ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຮອງປະທານາທິບໍດີ ສຫລ ເຕື່ອນເກົາຫຼີເໜືອວ່າ ຢ່າທົດສອບ ຄວາມເດັດດ່ຽວ ຂອງ ສຫລ


North Korea Missile
please wait
Embed

No media source currently available

0:00 0:01:45 0:00

ໂດຍອ້າງອີງເຖິງ ການໂຈມຕີທາງອາກາດຂອງສະຫະລັດ ໃນຊີເຣຍ ແລະ ອັຟການິສຖານ
ເມື່ອບໍ່ດົນມານີ້ ຮອງປະທານາທິບໍດີ ສະຫະລັດ ທ່ານ Mike Pence ໄດ້ອອກຄຳເຕືອນ
ຢ່າງໜັກແໜ້ນ ຕໍ່ເກົາຫຼີເໜືອ ໃນວັນຈັນມື້ນີ້ ວ່າ ທ່ານປະທານາທິບໍດີ ດໍໂນລ ທຣຳ ຈະໃຊ້
ກຳລັງທາງທະຫານ ຖ້າມີຄວາມຈຳເປັນ ເພື່ອຮັບມືກັບ ໄພຂົ່ມຂູ່ດ້ານອາວຸດນິວເຄລຍ
ທີ່ເພີ່ມທະວີຂຶ້ນ ຂອງລັດຖະບານ Kim Jong Un.

ທ່ານ ຮອງປະທານາທິບໍດີ Pence ໄດ້ກ່າວວ່າ “ພຽງສອງສັບປະດາຜ່ານມານີ້ ໂລກໄດ້
ເຫັນຄວາມແຂງແກ່ນ ແລະ ຄວາມເດັດດ່ຽວ ຂອງປະທານາທິບໍດີ ຄົນໃໝ່ຂອງພວກ
ເຮົາ ໃນການປະຕິບັດ ມາດຕະການ ໃນຊີເຣຍ ແລະ ອັຟການິສຖານ. ແລະມັນຈະ
ເປັນການດີ ຄັນເກົາຫຼີເໜືອ ບໍ່ທົດສອບຄວາມເດັດດ່ຽວ ນີ້ຂອງເພິ່ນ.”

ທ່ານຮອງປະທານາທິບໍດີ ກຳລັງຢ້ຽມຢາມ ປະເທດເກົາຫຼີໃຕ້ ອັນເປັນການເລີ່ມຕົ້ນເດີນ
ທາງໄປ 4 ປະເທດໃນເອເຊຍ ເພື່ອເນັ້ນຢໍ້າຄວາມໝັ້ນໝາຍຂອງສະຫະລັດ ຕໍ່ບັນດາ
ພັນທະມິດຂອງຕົນ ໃຫ້ເຫັນຄວາມແໜັ້ນແຟ້ນຫຼາຍຂຶ້ນ ໃນຂົງເຂດທີ່ມີຄວາມອ່ອນໄຫວ
ເພີ່ມຂຶ້ນຢູ່ນີ້ ແລະ ເພື່ອສ້າງຄວາມສະໜັບສະໜູນຈາກນາໆຊາດ ໃຫ້ກົດດັນຕໍ່ ລັດ
ຖະບານເກົາຫຼີເໜືອ ຂອງ Kim Jong Un ຫຼາຍຂຶ້ນ ເພື່ອໃຫ້ຍຸຕິໂຄງການພັດທະນາ
ອາວຸດ ນິວເຄລຍ ແລະ ລູກສອນໄຟຂີປະນາວຸດຂອງເຂົາ.

ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງ ໂຊລ ໃນວັນຈັນມື້ນີ້ ພ້ອມ
ກັບ ຜູ້ຮັກສາການ ເປັນປະທານາທິບໍດີ ຊົ່ວຄາວຂອງເກົາຫຼີໃຕ້ ທ່ານ Hwang Kyo-ahn
ນັ້ນທ່ານ Pence ໄດ້ເນັ້ນໜັກເຖິງ ການສະໜັບສະໜູນ ຂອງສະຫະລັດ ທີ່ “ບໍ່ຫວັ່ນໄຫວ”
ເພື່ອຈະປົກປ້ອງຮັກສາ ພັນທະມິດອັນຍາວນານຂອງຕົນ ແລະ ຈະຮ່ວມໄມ້ຮ່ວມມື ໃນ
ທຸກໆການຕັດສິນໃຈ ກ່ຽວກັບຄວາມໝັ້ນຄົງຂອງຂົງເຂດ. ທ່ານກ່າວວ່າ “ພວກເຮົາ
ຈະສືບຕໍ່ປຶກສາຫາລືກັບເກົາຫຼີໃຕ້ ຢ່າງໃກ້ຊິດ ແລະ ການນຳຂອງທ່ານ ໃນຂະນະ
ທີ່ພວກເຮົາຕັດສິນໃຈ ເອົາບາດກ້າວໄປໜ້າ.”

ຫຼາຍໆຄົນໃນເກົາຫຼີໃຕ້ ໄດ້ເກີດມີຄວາມເປັນຫ່ວງເພີ່ມຂຶ້ນ ທີ່ວ່າ ສະຫະລັດ ອາດເອົາ
ມາດຕະການດ້ານທະຫານ ແຕ່ຝ່າຍດຽວ ຕໍ່ເກົາຫຼີເໜືອ ຊຶ່ງອາດຈະດຶງເອົາຂົງເຂດນີ້
ເຂົ້າສູ່ສົງຄາມ.

Pence: The Era of Strategic Patience is Over
please wait

No media source currently available

0:00 0:00:42 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG