ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ເພັນສ໌ ສ້າງບົດບາດ ໃນຖານະ ທູດພິເສດຂອງ ປະທານາທິບໍດີ


ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ ກ່າວຄຳປາໄສທີ່ເມືອງ ຟລໍເຣັສວິລ, ລັດເທັກຊັສ. 8 ພະຈິກ, 2017.
ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ ກ່າວຄຳປາໄສທີ່ເມືອງ ຟລໍເຣັສວິລ, ລັດເທັກຊັສ. 8 ພະຈິກ, 2017.

ຮອງປະທານາທິບໍດີ ສະຫະລັດ ຕາມປະຫວັດສາດແລ້ວ ຈະມີອິດທິພົນຢ່າງກວ້າງ
ຂວາງໃນທຳນຽບຂາວ, ແລ້ວແຕ່ສາຍພົວພັນຂອງພວກເພິ່ນກັບປະທານາທິບໍດີ. ໃນ
ຂະນະທີ່ລັດຖະບານຂອງທ່ານ ດໍໂນລ ທຣຳ ໄດ້ກະກຽມສຳລັບປີທີສອງຂອງເຂົາເຈົ້າ
ນັ້ນ, ບົດບາດຂອງຮອງປະທານາທິບໍດີ ໄມຄ໌ ເພັນສ໌ ປາກົດວ່າຄືຈະຂະຫຍາຍອອກ
ກວ້າງ.

ໃນການເດີນທາງໄປຕ່າງປະເທດ ຫາເຂດລາຕິນ ອາເມຣິກາ ແລະ ເອເຊຍປາຊີຟິກ,
ແລະ ການເດີນທາງໃນວັນພັກ ເພື່ອຢ້ຽມຢາມກອງທັບສະຫະລັດ ໃນປະເທດ ອັຟ
ການິສຖານ ນັ້ນ, ທ່ານ ເພັນສ໌ ກໍໄດ້ສວມບົດບາດເປັນທູດພິເສດຂອງປະທານາທິ
ບໍດີ.

ວຽກງານຂອງທ່ານ ເພັນສ໌ ກ່ຽວກັບ ນະໂຍບາຍສາກົນ ແລະ ພາຍໃນປະເທດແມ່ນ
ຫຼາຍກວ່າເຄື່ຶອງໝາຍສັນຍາລັກ, ອີງຕາມການກ່າວຂອງທ່ານ ໂຈແອລ ໂກລ໌ສໄຕນ໌
ຈາກໂຮງຮຽນກົດໝາຍ ມະຫາວິທະຍາໄລ ເຊັນ ຫຼຸຍສ໌, ຜູ້ທີ່ໄດ້ຂຽນປື້ມສອງຫົວ ກ່ຽວ
ກັບ ການປ່ຽນແປງຂອງການເປັນຮອງປະທານາທິບໍດີ.

ທ່ານ ໂກລ໌ສໄຕນ໌ ໄດ້ກ່າວຢໍ້າວ່າ “ທ່ານຮອງປະທານາທິບໍດີ ເບິ່ງຄືວ່າຈະຖືກລວມ
ແລະ ມີສ່ວນຮ່ວມໃນການທຳການຕັດສິນໃຈໃນທຳນຽບຂາວ.” ແລະ ທ່ານໄດ້ເວົ້າ
ເພີ່ມເຕີມວ່າ “ທ່ານຮອງປະທານາທິບໍດີ ໄດ້ປະກອບການຊົມເຊີຍ ໃນເວລາທີ່ທ່ານ
ຍົກຍ້ອງປະທານາທິບໍດີຢ່າງອອກໜ້າອອກຕາ ໃນການກ່າວຄຳປາໄສຕໍ່ສາທາລະ
ນະ.”

ນັກວິຈານທ່ານ ເພັນສ໌ ບາງຄົນກ່າວວ່າ ທ່ານໄດ້ເອົາບົດບາດດັ່ງກ່າວນັ້ນຫຼາຍເກີນ
ໄປ. ອີງຕາມການກ່າວຢໍ້າຂອງທ່ານນາງ ເຊີຣີ ເບບິຈ໌ ເຈັຟ ຈາກໂຮງຮຽນນະໂຍບາຍສາ
ທາລະນະ ມະຫາວິທະຍາໄລ ຄາລິຟໍເນຍ ໃຕ້.

ທ່ານນາງໄດ້ເອີ້ນທ່ານ ເພັນສ໌ ວ່າ “ກອງເຊຍໃຫຍ່ທີ່ໃຫຍ່ທີ່ສຸດຂອງປະທານາທິບໍ
ດີ,” ແຕ່ໄດ້ໂຕ້ຖຽງວ່າ ທ່ານ Pence ປະຕິບັດໜ້າທີ່ຫຼາຍກວ່ານັກປະຊາສຳພັນ.
ທ່ານນາງໄດ້ເວົ້າວ່າ “ທ່ານຍັງມີອິດທິພົນໃນຫ້ອງການປະທານາທິບໍດີອີກດ້ວຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Pence Carving Out a Role as Presidential Envoy
please wait

No media source currently available

0:00 0:03:17 0:00

XS
SM
MD
LG