ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເພັນ​ສ໌ ​ໄດ້​ຮັບ​ໝາຍຮຽກ​ຕົວ ໂດຍ​ໄອ​ຍະ​ການພິເສດ ທີ່​ທຳ​​ການ​ສືບ​ສວນ ຕໍ່​ທ່ານ​ທ​ຣຳ


(ພາບ​ໃນ​ແຟ​ມ) ອະດີດຮອງປະທານາທິບໍດີ​ໄມ​ຄ໌ ເພັນ​ສ໌ກ່າວ​ຄຳ​ປາ​ໄສ ​ຕໍ່​ນັກ​ສຶກ​ສາ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ Georgetown ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 19 ຕຸ​ລາ, 2022.
(ພາບ​ໃນ​ແຟ​ມ) ອະດີດຮອງປະທານາທິບໍດີ​ໄມ​ຄ໌ ເພັນ​ສ໌ກ່າວ​ຄຳ​ປາ​ໄສ ​ຕໍ່​ນັກ​ສຶກ​ສາ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ Georgetown ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 19 ຕຸ​ລາ, 2022.

ອະດີດຮອງປະທານາທິບໍດີ​ໄມ​ຄ໌ ເພັນ​ສ໌ ໄດ້ຖືກໝາຍຮຽກໂດຍ​ໄອ​ຍະ​ການພິເສດທີ່ຮັບ​ຜິດ​ຊອບການສືບສວນ ກ່ຽວກັບຄວາມພະຍາຍາມຂອງອະດີດປະທານາທິບໍດີດໍ​ໂນ​ລ ທ​ຣຳ ແລະພັນທະມິດຂອງທ່ານ ທີ່ຈະຕ່າວ​ປີ້ນ ຜົນຂອງການເລືອກຕັ້ງ ປີ 2020, ນັ້ນ​ຄື​ຄຳ​ເວົ້າ​ຂອງຜູ້ທີ່ຮູ້ຈັກກ່ຽວກັບເຫດການນີ້ໂດຍກົງ ​ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

​ໃບໝາຍຮຽກຕົວທ່ານເພັນ​ສ໌ ເປັນສ່ວນນຶ່ງຂອງການສືບສວນໂດຍ​ໄອ​ຍະ​ການພິເສດ, ທ່ານແຈັກ ສ​ມິດ (Jack Smith) ໄດ້ຖືກສົ່ງ​ໄປໃນບໍ່​ເທົ່າ​ໃດມື້ຜ່ານມານີ້, ອີງຕາມຜູ້​ນຶ່ງທີ່ກ່າວຕໍ່ອົງການຂ່າວເອ​ພີ ໂດຍບໍ່ປະ​ສົງ​ອອກ​ນາມໃນວັນພະຫັດວານນີ້ ເພາະ​ເປັນ​ການໂອ້​ລົມກ່ຽວກັບບັນຫາທີ່ມີ​ຄວາມ​ຫລໍ່​ແຫລມ.

ສະຖານະການພິເສດຂອງອະດີດຮອງປະທານາທິບໍດີ ທີ່ອາດຈະເປັນພະຍານໃນ​ເລື້ອງ​ຂອງອະດີດຫົວ​ໜ້າ​ຂອງທ່ານ ໃນການສືບສວນຄະດີອາຍານີ້ ແມ່ນເກີດຂຶ້ນໃນຂະນະທີ່ທ່ານເພັນ​ສ໌ ພິຈາລະນາ ການລົງ​ແຂ່ງ​ຂັນ​ເປັນ ປະທານາທິບໍດີໃນປີ 2024 ກັບ​ທ່ານທຣຳ. ທັງ​ສອງທ່ານ ໄດ້ຫ່າງເຫີນ​ກັນ​ນັບ​ຕັ້ງ​ແຕ່​ມີກຸ່ມ​ຜູ້​ສະ​ໜັບ​ສະ​ໜຸນ​ທ່ານ ທຣຳ ໄດ້​ບຸກ​ເຂົ້າ​ໄປ​ຫໍ​ລັດ​ຖະ​ສະ​ພາ​ຂອງ​ສະ​ຫະ​ລັດ ເມື່ອ​ວັນ​ທີ 6 ມັງ​ກອນ 2021, ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ເຮັດ​ໃຫ້​ໄຊ​ຊະ​ນະ​ຂອງທ່ານ​ໂຈ ໄບ​ເດັນ ທີ່ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດນັ້ນຖືກ​ຢຸດ​ລົງ.

ອົງ​ການ​ຂ່າວ ABC News ລາຍງານໃຫ້ຮູ້ຄັ້ງທຳອິດ ກ່ຽວ​ກັບໝາຍຮຽກດັ່ງກ່າວນີ້.
ທ່ານເພັນ​ສ໌​ເປັນ​ຈຸດ​ໃຈກາງ​ຂອງ​ຄວາມ​ພະຍາຍາມ​ຂອງ​ທ່ານທຣຳ ທີ່​ຈະໄດ້ດຳລົງ​ຕຳ ​ແໜ່​ງຕໍ່​ໄປ​ໄດ້ ຫຼັງຈາກ​ໄດ້​ເສຍ​ໄຊ​ໃນ​ການ​ເລືອກ​ຕັ້ງ​ປີ 2020 ແລ້ວ. ທ່ານທຣຳຢືນ ຢັດ​ແບບບໍ່ຖືກຕ້ອງວ່າ ທ່ານເພັນ​ສ໌, ຜູ້ທີ່ມີບົດບາດ ໃນທາງພິທີການຕໍ່ການຮັບຮອງ ເອົາຜົນການເລືອກຕັ້ງ ໃນວັນທີ 6 ມັງກອນ, ໂດຍ​ການ​ປະຕິເສດຜົນການເລືອກ​ຕັ້ງ ແລະສົ່ງຜົນ​ການ​ເລືອກ​ຕັ້ງ​ນັ້ນ "ຄືນໄປ​ໃຫ້ລັດຕ່າງໆ" ເທົ່າ​ນັ້ນ​ກໍ​ແລ້ວ​.

ໃນມື້ນັ້ນ, ພວກສະໜັບສະໜຸນ​ທ່ານທຣຳ ທີ່ຖືກກະຕຸ້ນໂດຍຄວາມ​ຂີ້ຕົວະວ່າ ການ ເລືອກຕັ້ງປີ 2020 ໄດ້ຖືກລັກ ໄປນັ້ນ​ໄດ້ພາ​ກັນຍ່າງໄປຫາຕຶກ​ລັດ​ຖະ​ສະ​ພາ, ຍູ້ຮົ້ວ​ກັ້ນອອກຢ່າງຮຸນແຮງ​ ບຸກຜ່າຕຳຫຼວດຍາມ ແລະທຸບປ່ອງຢ້ຽມ ແລະປະຕູເຂົ້າ​ໄປ ໃນຂະນະທີ່ທ່ານເພັນ​ສ໌ ກຳລັງເປັນປະທານການຮັບ​ຮອງເອົາໄຊຊະນະຂອງທ່ານ​ໄບ​ເດັນ​ຢູ່. ຮອງ​ປະທານາທິບໍດີ​ ໄດ້​ຖືກ​ແນະ​ນຳ​ໃຫ້ໄປຢູ່​ບ່ອນ​ປອດ​ໄພ ​ພ້ອມ​ກັບ​ພະນັກງານ ​ແລະ​ຄອບຄົວ​ຂອງ​ທ່ານ ​ໃນ​ຂະນະ​ທີ່​ບາງ​ຄົນ​ໃນ​ກຸ່ມນັ້ນ ຮ້ອງ​ໂຮ​ຂຶ້ນວ່າ, "ຜູກ​ຄໍໄມ​ຄ໌ ເພັນ​ສ໌!"

ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ, ທ່ານ​ເມີ​ຣິກ ກາ​ແລນ ໃນ​ເດືອນ​ພະ​ຈິກ​ຜ່ານ​ມາ ໄດ້​ເອົາ​ທ່ານ​ສ​ມິດ, ອະ​ດີດ​ໄອ​ຍະ​ດ້ານການ​ສໍ້​ລາດ​ບັງ​ຫຼວງ ມາ​ເປັນໄອ​ຍະ​ການພິ​ເສດ​ສໍາ​ລັບ​ການ​ສືບ​ສວນ​ຄວາມ​ພະ​ຍາ​ຍາມ​ຂອງທຣຳ ທີ່​ຈະ​ຕ່າວ​ປີ້ນ ​ຄວາມ​ຜ່າຍ​ແພ້​ຂອງທ່ານ​, ການ​ກະ​ທໍາ​ຂອງ​ທ່ານ​ທີ່​ນໍາ​ໄປ​ສູ່​ການ​ກໍ່​ຈາ​ລະ​ຈົນ​ໃນ​ວັນ​ທີ 6 ມັງ​ກອນ ຢູ່​ທີ່ຫໍ​ລັດ​ຖະ​ສະ​ພາ ແລະ​ການ​ຄອບ​ຄອງ​ເອ​ກະ​ສານ​ລັບ ຫຼັງ​ຈາກ​ທ່ານ​ລົງ​ຈາກ​ຕຳ​ແໜ່ງ​ໄປແລ້ວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG