ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກສຶກສາຫຼາຍສິບຄົນ ຍ່າງອອກຈາກ ພິທີມອບ ໃບປະກາດ ຢູ່ມະຫາວິທະຍາໄລ Notre Dame


ຮອງປະທານາທິບໍດີ ທ່ານ Michael Pence ກ່າວຄຳປາໄສ
ໃນພິທີຮັບໃບປະກາດ ທີ່ມະຫາວິທະຍາໄລ Grove City College, 20 ພຶດສະພາ, 2017.
ຮອງປະທານາທິບໍດີ ທ່ານ Michael Pence ກ່າວຄຳປາໄສ ໃນພິທີຮັບໃບປະກາດ ທີ່ມະຫາວິທະຍາໄລ Grove City College, 20 ພຶດສະພາ, 2017.

ພວກນັກສຶກສາທີ່ໄດ້ຮັບປະລິນຍາຫຼາຍກວ່າ 100 ຄົນທີ່ມະຫາວິທະຍາໄລ Notre
Dam ໄດ້ຍ່າງອອກຈາກພິທີໃນວັນອາທິດວານນີ້ ໃນຂະນະທີ່ຮອງປະທານາທິບໍດີ
ທ່ານ Mike Pence ໄດ້ເລີ່ມການກ່າວຄຳປາໄສ ໃນພິທີມອບໃບປະກາສະນີຍະບັດ
ໃຫ້ພວກເຂົາເຈົ້າ.

ທ່ານ ໄດ້ຖືກເລືອກໃຫ້ກ່າວຄຳປາໄສມອບໃບປະກາດທີ່ມະຫາວິທະຍາໄລສາສະໜາ
ກາໂຕລິກ ທີ່ມີຄວາມສຳຄັນທີ່ສຸດຂອງປະເທດ ເຖິງແມ່ນວ່າ ໂຮງຮຽນດັ່ງກ່າວ ປົກກະ
ຕິແລ້ວ ຈະເຊື້ອເຊີນປະທານາທິບໍດີ ທີ່ໄດ້ເຂົ້າຮັບຕຳແໜ່ງໃໝ່ເພື່ອກ່າວຄຳປາໄສ ໃນ
ລະຫວ່າງ ການດຳລົງຕຳແໜ່ງປີທຳອິດຂອງເພິ່ນກໍຕາມ. ພວກນັກສຶກສາ ແລະ ຄະນະ ອາຈານມະຫາວິທະຍາໄລຫຼາຍພັນຄົນ ໄດ້ລົງນາມໃນຄຳຮ້ອງສະບັບໜຶ່ງ ຂໍໃຫ້ປະ ທານຂອງມະຫາວິທະຍາໄລ Notre Dame ທ່ານ John Jenkins ບໍ່ໃຫ້ເຊີນທ່ານ
ທຣຳ.

ທ່ານ Pence ເຄີຍເປັນຜູ້ປົກຄອງລັດ ອິນເດຍນາ, ເປັນລັດທີ່ຕັ້ງຢູ່ພາກຕາເວັນຕົກ
ຂອງປະເທດ ບ່ອນທີ່ມະຫາວິທະຍາໄລດັ່ງກ່າວໄດ້ຕັ້ງຢູ່.

ການປະທ້ວງທີ່ຖືກວາງແຜນໄວ້ ໄດ້ຖືກຈັດຂຶ້ນໂດຍອົງການ WeStaNDFor ຂອງ
ພວກນັກສຶກສາ, ເຊິ່ງໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ ທຳອິດພວກເຂົາເຈົ້າໄດ້
ປະທ້ວງຕໍ່ການຄັດຄ້ານສິດທິຂອງຄົນຮັກຮ່ວມເພດຂອງທ່ານ Pence, ຄວາມພະຍາ
ຍາມຂອງທ່ານທີ່ຈະກີດກັ້ນອົບພະຍົບ ຊີເຣຍ ຈາກການຕັ້ງຖິ່ນຖານໃນລັດ ອິນເດຍນາ ໃນເວລາທ່ານເປັນຜູ້ປົກຄອງລັດ, ການສະໜັບສະໜູນຂອງທ່ານ ຕໍ່ປະທານາທິບໍດີ
ດໍໂນລ ທຣຳ ກ່ຽວກັບ ການຫ້າມເດີນທາງຂອງຜູ້ຍົກຍ້າຍຖິ່ນຖານ, ແລະ ການຄັດຄ້ານ
ຂອງທ່ານຕໍ່ເຂດລີ້ໄພສຳລັບພວກຕ່າງດ້າວ ທີ່ບໍ່ບັງຄັບໃຊ້ກົດໝາຍຍົກຍ້າຍຖິ່ນຖານ
ຂອງລັດຖະບານກາງ.

ກ່ອນທ່ານ Pence ຈະຂຶ້ນກ່າວຄຳປາໄສ, ຕົວແທນນັກສຶກສາທີ່ຂຶ້ນກ່າວຄຳປາໄສໃນ
ພິທີຮັບໃບປະກາດ ທ້າວ Caleb Joshua Pine, ໄດ້ຮຽກຮ້ອງໃຫ້ທຸກຄົນ “ລຸກຂຶ້ນຕໍ່ ຕ້ານການເຮັດໃຫ້ຊາວມຸສລິມເປັນຜູ້ຮັບເຄາະແທນຄົນອື່ນ” ແລະ ກ່າວປະນາມການ
ຜັກດັກໃຫ້ສ້າງກຳແພງຢູ່ຕາມເຂດຊາຍແດນປະເທດ ເມັກຊິໂກ ຂອງທ່ານ ທຣຳ.

ການປະທ້ວງຢູ່ມະຫາວິທະຍາໄລ Notre Dame ໄດ້ມີຂຶ້ນຫຼັງຈາກພວກນັກສຶກສາມະ
ຫາວິທະຍາໄລ Bethune-Cookman ໄດ້ຮ້ອງໂຮຂຶ້ນ, ຮ້ອງຄຳຂວັນ ແລະ ຍ່າງໜີ
ອອກຈາກລັດຖະມົນຕີກະຊວງສຶກສາທ່ານນາງ Betsy DeVos ໃນລະຫວ່າງການ
ກ່າວຄຳປາໄສໃນພິທີມອບໃບປະກາດຂອງພວກເຂົາເຈົ້າໃນຕົ້ນເດືອນນີ້. ໃນເວລານັ້ນ
ສຽງໂຮ່ຮ້ອງແມ່ນດັງຂຶ້ນໃນຫຼາຍໆຈຸດ ທີ່ຕ່າງກັນໃນເວລາປາໄສ ຈົນເຮັດໃຫ້ປະທານ
ຂອງໂຮງຮຽນໃນ ລັດຟລໍຣິດາ ນັ້ນຕ້ອງລຸກຂຶ້ນ, ຂັດຈັງຫວະຂອງທ່ານນາງ DeVos, ຈັບເອົາໄມໂຄຣໂຟນ ແລະ ໄດ້ກ່າວຕໍ່ນັກສຶກສາວ່າ “ຖ້າການປະພຶດແບບນີ້ຍັງສືບຕໍ່
ໄປຢູ່, ໃບປະກາດຂອງພວກເຈົ້າແມ່ນຈະຖືກສົ່ງໄປໃຫ້ທາງໄປສະນີ. ໃຫ້ເລືອກເອົາ
ວ່າພວກເຈົ້າຢາກເຮັດຈັ່ງໃດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG