ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ພັນທະມິດ ຈະເພີ່ມ ຄວາມກົດດັນໃສ່ ເກົາຫຼີເໜືອ ໃຫ້ຢຸດເຊົາໂຄງການ ນິວເຄລຍ


ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ ແລະ ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ເຂົ້າຮ່ວມ
ຊົມກິລາແຂ່ງ ສເກັດ ນໍ້າກ້ອນໃນ ກິລາໂອລິມປິກລະດູໜາວ ພຽງຈາງ 2018. ເມືອງ ກັງນຶງ, ເກົາຫຼີໃຕ້. 10 ກຸມພາ, 2018.
ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ ແລະ ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ເຂົ້າຮ່ວມ ຊົມກິລາແຂ່ງ ສເກັດ ນໍ້າກ້ອນໃນ ກິລາໂອລິມປິກລະດູໜາວ ພຽງຈາງ 2018. ເມືອງ ກັງນຶງ, ເກົາຫຼີໃຕ້. 10 ກຸມພາ, 2018.

ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ "Mike Pence" ທີ່ໄດ້ເດີນທາງ
ອອກຈາກປະເທດ ເກົາຫຼີໃຕ້ ໃນວັນເສົາວານນີ້ ໄດ້ກ່າວວ່າ ສະຫະລັດ ແລະ ພັນທະ
ມິດຂອງເຂົາເຈົ້າ ມີຄວາມໝາຍໝັ້ນຕໍ່ກັນຫຼາຍກວ່າທີ່ເຄີຍມີມາກ່ອນ ເພື່ອຮື້ຖອນໂຄງ
ການພັດທະນາອາວຸດນິວເຄລຍ ແລະ ລູກສອນໄຟຂອງ ເກົາຫຼີເໜືອ.

ທ່ານ ເພັນສ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ເທິງເຮືອບິນ ແອ ຟອສ ທູ "Air Force Two"
ໃນຖ້ຽວບິນກັບຄືນ ສະຫະລັດ ວ່າ “ພວກເຮົາຈະສືບຕໍ່ໍ່ຢືນຢັດນຳກັນ, ຄຽງຂ້າງພັນທະ
ມິດ ແລະ ຄູ່ຮ່ວມອື່ນໆຂອງພວກເຮົາ, ເພື່ອສືບຕໍ່ທີ່ຈະສ້າງຄວາມກົດດັນທາງການທູດ
ແລະ ເສດຖະກິດຍິ່ງຂຶ້ນຕໍ່ ເກົາຫຼີເໜືອ ຈົນກວ່າເຂົາເຈົ້າຈະປະຖິ້ມໂຄງການນິວເຄລຍ
ແລະ ລູກສອນໄຟຂີປະນາວຸດຂອງເຂົາເຈົ້າ.”

ທ່ານຮອງປະທານາທິບໍດີໄດ້ກ່າວວ່າ ທ່ານ “ມີກຳລັງໃຈ” ຈາກການປຶກສາຫາລືສອງ
ຝ່າຍກັບ ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ແລະ ການເຈລະຈາຂອງທ່ານ
ມູນ ກັບບັນດາສະມາຊິກຄະນະຜູ້ແທນຂອງ ເກົາຫຼີເໜືອ ທີ່ກິລາໂອລິມປິກລະດູໜາວ
ປີ 2018, ເຊິ່ງລວມມີທ່ານນາງ ກິມ ໂຢ ຈົງ, ຜູ້ມີອາດນຳ ແລະ ນ້ອງສາວຂອງຜູ້ນຳ
ເກົາຫຼີເໜືອ ທ່ານ ກິມ ຈອງ ອຶນ.

ເມື່ອຖືກຖາມວ່າ ຄຳໝັ້ນສັນຍາຂອງທ່ານທີ່ຈະປົດອາວຸດນິວເຄລຍຂອງ ເກົາຫຼີເໜືອ
ນັ້ນ ແມ່ນເລື່ອງສ່ວນຕົວຫຼືບໍ່ ຍ້ອນວ່າພໍ່ຂອງທ່ານໄດ້ຮັບໃຊ້ຊາດໃນສົງຄາມ ເກົາຫຼີ ນັ້ນ,
ທ່ານ ເພັນສ ໄດ້ຕອບວ່າ, “ປະຊາຄົມທົ່ວໂລກແມ່ນມີຄວາມໝາຍໝັ້ນ, ດ້ວຍຂໍ້ຍົກເວັ້ນ
ສອງສາມຢ່າງ, ທີ່ຈະປົດອາວຸດນິວເຄລຍໃນແຫຼມ ເກົາຫຼີ. ແລະ ຂ້າພະເຈົ້າຂໍແຈ້ງໃຫ້
ທຸກຄົນຮູ້.”

ທ່ານ ເພັນສ, ປະທານາທິບໍດີ ມູນ, ແລະ ບັນດາຜູ້ແທນລະດັບສູງຈາກ ເກົາຫຼີເໜືອ ໄດ້
ນັກຮ່ວມກັນນັ່ງຢູ່ໃນຂອບເຂດບ່ອນນັ່ງຄົນສຳຄັນ ໃນພິທີເປີດກິລາໂອລິມປິກເມື່ອວັນ
ສຸກທີ່ຜ່ານມາ, ເຖິງແມ່ນວ່າທ່ານ ເພັນສ ແມ່ນໄດ້ຫຼີກລ່ຽງການສື່ສານກັບບັນດາເຈົ້າ
ໜ້າທີ່ ເກົາຫຼີເໜືອ ກໍຕາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG