ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ເພັນ​ສ໌ ພົບກັບທະຫານ ສຫລ ຢູ່ໄອແລນ ໃນຂະນະທີ່ ເດີນທາງໄປ ຢ້ຽມຢາມ ພາກຕາເວັນອອກກາງ


ທ່ານ​ໄມ​ຄ໌ ​ເພັນ​ສ໌, ຮອງປະທານ​າ​ທິບໍດີສະຫະລັດ ແລະທ່ານນາງ ແຄເຣັນ (Karen), ພັນລະຍາຂອງທ່ານ ພົບກັບທະຫານສະຫະລັດ ໃນຂະນະທີ່ເຮືອບິນ ແອຟອຣສ໌ ທູ (Air Force Two) ໄດ້ລົງແວ່ເຕີມນໍ້າມັນ ຢູ່ສະໜາມບິນແຊນນອນ (Shannon) ໃນປະເທດໄອແລນ (Ireland) ໃນເຊົ້າວັນເສົາ ທີ 20 ມັງກອນ, 2018
ທ່ານ​ໄມ​ຄ໌ ​ເພັນ​ສ໌, ຮອງປະທານ​າ​ທິບໍດີສະຫະລັດ ແລະທ່ານນາງ ແຄເຣັນ (Karen), ພັນລະຍາຂອງທ່ານ ພົບກັບທະຫານສະຫະລັດ ໃນຂະນະທີ່ເຮືອບິນ ແອຟອຣສ໌ ທູ (Air Force Two) ໄດ້ລົງແວ່ເຕີມນໍ້າມັນ ຢູ່ສະໜາມບິນແຊນນອນ (Shannon) ໃນປະເທດໄອແລນ (Ireland) ໃນເຊົ້າວັນເສົາ ທີ 20 ມັງກອນ, 2018

ຮອງປະທານ​າ​ທິບໍດີສະຫະລັດ ທ່ານ​ໄມ​ຄ໌ ​ເພັນ​ສ໌ ແລະທ່ານນາງ ແຄເຣັນ (Karen), ພັນລະຍາຂອງທ່ານມີກໍານົດ​ຈະ​ເດີນທາງ​ໄປ​ເຖິງອີຈິບໃນວັນເສົາມື້ນີ້ ຊຶ່ງເປັນບ່ອນ​
ຢຸດແ​ວ່ທໍາອິດ ໃນການ​ເດີນທາງ​ໄປ​ຢ້ຽມຢາມ​ຂົງ​ເຂດ​ດັ່ງກ່າວ​ເປັນ​ເວລາ 4 ວັນຂອງ
​ທ່ານ ລວມທັງການໄປຢ້ຽມຢາມ​ຈໍ​ແດັນ ແລະອິສຣາ​ແອລ ອີກດ້ວຍ.

ຕອນເຊົ້າວັນເສົາມື້ນີ້ເຮືອບິນ ແອຟອຣສ໌ ທູ (Air Force Two) ໄດ້ລົງແວ່ເຕີມນໍ້າມັນ
ທີ່ສະໜາມບິນແຊນນອນ (Shannon) ໃນປະເທດໄອແລນ (Ireland)

ຢູ່ທີ່ນັ້ນ ທ່ານເພັນ​ສ໌ ໄດ້ໄປພົບກັບທະຫານສະຫະລັດ ຢູ່ໃນສະໜາມບິນ.

ກ່ຽວກັບເລື່ອງການປິດການໃຫ້ທຶນແກ່ການດໍາເນີນງານຂອງລັດຖະບານນັ້ນ ທ່ານ
ເພັນ​ສ໌ ໄດ້ກ່າວຕໍ່ພວກທະຫານວ່າ "ພວກເຮົາຈະຫາທາງເຮັດໃຫ້ສິ່ງດັ່ງກ່າວນີ້ ຢູ່ວໍຊິງ
ຕັນດໍາເນີນງານໄດ້." "ພວກເຈົ້າມີແຕ່ພາກັນຕັ້ງໃຈເຮັດໜ້າທີ່ຂອງຕົນໃຫ້ຫລ້ອນ."

ກ່ອນໜ້ານັ້ນ ທ່ານຮອງປະທານ​າ​ທິບໍດີໄດ້ອອກຖະແຫລງການກ່ຽວກັບການປິດລັດ
ຖະບານລົງ ໂດຍໄດ້ເວົ້າວ່າ ". . . ແທນທີ່ຈະແກ້ໄຂບັນຫາ ພວກຜູ້ນໍາຂອງພັກເດໂມ
ແຄຣັດ ຜັດເລືອກເອົາການປິດລັດຖະບານລົງ ທີ່ຈະມີຜົນຕາມມາທີ່ເປັນອັນຕະລາຍ ແກ່ການປ້ອງກັນປະເທດເຮົາ. ການກະທໍາຂອງພວກເຂົາເຈົ້າ ຫລືການທີ່ພວກເຂົາ
ເຈົ້າບໍ່ເຮັດຫຍັງໃນຄໍ່າຄືນມື້ນີ້ ແມ່ນເປັນເລື້ອງທີ່ບໍ່ມີສາມັນສໍານຶກ."

ຢູ່ທີ່ນະຄອນໄຄໂຣ (Cairo) ນັ້ນ ທ່ານເພັນ​ສ໌ ຈະມີການພົບປະກັບ ທ່ານ ອັບແດລ
ແຟັດຕາ ແອລ-ຊີສຊີ (Abdel Fattah el-Sissi) ປະທານ​າ​ທິບໍດີຂອງອີຈິບ ແລະ
ພວກເຈົ້າໜ້າທີ່ຄົນອື່ນໆ ກ່ອນທີ່ຈະເດີນທາງໄປຍັງນະຄອນອໍາມານ (Amman)
ຂອງຈໍແດັນ ຊຶ່ງເປັນບ່ອນທີ່ທ່ານຈະພັກຄ້າງຄືນ ກ່ອນຈະເຂົ້າເຝົ້າກະສັດອັບດຸລລາ
(Abdullah) ທີ 2 ແລະພະ ມະເຫສີ ຣີນາ (Rania). ໃນຕອນບ່າຍຂອງວັນອາທິດ ທ່ານຈະອອກເດີນທາງໄປຍັງອິສຣາ​ແອ​ລ.

ທ່ານ​ເປັນ​ເຈົ້າໜ້າທີ່​ຂັ້ນສູງຈາກ​ລັດຖະບານຜູ້ທໍາ​ອິດ ​ທີ່​ໄປຢ້ຽມຢາມ​ຂົງ​ເຂດ​ດັ່ງກ່າວ ນັບ
​ແຕ່​ປະທານາທິບໍດີສະຫະລັດ ທ່ານ​ດໍໂນລ ທຣໍາ​ໄດ້​ປະກາດ​ການ​ຕັດສິນ​ໃຈ ​ເພື່ອ​ຮັບ​ຮູ້​
ນະຄອນ ​ເຈຣູຊາ​ແລັມ​ວ່າ ​ເປັນ​ນະຄອນຫຼວງຂອງ​ອິສຣາ​ແອ​ລ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ
ທີ່​ຖືກປະນາມ ຈາກ​ບັນດາ​ຜູ້​ນໍາ​ຕ່າງໆໃນໂລກ​ຢ່າງ​ກວ້າງຂວາງ.

ທ່ານ​ທຣໍາ ຍັງ​ໄດ້​ປະກາດ​ອີກ​ວ່າ ສະຫະລັດ​ຈະ​ຍ້າຍ​ສະຖານທູດ​ຂອງ​ຕົນຈາກ​ນະຄອນ​
ແທລ ​ເອວິບ ​ໄປ​ເຈຣູຊາ​ແລັມ.

ການ​ປະກາດ​ດັ່ງກ່າວ ​ແມ່ນ​ຕາ​ມມາ​ດ້ວຍ​ອັນ​ທີ່​ເອີ້ນວ່າ ວັນ​ແຫ່ງ​ຄວາມ​ໂກດແຄ້ນ ທີ່​ເຕັມ
​ໄປ​ດ້ວຍ​ການ​ເດີນ​ຂະ​ບວນຕໍ່ຕ້ານການ​ຕັດສິນ​ໃຈ​ຂອງ​ທ່ານ​ທຣໍາ ​ແຜ່​ລາມ​ໄປ​ທົ່ວ​ໂລກ.

ທ່ານ​ເພັນສ໌ ​ເປັນ​ຊາວ​ຄຣິສຕຽນນິກາຍ​ໂປຣ​ແຕັສ​ແຕນທ໌. ການ​ເດີນທາງ​ໄປ​ຢ້ຽມຢາມ
​ຂົງ​ເຂດ​ດັ່ງກ່າວຂອງຮອງປະທານ​າ​ທິບໍດີ​ເພັນສ໌ ຄາດ​ວ່າ​ຈະ​ເຮັດ​ໃຫ້ພວກ​ນັບຖື​ສາສະ
ໜາ​ຄຣິສນິກາຍ​ໂປຣ​ແຕັສ​ແຕນທ໌ ທີ່​ຮັກຫອມ​ອິສຣາ​ແອ​ລນັ້ນ ດີ​ໃຈ.

ທ່ານ​ເພັນສ໌ ບໍ່ຄາດ​ວ່າ ຈະ​ພົບ​ປະກັບພວກ​ຜູ້ນໍາ​ປາ​ແລັສໄຕນ໌.

ທໍາ​ອິດທ່ານ​ມີ​ແຜນ​ທີ່​ຈະ​ເດີນທາງ​ໄປ​ຢ້ຽມຢາມ​ຂົງ​ເຂດ​ດັ່ງກ່າວ​ ໃນ​ເດືອນ​ທັນວາ​ຜ່ານ​ມາ
​ແຕ່​ວ່າ ທ່ານ​ກັບ​ຕັດສິນ​ໃຈບໍ່​ໄປ ພາຍຫລັງ​ທີ່​ມີ​ການຕໍ່​ຕ້ານ ຕໍ່ການ​ຕັດສິນ​ຂອງ​ທ່ານ​ທຣໍາ ​
ໃນ​ການ​ຮັບ​ຮູ້ນະຄອນເຈຣູຊາ​ແລັມ ວ່າ​ເປັນ​ນະຄອນຫລວງ​ຂອງອິສຣາ​ແອ​ລ ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG