ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ເພັນສ ຍົກຍ້ອງທ່ານ ທຣຳ ທີ່ເປັນຫ່ວງ ເມືອງ Des Moines ຫຼາຍກວ່າ ປະເທດ ເດັນມາກ


ຮອງປະທານາທິບໍດີ ສະຫະລັດ ທ່ານ Mike Pence ຍົກມືທັກທາຍພວກສະໜັບສະໜູນ ໃນຂະນະທີ່ສະມາຊິກ
ສະພາສູງ ສະຫະລັດ ທ່ານນາງ Joni Ernst, ກ່າວຄຳປາໄສ ໃນລະຫວ່າງງານຫາລາຍໄດ້ປະຈຳປີຂອງທ່ານນາງ. 3 ມິຖຸນາ, 2017 ໃນເມືອງ Boone, ລັດ Iowa.
ຮອງປະທານາທິບໍດີ ສະຫະລັດ ທ່ານ Mike Pence ຍົກມືທັກທາຍພວກສະໜັບສະໜູນ ໃນຂະນະທີ່ສະມາຊິກ ສະພາສູງ ສະຫະລັດ ທ່ານນາງ Joni Ernst, ກ່າວຄຳປາໄສ ໃນລະຫວ່າງງານຫາລາຍໄດ້ປະຈຳປີຂອງທ່ານນາງ. 3 ມິຖຸນາ, 2017 ໃນເມືອງ Boone, ລັດ Iowa.

ທ່ານ Mike Pence ຮອງປະທານາທິບໍດີ ສະຫະລັດ ໄດ້ກ່າວໃນວັນເສົາວານນີ້ວ່າ
“ເຮົາໂຊກດີ ທີ່ໄດ້ມີປະທານາທິບໍດີ ທີ່ມີຄວາມເປັນຫ່ວງຕໍ່ເມືອງ Des Moines
ຫຼາຍກວ່າ ປະເທດ ແດນມາກ”
ລຸນຫຼັງການມ້ວນທ້າຍງານຫາລາຍໄດ້ ທາງດ້ານ
ການເມືອງດ້ວຍການຂີ່ລົດຈັກ.

ທ່ານ Pence ໄດ້ໄປລັດ ໄອໂອວາ ໃນວັນເສົາວານນີ້ ເພື່ອຫາລາຍໄດ້ຊ່ອຍ ສະມາ
ຊິກສະພາສູງ ທ່ານ Joni Ernst ໃນງານ ບາບີຄິວ“Roast and Ride” ເພື່ອເປັນກຽດ
ໃຫ້ແກ່ທະຫານຜ່າເສິກ ສະຫະລັດ.

ຄຳເວົ້າດັ່ງກ່າວ ແມ່ນທ່ານອ້າງເຖິງ “ການຕັດສີນໃຈ” ຂອງປະທານາທິບໍດີ ດໍໂນລ
ທຣຳ ໃນສັບປະດານີ້ທີ່ຖອນໂຕ ສະຫະລັດ ອອກຈາກ ສັນຍາການປ່ຽນແປງຂອງອາ
ກາດທີ່ນະຄອນ ປາຣີ. ທ່ານກ່າວວ່າ ທ່ານປະທານາທິບໍດີ ຈະປະກາດເລື່ອງການຕັດ
ພາສີ ທີ່ທ່ານໄດ້ສັນຍາໄວ້ ທັງຈະລົບລ້າງກົດໝາຍປະຕິຮູບການຮັກສາສຸຂະພາບທີ່ຮັບ
ຜ່ານໃນລະຫວ່າງ ລັດຖະບານຂອງທ່ານ ບາຣັກ ໂອບາມານຳ.

ການຊຸມນຸມດັ່ງກ່າວໄດ້ຕ້ອນຮັບພວກນັກຂີ່ລົດຈັກທັງຫຼາຍ ຊຶ່ງປະທານພັກຣິພັບລິກັນ ປະຈຳລັດໄດ້ຊຸກຍູ້ຝູງຊົນວ່າ “ຈົ່ງເລັ່ງລົດຈັກຂອງພວກທ່ານຂຶ້ນດັງໆ ຖ້າທ່ານສະ
ໜັບສະໜູນທ່ານນາງ Joni Ernst.”

ຮອງປະທານາທິບໍດີທ່ານ Pence ກ່າວວ່າ “ມັນຮູ້ສຶກດີຫຼາຍທີ່ໄດ້ຂີ່ລົດ Harley ອີກ.”

ເຊັ່ນດຽວກັນໃນວັນເສົາວານນີ້ ທ່ານນາງ ນິກກີ ເຮລີ ເອກອັກຄະລັດຖະທູດ ສະຫະລັດ
ປະຈຳ ອົງການສະຫະປະຊາຊາດ ກໍໄດ້ບອກສະຖານີ ໂທລະພາບ CNN ວ່າ “ປະທາ
ນາທິບໍດີ ທຣຳ ເຊື່ອວ່າ ອາກາດພວມປ່ຽນແປງ ແລະ ທ່ານເຊື່ອວ່າຄວາມເປິເປື້ອນ ແມ່ນເປັນພາກສ່ວນນຶ່ງຂອງເລື່ອງ.”

ພວກນັກຂ່າວ ບໍ່ໄດ້ຮັບຄຳຕອບ ເວລາພວກເຂົາເຈົ້າຖາມເຈົ້າໜ້າທີ່ ທຳນຽບຂາວ ໃນ
ວັນສຸກວ່າ ທ່ານປະທານາທິບໍດີ ເຊື່ອໃນການປ່ຽນແປງຂອງດິນຟ້າອາກາດຫຼືບໍ່. ໃນໄລ
ຍະຜ່ານມາ ທ່ານ ທຣຳ ໄດ້ເອີ້ນການປ່ຽນແປງແປງຂອງອາກາດວ່າ ເປັນເລື່ອງຫຼອກ
ລວງ ແຕ່ນັບຕັ້ງແຕ່ໄດ້ດຳລົງຕຳແໜ່ງປະທານາທິບໍດີິ ເmjປັນຕົ້ນມາ. ທ່ານບໍ່ໄດ້ປະກາດ ເຖິງຄວາມຄິດແນວໃດ ກ່ຽວກັບ ເລື່ອງນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG