ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ ກ່າວວ່າ ການໂຄສະນາກົດດັນ
ອີຣ່ານ ຂອງວໍຊິງຕັນແມ່ນກຳລັງໄດ້ຜົນ, ດ້ວຍລັດຖະບານ ເຕຫະຣ່ານ ກຳລັງສູນເສຍ
ຄວາມສາມາດຂອງເຂົາເຈົ້າທີ່ຈະສະໜັບສະໜູນພວກທະຫານບ້ານທີ່ເປັນຕົວແທນ
ຂອງເຂົາເຈົ້າໃນພາກພື້ນ.
ທ່ານ ເພັນສ ໄດ້ຍົກຍ້ອງຄວາມພະຍາຍາມຂອງ ສະຫະລັດ ເພື່ອກົດດັນ ອີຣ່ານ ໃຫ້
ສິ້ນສຸດກິດຈະກຳມຸ່ງຮ້າຍຂອງເຂົາເຈົ້າ ໃນການກ່າວຄຳປາໄສຕໍ່ກອງປະຊຸມປະຈຳປີ
ຂອງສະພາ ອິສຣາແອລ ອາເມຣິກັນ (IAC) ໃນເມືອງ ຮອລລີວູດ, ລັດຟລໍຣິດາ. ສະພາ
IAC ແມ່ນອົງການທີ່ບໍ່ປະສົງຜົນກຳໄລ ທີ່ພະຍາຍາມສ້າງຊຸມຊົນ “ທີ່ມີການພົວພັນກັນ
ແລະ ສາມັກຄີກັນ” ໃນບັນດາຊາວ ອິສຣາແອລ ຫຼາຍກວ່າ 5 ແສນຄົນທີ່ອາໄສຢູ່ໃນ
ສະຫະລັດ. ອິສຣາແອລ ແມ່ນພັນທະມິດທີ່ໃກ້ຊິດຂອງ ສະຫະລັດ, ແລະເປັນຄູ່ປໍລະປັກ
ທີ່ສຳຄັນໃນພາກພື້ນຂອງ ອີຣ່ານ.
ທ່ານ ເພັນສ໌ ໄດ້ກ່າວຕໍ່ຜູ້ຟັງຫຼາຍພັນຄົນຢູ່ຫໍປະຊຸມໃຫຍ່ວ່າ “ໃນຂະນະທີ່ພວກເຮົາເວົ້າ,
ການກະທຳຂອງພວກເຮົາແມ່ນໄດ້ຕັດຄວາມສາມາດຂອງລະບອບການປົກຄອງ ອີຣ່ານ
ທີ່ຈະສະໜັບສະໜູນພວກກໍ່ການຮ້າຍຮັບໃຊ້ຂອງເຂົາເຈ້າໃນທົ່ວພາກພື້ນ ຕາມມາດຕະ
ຖານທີ່ເພີ່ມຂຶ້ນ.” ທ່ານ ໄດ້ກ່າວເພີ່ມເຕີມ ຕໍ່ການຕົບມືໃຫ້ນັ້ນວ່າ “ໃນຂະນະທີ່ ອີຣ່ານ
ສືບຕໍ່ທີ່ຈະດຳເນີນຕໍ່ເປົ້າໝາຍທີ່ຊົ່ວຮ້າຍຂອງເຂົາເຈົ້ານັ້ນ, ອະນຸຍາດໃຫ້ຂ້າພະເຈົ້າສັນ
ຍາຢ່າງເອົາຈິງເອົາຈັງຕໍ່ທ່ານ, ຕໍ່ ອິສຣາແອລ ແລະ ຕໍ່ໂລກວ່າ: ສະຫະລັດ ອາເມຣິກາ
ຈະບໍ່ມີວັນອະນຸຍາດໃຫ້ ອີຣ່ານ ມີອາວຸດນິວເຄລຍ ເດັດຂາດ.”