ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ການຢ້ຽມຢາມ ອິສຣາແອລ ຂອງຮອງ ປະທານາທິບໍດີ ສະຫະລັດ ເພັ່ງເລັງໃສ່ ນະຄອນ ເຈຣູຊາແລັມ


ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ ພ້ອມພັນລະຍາ, ທ່ານນາງ ແຄເຣັນ ຍົກມືທັກທາຍ ໃນຂະນະທີ່ພວກເພິ່ນເດີນທາງຮອດສະໜາມບິນ ແທລ ອາວີຟ, ປະເທດ ອິສຣາແອລ. 21 ມັງກອນ, 2018.
ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ ພ້ອມພັນລະຍາ, ທ່ານນາງ ແຄເຣັນ ຍົກມືທັກທາຍ ໃນຂະນະທີ່ພວກເພິ່ນເດີນທາງຮອດສະໜາມບິນ ແທລ ອາວີຟ, ປະເທດ ອິສຣາແອລ. 21 ມັງກອນ, 2018.

ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ "Mike Pence" ໄດ້ກ່າວໃນວັນ
ຈັນມື້ນີ້ວ່າ ທ່ານຮູ້ສຶກເປັນກຽດ “ທີ່ໄດ້ເດີນທາງມານະຄອນຫຼວງ ເຈຣູຊາແລັມ ຂອງ
ປະເທດ ອິສຣາແອລ,” ເປັນການກ່າວເນັ້ນ ເຖິງການຕັດສິນໃຈຮັບຮູ້ເມືອງດັ່ງກ່າວ
ຂອງ ສະຫະລັດ ໃນເວລາທີ່ທ່ານພົບປະກັບນາຍົກລັດຖະມົນຕີ ອິສຣາແອລ ທ່ານ
ເບັນຈາມິນ ເນທັນຢາຮູ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ຫັນປ່ຽນນະໂຍບາຍ ສະຫະລັດ ທີ່ມີມາຫຼາຍທົດສະ
ວັດ ໂດຍກ່າວວ່າ ນະຄອນ ເຈຣູຊາແລັມ ແມ່ນນະຄອນຫຼວງຂອງປະເທດ ອິສຣາແອລ
ແລະ ໄດ້ເລີ່ມຂະບວນການຍົກຍ້ານສະຖານທູດ ສະຫະລັດ ຈາກນະຄອນຫຼວງ ແທລ
ອາວີຟ "Tel Aviv" ໄປທີ່ນັ້ນ.

ທ່ານ ເພັນສ໌ ໄດ້ກ່າວໃນລະຫວ່າງການຢຸດແວ່ປະເທດສຸດທ້າຍ ໃນການເດີນທາງ
ຢ້ຽມຢາມພາກຕາເວັນອອກກາງ 4 ວັນຂອງທ່ານວ່າ “ໃນການປະກາດຄັ້ງປະຫວັດ
ສາດເມື່ອວັນທີ 6 ທັນວາທີ່ຜ່ານມານັ້ນ, ປະທານາທິບໍດີ ທຣຳ ໝັ້ນໃຈວ່າ ດ້ວຍການ
ຮັບຮູ້ນະຄອນ ເຈຣູຊາແລັມ ວ່າເປັນນະຄອນຫຼວງຂອງ ອິສຣາແອລ ນັ້ນ ພວກເຮົາ
ຈະສ້າງໂອກາດ ເພື່ອສືບຕໍ່ການເຈລະຈາ ທີິ່ມີຈຸດປະສົງດີ ລະຫວ່າງ ອິສຣາແອລ ກັບ
ອຳນາດການປົກຄອງ ປາແລັສໄຕນ໌ ກ່ຽວກັບ ບັນຫາຕ່າງໆທີ່ສາມາດປຶກສາຫາລືກັນ
ໄດ້ ແລະ ປະທານາທິບໍດີມີ ທຣຳ ມີຄວາມເຊື່ອໝັ້ນຢ່າງແທ້ຈິງວ່າ ມັນຈະສາມາດແກ້
ໄຂໄດ້.”

ທ່ານ ເນທັນຢາຮູ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ທຣຳ ສຳລັບສິ່ງທີ່ທ່ານໄດ້ເອີ້ນ
ວ່າແມ່ນ “ຖະແຫຼງການຄັ້ງປະຫວັດສາດ” ແລະ ໄດ້ປະກາດວ່າ ສາຍພົວພັນລະຫວ່າງ
ສະຫະລັດ ກັບ ອິສຣາແອລ ແມ່ນ “ບໍ່ເຄີຍເຂັ້ມແຂງກວ່ານີ້.”

ນອກຈາກການເຈລະຈາສອງຝ່າຍຫຼາຍຄັ້ງແລ້ວ, ທ່ານ ເພັນສ໌ ກໍຍັງໄດ້ກ່າວຄຳປາໄສ
ໃນສະພາ ເນັສເສັດ "Knesset" ໃນວັນຈັນມື້ນີ້, ເຊິ່ງແມ່ນສະພານິຕິບັນຍັດຂອງ
ອິສຣາແອລ.

ບັນດາເຈົ້າໜ້າທີ່ ອາວຸໂສ ທຳນຽບຂາວ ໄດ້ກ່າວວ່າ ທ່ານຮອງປະທານາທິບໍດີ ຈະປຶກ
ສາຫາລື ກ່ຽວກັບ ສາຍພົວພັນ ສະຫະລັດ-ອິສຣາແອລ, ວິທີທີ່ຈະຕອບໂຕ້ຕໍ່ອິດທິພົນ
ຂອງປະເທດ ອີຣ່ານ ໃນພາກພື້ນ, ແລະ ແຜນຍຸດທະສາດ ກ່ຽວກັບ ຄວາມຂັດແຍ້ງ
ຊີເຣຍ.

ໃນການກ່າວຄຳປາໄສທີ່ສະພາ ເນັສເສັດ ນັ້ນ, ບັນດາເຈົ້າໜ້າທີ່ໄດ້ເວົ້າວ່າ ທ່ານ
ເພັນສ໌ ມີແຜນທີ່ຈະກ່າວວ່າ ມັນມີເວລາເຫຼືອຢູ່ ສຳລັບ ອິສຣາແອລ ກັບ ປາແລັສໄຕນ
ທີ່ຈະກັບໄປເຮັດວຽກ ແລະ ທຳການເສຍສະຫຼະທີ່ຈຳເປັນ ຕໍ່ຂໍ້ຕົກລົງສັນຕິພາບ ທີ່ພະ
ຍາຍາມເຮັດມາດົນນານນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG