ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ປ. ທຣໍາ ຕ້ອງການ ຢາກສ້າງຕັ້ງ ກຳລັງ ອະວະກາດ ພາຍໃນປີ 2020


ຮອງ​ປະທານາທິບໍດີ​ສະຫະລັດ ທ່ານ​ໄມ​ຄ໌ ​ເພັນ​ສ໌ ກ່າວ​ໃນ​
ວັນ​ພະຫັດ​ວານ​ນີ້ ​ຢູ່​ທຳນຽບຫ້າ​ແຈ ວັນທີ 9 ສິງຫາ 2018.
ຮອງ​ປະທານາທິບໍດີ​ສະຫະລັດ ທ່ານ​ໄມ​ຄ໌ ​ເພັນ​ສ໌ ກ່າວ​ໃນ​ ວັນ​ພະຫັດ​ວານ​ນີ້ ​ຢູ່​ທຳນຽບຫ້າ​ແຈ ວັນທີ 9 ສິງຫາ 2018.

ທຳນຽບຫ້າ​ແຈ​ກຳລັງ​ເອົາ​ບາດກ້າວ​ໃໝ່ ​ໃນ​ການ​ກໍ່​ຕັ້ງ​ກຳລັງ​ອະວະ​ກາດ​ໃນ​ປີ 2020
​ເພື່ອ​ “ສະໜອງຕອບຕໍ່ໄພ​ຂົ່ມຂູ່​ຢູ່​ໃນ​ສະໜາມ​ລົບ​ໃໝ່” ທີຮອງ​ປະທາ ນາທິບໍດີ​ສະຫະ
ລັດ ທ່ານ​ໄມ​ຄ໌ ​ເພັນ​ສ໌ ໄດ້ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ຢູ່​ທຳນຽບ ຫ້າ​ແຈວ່າ “ບັດ​ນີ້ ​ເວລາ
​ໄດ້​ມາ​ເຖິງ​ແລ້​ວທີ່​ຈະ​ຂຽນ​ບົດຕອນ​ອັນ​ຍິງ​ໃຫຍ່​ຕໍ່​ໄປ​ໃນ​ປະຫວັດສາດ​ຂອງກອງທັບ
ພວກ​ເຮົາ ​ເພື່ອ​ກະກຽມ​ຕໍ່​ສະໜາມ​ລົບໃໝ່. ​ເວລາ​ໄດ້​ມາ​ເຖິງແລ້ວ ເພື່ອກໍ່​ຕັ້ງ​ກຳລັງ​
ອະວະກາດ​ສະຫະລັດ.”

ປະທານາທິບໍດີ​ດໍ​ໂນ​ລ ທຣໍາ ​ໄດ້ຮຽກ​ຮ້ອງ​ຊໍ້າ​ແລ້ວຊໍ້າ​ອີກ ​ໃຫ້ກໍ່​ຕັ້ງ​ກຳລັງ​ອະວະກາດ
​ໃຫ້​ເປັນ​ຂະແໜງການໃໝ່ຂອງກອງທັບ​ ທີ່ທ່ານທຣໍາກ່າວ​ວ່າ ມີ​ຄວາມ​ຈຳ ເປັນ​ເພື່ອ​
ຄໍ້າປະກັນ ​ການ​ຄອບ​ງໍາ​ສະຫະລັດ​ຢູ່​ໃນ​ອະວະກາດ.

ຢູ່​ໃນ​ການຂຽນ​ລົງ​ທາງ​ທວິດ​ເຕີ ສະມາຊິກ​ສະພາ​ສູງ ທ່ານ​ບຣາຍອັນ ຊາຕສ໌ ທີ່ສັງ​ກັດ
​ພັກ​ເດໂມ​ແຄຣັດ ຈາກ​ລັດ​ຮາວາຍ ຮ້ອງ​ກຳລັງ​ອະວະກາດ​ວ່າ ​ເປັນ“​ແນວ​ຄິດ​ທີ່ໂງ່​ຈ້າ.”

ທ່ານຂຽນວ່າ “ຮອງ​ປະທານາທິບໍດີ​ຫາ​ກໍ​ປະກາດ​ກ່ຽວກັບຂະແໜງການ​ໃໝ່ຂອງກອງ
ທັບ “ກຳລັງ​ອະວະກາດ” ​ເພາະ​ວ່າ ​ບໍ່ມີສະມາຊິກ ພັກຣີພັບ​ບລິ​ກັນຄົນໃດ ​ເຕັມ​ໃຈ​ທີ່​ຈະ​ບອກປະທານາທິບໍດີ​ສະຫະລັດວ່າ ມັນແມ່ນ​ແນ​ວຄິດ​ທີ່​ໂງ່​ຈ້າ. ​ເຖິງ​ແມ່ນ​ວ່າ “ກຳລັງ​
ອະວະກາດ” ຈະບໍ່​ເກີດ​ຂຶ້ນ ມັນ​ເປັນ​ອັນຕະລາຍ​ທີ່​ຜູ້ນຳ ຜູ້​ທີ່​ບໍ່​ສາມາດ​ເວົ້າ​ອອກ​ຈາກ
ແນວ​ຄິດ​ຜີ​ບ້າ. ​ເລືອກ​ເອົາພັກ​ເດ​ໂມ​ແຄຣັດເພື່ອ​ກວດ​ກາ ອຳນາດ​ຂອງ​ປະທານາທິບໍດີ.”

ທຳນຽບຫ້າ​ແຈ​ໄດ້​ສົ່ງ​ລາຍ​ງານ​ໄປ​ຫາ​ລັດຖະສະພາ​ໃນ​ວັນ​ພະຫັດ​ວານ​ນີ້ ​ໃຫ້​ລາຍ​ລະ
ອຽດ​ກ່ຽວ​ກັບ​ການ​ປ່ຽນ​ແປງໃນການຄຸ້ມຄອງອະວະກາດຂອງຕົນ.

ລາຍ​ງານ​ບອກເຖິງລາຍ​ລະອຽດການ​ກໍ່​ຕັ້ງ​ກອງ​ບັນຊາ​ການ​ອະວະກາດ ທີ່​ຈະ​ດູ​ແລ​ການ​
ປະ​ຕິ​ບັດ​ງານ​ກຳລັງອະວະກາດ ທີ່​ປະກອບ​ດ້ວຍ​ບັນດາ​ຜູ້​ຊ່ຽວຊານ​ອະວະກາດ ຈາກ
ເຫຼົ່າທັບ​ຕ່າງໆ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ໂຄງ​ລ່າງດັ່ງກ່າວແມ່ນການ​ວາງ​ພື້ນຖານ​ສຳລັບ​ເຫລົ່າ​ທັບ​ໃໝ່
​ ໃນ 18 ຫາ 24 ​ເດືອນ​ຂ້າງ​ໜ້າ​ນີ້ ຖ້າ​ຫາກ​ລັດຖະສະພາ​ຮັບ​ຮອງເອົາ. ສະພາເປັນ​ສາຂາ​
ດຽວ​ຂອງ​ລັດຖະບານ​ທີ່ມີ​ອຳນາດ​ໃຫ້ການອະນຸມັດຕໍ່​ການ​ກໍ່​ຕັ້ງ​ຂະແໜງການໃໝ່ຂອ
​ກອງທັບ.

ປະທານາທິບໍດີ​ທຣໍາ ​ໄດ້ແບ່ງປັນຄວາ​ມຕື່ນ​ເຕັ້ນ ຫຼັງ​ຈາກ​ໄດ້​ປະກາດ​ຢູ່​ໃນ​ການ​ສົ່ງ​ຂໍ້
ຄວາມ​ທາງ​ທວິດ​ເຕີ​ໃນ​ວັນ​ພະຫັດ​ວານ​ນີ້ ໂດຍກ່າວວ່າ “ກຳລັງ​ອະວະກາດ​ຕະຫຼອດ​ໄປ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG