ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Pence ເດີນທາງ ຢ້ຽມຢາມເຂດ ອາເມຣິກາ ລາຕິນ ໃນຂະນະທີ່ ວິກິດການ ເວເນຊູເອລາ ເພີ່ມສູງຂຶ້ນ


ຮອງປະທານາທິບໍດີ ສະຫະລັດ ທ່ານ Mike Pence ກ່າວຄຳປາໄສໃນລະຫວ່າງການພົບປະກັບກອງທັບ ສະຫະລັດ ທີ່ເຂົ້າຮ່ວມໃນການຊ້ອມຮົບຮ່ວມນຳໜ້າໂດຍອົງການ NATO ຊື່ວ່າ Noble Partner 2017 ທີ່ຖານທັບ Vaziani ໃກ້ກັບນະຄອນຫຼວງ Tbilisi, ປະເທດ ຈໍເຈຍ. 1 ສິງຫາ, 2017.
ຮອງປະທານາທິບໍດີ ສະຫະລັດ ທ່ານ Mike Pence ກ່າວຄຳປາໄສໃນລະຫວ່າງການພົບປະກັບກອງທັບ ສະຫະລັດ ທີ່ເຂົ້າຮ່ວມໃນການຊ້ອມຮົບຮ່ວມນຳໜ້າໂດຍອົງການ NATO ຊື່ວ່າ Noble Partner 2017 ທີ່ຖານທັບ Vaziani ໃກ້ກັບນະຄອນຫຼວງ Tbilisi, ປະເທດ ຈໍເຈຍ. 1 ສິງຫາ, 2017.

ໃນວັນອາທິດມື້ນີ້ ຮອງ ປະທານາທິບໍດີ ສະຫະລັດ ທ່ານ Mike Pence ກຳລັງເດີນທາງ
ມຸ່ງໜ້າໄປຍັງ ອາເມຣິກາໃຕ້ ເພື່ອພົບປະກັບພວກຜູ້ນຳປະເທດ ໂຄລົມເບຍ, ອາເຈັນຕິ
ນາ, ຊີເລ ແລະ ປານາມາ.

ຄວາມຈິງແລ້ວ ເທົ່າກັບວ່າ ທ່ານ​ Pence ເປັນ “ເອກອັກຄະລັດຖະທູດ” ຂອງ ສະຫະລັດ ເພາະວ່າ ລັດຖະບານຂອງທ່ານ ທຣຳ ຍັງປະຕຳແໜ່ງຂັ້ນສູງນີ້ ໃຫ້ເປົ່າຫວ່າງຢູ່. ນັບຕັ້ງ
ແຕ່ເດືອນເມສາເປັນຕົ້ນມາ ທ່ານ Pence ໄດ້ໄປຢ້ຽມຢາມ ເກົາຫຼີໃຕ້, ຍີ່ປຸ່ນ, ອິນໂດເນ
ເຊຍ ແລະ ອອສເຕຣເລຍ, ໄປຮ່ວມປະຊຸມດ້ານຄວາມປອດໄພ ໃນນະຄອນ ມິວນິກ
ແລະ ບຣັສໂຊສ ແລະ ໄດ້ເດີນທາງໄປ ແອັສໂຕເນຍ, ຈໍເຈຍ ແລະ ມອນເຕເນໂກຣ.

ການໄປຢ້ຽມຢາມ ອາເມຣິກາ ລາຕິນ ຂອງທ່ານ ມີຂຶ້ນໃນເວລາທີ່ພວກຜູ້ນຳໃນ ອາເມຣິ
ກາໃຕ້ ແລະ ອາເມຣິກາກາງ ອາດຈະບໍ່ໄວ້ວາງໃຈນະໂຍບາຍຂອງ ສະຫະລັດ ລຸນຫຼັງຄຳ
ຖະແຫຼງເມື່ອບໍ່ດົນມານີ້ຂອງປະທານາທິບໍດີ ທຣຳ ກ່ຽວກັບ ວ່າອາດຈະບໍ່ຍົກເວັ້ນ ການ
ໃຊ້ “ກຳລັງທາງທະຫານ” ສຳລັບວິກິດຕະການທາງດ້ານການເມືອງ ໃນ ເວເນຊູເອລາ
ນັ້ນ.

ການຢຸດແວ່ບ່ອນທຳອິດຂອງທ່ານ Pence ຈະແມ່ນການພົບປະກັບທ່ານ ຮວນ ມານູ
ແອລ ແຊນໂຕສ ປະທານາທິບໍດີ ໂຄລົມເບຍ.

ກະຊວງການຕ່າງປະເທດ ໂຄລົມເບຍ ໄດ້ອອກຖະແຫຼງການສະບັບນຶ່ງ ໃນເວລາບໍ່ດົນ
ລຸນຫຼັງ “ຄຳເຕືອນທາງທະຫານ” ຂອງທ່ານ ທຣຳ. ຄຳຖະແຫຼງຂອງ ກະຊວງ ດັ່ງກ່າວ
ເວົ້າວ່າ ຕົນປະນາມ “ມາດຕະການທາງທະຫານໃດໆແລະການໃຊ້ກຳລັງທາງທະຫານ
ແບບໃດກໍຕາມ”
ແລະ ການແກ້ໄຂບັນຫາປະຊາທິປະໄຕຂອງ ເວເນຊູເອລາ ຄວນເປັນ
ແບບສັນຕິ ແລະ ນັບຖືອະທິປະໄຕຂອງປະເທດດັ່ງກ່າວ.

ເປັນທີ່ແນ່ນອນວ່າ ທ່ານ Pence ຈະເວົ້າລົມກັບທ່ານ ແຊນໂຕສ ກ່ຽວກັບ ຄຳຖະແຫຼງ
ຂອງທ່ານ ທຣຳ ນັ້ນ. ນອກຈາກນີ້ແລ້ວ ກໍມີທ່າທາງວ່າ ທ່ານຈະສົນທະນາເລື່ອງການປະ
ຕິບັດຂໍ້ຕົກລົງສັນຕິພາບ ທີ່ເປັນບັນຫາຂັດແຍ້ງກັນກັບພວກກະບົດ FARC ນັ້ນນຳ ແລະ
ບັນຫາການຫຼຸດຜ່ອນການຜະລິດ ໂຄຄາ ສຳລັບເຮັດ ໂຄເຄນ ນັ້ນນຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG