ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຮອງ ປະທານາທິບໍດີ ເພັນສ໌ ໄປຮ່ວມ ພິທີເປີດ ການແຂ່ງຂັນ ໂອລິມປິກ ທີ່ເມືອງ ພຽງຈາງ


ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຊິນໂຊ ອາເບະ ປະທານາທິບໍດີເກົາຫຼີໃຕ້ ທ່ານມູນ ເຈ-ອິນ ແລະຮອງປະທານາທິບໍດີສະຫະລັດ ທ່ານໄມຄ໌ ເພັນສ໌.
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຊິນໂຊ ອາເບະ ປະທານາທິບໍດີເກົາຫຼີໃຕ້ ທ່ານມູນ ເຈ-ອິນ ແລະຮອງປະທານາທິບໍດີສະຫະລັດ ທ່ານໄມຄ໌ ເພັນສ໌.

ຮອງ​ປະທານາທິບໍດີ​ສະຫະລັດ ທ່ານ​ໄມ​ຄ໌ ​ເພັນ​ສ໌ ​ໄດ້​ເດີນທາງ​ໄປ​ເຖິງ​ເມືອງ ພຽງ​ຈາງ
ປະ​ເທດ​ເກົາ​ຫຼີໃຕ້ ​ເພື່ອ​ເຂົ້າ​ຮ່ວມພິທີເປີດການແຂ່ງຂັນ​ກິລາ​ໂອລິ​ມປິກ​ລະດູ​ໜາວ ປີ
2018.

​ໃນ​ຕອນ​ເຊົ້າ​ວັນ​ສຸກມື້ນີ້ ທ່ານ​ເພັນ​ສ໌ ​ໄດ້​ເດີນທາງ​ໄປ​ກອງບັນຊາ​ການ​ ກອງທັບ​ເຮືອ​ທີ
2 ​ຂອງເກົາຫຼີ​ໃຕ້ ​ທີ່​ເມືອງພຽງ​ແຕັກ 70 ກິ​ໂລ​ແມັດຢູ່​ທາງໃຕ້ ​ຂອງ​ນະ ຄອນຫຼວງໂຊລ
​ເພື່ອ​ຢ້ຽມຢາມ​ບ່ອນ​ໄວ້ອາ​ໄລໃຫ້​ກຳ​ປັ່ນ​ລົບຈີ​ໂອ​ນັນ ຂອງ​ເກົາຫຼີ​ໃຕ້​ ທີ່​ໄດ້​ຫລົ້ມ​ຍ້ອນ
ຖືກ​ລະ​ເບີດທີ່ມີການ​ຖີ້ມ​ໂທດ​ໃສ່​ເກົາຫຼີ​ເໜືອ. ລູກ​ເຮືອ​ເກືອບ 50 ຄົນ​ຢູ່ໃນ​ກຳ​ປັ່ນ​ຈີ​ໂອ
​ນັນ ​ໄດ້​ເສຍ​ຊີວິດ.

ທ່ານ​ເພັນ​ສ໌​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ຢູ່​ຖານ​ທັບ​ເຮືອ​ເກົາຫຼີ​ໃຕ້ ກ່ອນ​ເດີນທາງ​ໄປ​ຮ່ວມ​ພິທີເປີດການແຂ່ງຂັນກິລາ​ໂອ​ລິ​ມປິກ​ວ່າ “​ເປົ້າ​ໝາຍ​ຂອງ​ພວກ​ເຮົາ​ທີ່​ນີ້​ໃນ​ມື້​ນີ້​ກໍ​ຄືຢືນ​
ຢູ່​ກັບ​ບັນດາ​ພັນທະ​ມິດຂອງ​ພວກ​ເຮົາ. ​ແຕ່ຍັງ​ຢືນ​ຢູ່​ເພື່ອ​ຄວາ​ມຈິງແລະ ​ເພື່ອ​ຮັບຮູ້​ວ່າ
ພາ​ບ​ເຫດການ​ໃດໆ​ ອາດ​ປາກົດອອກ​ມາ ​ຕໍ່​ສາກ​ຫລັງ​ອັນ​ຍິ່ງ​ໃຫຍ່ ​ແລະ​ແນ​ວຄິດຂອງ​
ກິລາ​ໂອ​ລິ​ມປິກ ​ເກົາຫຼີ​ເໜືອ​ຕ້ອງ​ຮັບ​ເອົາ​ການ​ປ່ຽນ​ແປງ.”

“​ເຂົາ​ເຈົ້າ​ຕ້ອງ​ລົ້ມ​ເລີກ​ ຄວາມ​ໄຝ່ຝັນໃນການຢາກມີອາວຸດ​ນິວ​ເຄລຍ ຂອງ​ເຂົາ​ເຈົ້າ. ​
ເຂົາ​ເຈົ້າ​ຕ້ອງ​ຍຸຕິການ​ທ້າທາຍເກາະຜິດ ທີ່ເປັນອັນຕະລາຍ. ​ແລະເວົ້າ​ໂດຍ​ກົງ​ແລ້ວ​ເຂົາ
​ເຈົ້າ​ຕ້ອງ​ຍຸຕິ​ປະ​ຫວັດການເຄົາລົບ​ສິດທິ​ມະນຸດ​ທີ່ຂີ້​ຮ້າຍທີ່​ທ່ານ​ໄດ້​ຍິນ​ເທື່ອ​ທຳ​ອິດ​ມື້​ນີ້
ປະ​ຊາ​ຄົມ​ໂລກ.”

ຮອງ​ປະທານາທິບໍດີ​ສະຫະລັດ ທ່ານ​ໄມ​ຄ໌ ​ເພັນ​ສ໌ ​ແລະພັນລະຍາ ຍານາງແຄຣັນ ເພັນສ໌ ພົບປະກັບ ຊາວເກົາຫຼີເໜືອ ທີ່ໂຕນໜີ ວັນທີ 8 ກຸມພາ 2018.
ຮອງ​ປະທານາທິບໍດີ​ສະຫະລັດ ທ່ານ​ໄມ​ຄ໌ ​ເພັນ​ສ໌ ​ແລະພັນລະຍາ ຍານາງແຄຣັນ ເພັນສ໌ ພົບປະກັບ ຊາວເກົາຫຼີເໜືອ ທີ່ໂຕນໜີ ວັນທີ 8 ກຸມພາ 2018.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ຍັງ​ບໍ່​ໄດ້​ປະຕິເສດເຖິງຄວາມເປັນ​ໄປ​ໄດ້ທີ່​ວ່າ ຮອງ​ປະທາ
ນາທິບໍດີເພັນສ໌ ​ອາດ​ຈະ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ເກົາຫຼີ​ເໜືອ​ຢູ່ບ່ອນແຂ່ງຂັນກິລາ​ໂອ​ລິ​ມ
ປິກ. ສື່​ມວນຊົນຂອງທາງການ​ເກົາຫຼີ​ເໜືອ​ກ່າວໃນ​ວັນ​ພະຫັດ​ວານ​ນີ້​ວ່າ ບໍ່​ມີ​ຄວາມ​ຕັ້ງ​ໃຈຂອງຝ່າຍ​ເກົາຫຼີ​ເໜືອ​ທີ່ຈະເປີດການ​ເຈລະຈຍາ​ດັ່ງກ່າວ​.

ບັນດາຜູ້ຕາງໜ້າປະທານາທິບໍດີ ເຂົ້າຮ່ວມກິລາໂອລິມປິກລະດູໜາວ ນຳພາໂດຍ ຮອງປະທານາທິບໍດີໄມຄ໌ ເພັນສ໌ ເດີນທາງມາເຖິງ ນະຄອນພຽງຈາງ ປະເທດເກົາຫຼີໃຕ້.
ບັນດາຜູ້ຕາງໜ້າປະທານາທິບໍດີ ເຂົ້າຮ່ວມກິລາໂອລິມປິກລະດູໜາວ ນຳພາໂດຍ ຮອງປະທານາທິບໍດີໄມຄ໌ ເພັນສ໌ ເດີນທາງມາເຖິງ ນະຄອນພຽງຈາງ ປະເທດເກົາຫຼີໃຕ້.

ທ່ານ​ເພັນ​ສ໌ກ່າວ​ວ່າ ຄະນະຂອງ​ທ່ານ​ບໍ່​ໄດ້ຂໍຮ້ອງ​ເພື່ອໃຫ້ມີການ​ພົບ​ປະ ​ແຕ່​ຖ້າ​ຫາກ​ວ່າ​
ເກີດ​ຂຶ້ນ ທ່ານ​ຈະ​ສືບຕໍ່ແຈ້ງໃຫ້ຮູ້​ວ່າ ​ເກົາຫຼີ​ເໜືອ​ຕ້ອງ​ຍົກ​ເລີກຄວາມພະຍາຍາມໃນການ
ສ້າງອາວຸດ​ນິວ​ເຄລຍແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດທັງໝົດ ​ແລະ​ຈະ​ຖືກ​ກົດ​ດັນ​ໄປຈົນ​
ກວ່າ​ວ່າ​ປະເທດດັ່ງກ່າວຈະປະຕິບັດ.

ຮອງປະທານາທິບໍດີສະຫະລັດ ທ່ານໄມຄ໌ ເພັນສ໌ ກ່າວຕໍ່ກອງທະຫານ ທີ່ເຕົ້າໂຮມກັນ ຢູ່ບ່ອນໄວ້ເຮືອບິນ ທີ່ຖານທັບອາກາດ Yokota.
ຮອງປະທານາທິບໍດີສະຫະລັດ ທ່ານໄມຄ໌ ເພັນສ໌ ກ່າວຕໍ່ກອງທະຫານ ທີ່ເຕົ້າໂຮມກັນ ຢູ່ບ່ອນໄວ້ເຮືອບິນ ທີ່ຖານທັບອາກາດ Yokota.

ປະທານາທິບໍດີ​ເກົາຫຼີ​ໃຕ້​ ທ່ານມູນ ​ເຈ-ອິນ ກ່າວ​ວ່າ​ເກົາຫຼີ​ໃຕ້​ເຫັນ​ວ່າການ​ເປັນ​ເຈົ້າພາບ​
ໂອ​ລິ​ມປິກເປັນ​ຊ່ອງ​ທາງເພື່ອ​ປັບປຸງ​ຄວາມ​ສຳພັນ​ດ້ານການ​ທູດກັບ​ເກົາ ຫຼີ​ເໜືອ. ທ່ານ
​ໄດ້​ກ່າວ​ເຖິງ​ການແຂ່ງຂັນນີ້​ວ່າ​ "ເປັນການ​ແຂ່ງຂັນ​ໂອ​ລິ​ມປິກ​ເພື່ອ ສັນຕິພາບ.”

ອ່ານຂ່າວເພີ້ມເປັນພາສາອັງກິດ

Pence Asia
please wait
Embed

No media source currently available

0:00 0:01:07 0:00

XS
SM
MD
LG