໜ້າ​ໄປ​ສູ່​ເຂດ​ນ່ານນໍ້າ​ນອກ​ແຫຼມ​ເກົາຫລີຊຶ່ງຈະໄປ​ເຖິງ
ທະ​ເລ​ຍີ່ປຸ່ນ​ພາຍໃນ​ບໍ່​ເທົ່າ​ໃດ​ມື້​ນີ້.

ທ່ານ Turnbull ກ່າວ​ວ່າ ຈີນ​ສາມາດ​ໃຊ້​ເສດຖະກິດບັງຄັບ​ໃຫ້​ເກົາຫລີ​ເໜືອປະຕິ​ບັດ​
ຕາມ.

ນອກ​ນັ້ນ ທ່ານ Pence ຍັງ​ໄດ້​ຢືນຢັນ​ວ່າ​ ສະຫະລັດຈະປະຕິບັດ​ຕາມ ໂຄງການອົບ
​ພະຍົບ ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງກັບ​ອອສ​ເຕຣ​ເລຍ ທີ່​ຈະ​ຮັບ​ເອົາ​ຜູ້​ຂໍ​ລີ້​ໄພ​ 1,250 ຄົນ
ເຂົ້າ​ໄປ​ຕັ້ງຖິ່ນ​ຖານ​ໃໝ່ ​ໃນ​ສະຫະລັດ. ປະທານາທິບໍດີ​ທຣໍາ ​ກ່າວ​ເຖິງ​ຂໍ້​ຕົກລົງ​ກ່ຽວ​
ກັບ​ພວກ​ອົບ​ພະຍົບຂອງ​ລັດຖະບານທ່ານ Obama ວ່າ “​ໂງ່​ຈ້າ.”

ຮອງ​ປະທານາທິບໍດີ​ສະຫະລັດ ກຳລັງ​ຢຸດແວ່​ບ່ອນ​ສຸດ​ທ້າຍ ​ໃນ​ການ​ເດີນທາງຢ້ຽມ
ຢາມ 4 ປະ​ເທດໃນ​ເຂດ​ເອ​ເຊຍເປັນ​ເວລາ 10 ມື້ ທີ່​ໄດ້​ນຳພາ​ທ່ານໄປ​ສູ່ເກົາຫລີໃຕ້
ຍີ່​ປຸ່ນ ​ແລະ​ອິນ​ໂດ​ເນ​ເຊຍ. ​

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG