ຮອງປະທານາທິບໍດີສະຫະລັດ ທ່ານໄມຄ໌ ເພັນສ໌ ໄດ້ກ່າວໃນວັນພະຫັດມື້ນີ້ວ່າ ສະຫະລັດຈະດຳເນີນການແບບ “ລະມັດລະວັງແລະໜັກແໜ້ນ” ໃນການປະເຊີນໜ້າ ກັບການຂົ່ມຂູ່ຈາກອາວຸດນິວເຄລຍ ແລະລູກສອນໄຟຂີປະນາວຸດຂອງເກົາຫຼີເໜືອ ແລະທ່ານໄດ້ກ່າວຢ້ຳເຖິງຄຳເຕືອນຂອງລັດຖະບານທ່ານທຣຳ ທີ່ວ່າ ໃນຂະນະທີ່ຕົນ
ຊອກຫາຊ່ອງທາງໃຫ້ມີສັນຕິພາບ ແຕ່ວ່າ “ທຸກໆທາງເລືອກ ແມ່ນຍັງເປີດກວ້າງ ຫຼື
ຢູ່ເທິງໂຕະ.”
ທ່ານໄດ້ກ່າວຄຳປາໄສ ຕໍ່ພວກທະຫານປະມານ 54 ພັນຄົນ ທີ່ຖານທັບອາກາດໂຢໂຄຕາ ໃນພາກຕາເວັນຕົກຂອງນະຄອນໂຕກຽວ ຫຼັງຈາກໄດ້ຢ້ຽມຢຽມສະຖານທີ່ດັ່ງກ່າວ ແລະພົບປະກັບພົນໂທ ແຈຣີ ມາທີເນັຊ (Jerry Martinez) ຜູ້ບັນຊາການກອງກຳລັງ
ສະຫະລັດໃນຍີ່ປຸ່ນ ເພື່ອຮັບຟັງການລາຍງານ ກ່ຽວກັບຄວາມສາມາດຂອງຖານທັບ
ແຫ່ງນີ້ ຖ້າຫາກວ່າ “ການທູດຫາກປະສົບກັບຄວາມຫຼົ້ມແຫຼວ.”
ທ່ານເພັນສ໌ ໄດ້ກ່າວວ່າ ເກົາຫຼີເໜືອ ໄດ້ຕອບຮັບຊ້ຳແລ້ວຊ້ຳເລົ່າ ຕໍ່ການລິເລີ້ມຂອງ
ໂລກດ້ວຍການບໍ່ຮັກສາສັດຈະ ແລະເກາະຜິດຕ່າງໆ. ທ່ານຍັງໄດ້ກ່າວເນັ້ນເຖິງການ
ປະກາດ ກ່ອນໜ້ານີ້ ຂອງທ່ານທີ່ວ່າ ສະຫະລັດຈະສືບຕໍ່ເພີ້ມທະວີ ໃນອັນທີ່ທ່ານ
ເອີ້ນວ່າ “ການກົດດັນທີ່ສູງສຸດ” ແລະຈະດຳເນີນຕໍ່ໄປ ຈົນກວ່າເກົາຫຼີເໜືອ ປະຖິ້ມໂຄງ
ການອາວຸດນິວເຄລຍແລະລູກສອນໄຟຂີປະນາວຸດ ຂອງຕົນ.
“ພວກເຮົາຢືນຢູ່ໃນປະເທດທີ່ເຫັນ ການຍິງລູກສອນໄຟຂີປະນາວຸດ ຂ້າມປະເທດ
ຂອງເຂົາເຈົ້າ 2 ຄັ້ງໃນພຽງເດືອນດຽວ ແລະພວກເຂົາເຈົ້າໄດ້ເຫັນການຍິງລູກສອນ
ໄຟຂີປະນາວຸດ ຫຼາຍໆຄັ້ງ ທີ່ໄດ້ຕົກລົງໃສ່ເຂດເສດຖະກິດໃນທະເລຂອງຍີ່ປຸ່ນຂອງ
ພວກເຂົາເຈົ້າ,” ນັ້ນ ແມ່ນຄຳເວົ້າຂອງທ່ານເພັນສ໌ ທີ່ໄດ້ກ່າວຕໍ່ພວກນັກຂ່າວ ແລະທ່ານ
ຍັງໄດ້ກ່າວຕໍ່ໄປວ່າ “ກອງກຳລັງອາເມຣິກັນ ກອງກຳລັງປ້ອງກັນຕົນເອງຂອງຍີ່ປຸ່ນ
ແມ່ນພ້ອມທີ່ຈະຮັບມືກັບສິ່ງທີ່ຈະເກີດຂຶ້ນ ແລະພວກເຮົາ ຈະຍັງສືບຕໍ່ເຮັດໃຫ້ເປັນ
ທີ່ຈະແຈ້ງສຳລັບທຸກພັກຝ່າຍ ທີ່ວ່າ ສະຫະລັດ ແລະພັນທະມິດໃນຂົງເຂດ ແມ່ນພ້ອມ
ແລ້ວ ໃນເວລາທີ່ໄດ້ຮັບຄຳສັ່ງ ເພື່ອປົກປ້ອງປະຊາຊົນຂອງພວກເຮົາ ແລະຕໍ່ສູ້ເພື່ອ
ວິຖີຊີວິດຂອງພວກເຮົາ.”
ທ່ານເພັນສ໌ ຈະເດີນທາງຈາກຍີ່ປຸ່ນ ໄປຍັງເກົາຫຼີໃຕ້ ບ່ອນທີ່ທ່ານຈະໂອ້ລົມສົນທະນາ
ກັບປະທານາທິບໍດີເກົາຫຼີໃຕ້ ທ່ານ ມູນ ເຈ-ອິນ ແລະນຳພາຄະນະ ເຂົ້າຮ່ວມພິທີເປີດ
ການແຂ່ງຂັນ ກິລາໂອລິມປິກ ລະດູໜາວ ປີ 2018 ທີ່ເມືອງພຽງຈາງ.
ທ່ານເພັນສ໌ ໄດ້ບອກກັບພວກນັກຂ່າວ ກ່ອນໜ້າການພົບປະກັບກັນ ທີ່ວ່າ ທ່ານເອງ
ແລະທ່ານມູນ ຈະໃຫ້ການຢືນຢັນອີກຄັ້ງນຶ່ງ ເຖິງຄວາມໝາຍໝັ້ນຕັ້ງໃຈ ທີ່ຈະສ້າງຄວາມ
ໂດດດ່ຽວໃຫ້ແກ່ເກົາຫຼີເໜືອ ທັງທາງດ້ານເສດຖະກິດແລະດ້ານການທູດ ເພື່ອທີ່ຈະ
ບັນລຸເປົ້າໝາຍ ເຮັດໃຫ້ແຫຼມເກົາຫຼີ ເປັນເຂດປອດອາວຸດນິວເຄລຍ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ