ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຮອງປະທານາທິບໍດີ ສະຫະລັດ ພົບປະກັບ ກະສັດ ອັບດູລລາ ແຫ່ງປະເທດ ຈໍແດັນ


ກະສັດອັບດູລລາ, ລາຊິນີ ຣາເນຍ, ຂວາ, ພົບປະກັບຮອງ
ປະທານາທິບໍດີ ໄມຄ໌ ເພັນສ໌ ແລະ ພັນລະຍາ ທ່ານນາງ ແຄເຣັນ ເພັນສ໌ ທີ່ພະລາດຊະວັງໃນນະຄອນ ອຳມານ, ປະເທດ ຈໍແດັນ. 21 ມັງກອນ, 2018.
ກະສັດອັບດູລລາ, ລາຊິນີ ຣາເນຍ, ຂວາ, ພົບປະກັບຮອງ ປະທານາທິບໍດີ ໄມຄ໌ ເພັນສ໌ ແລະ ພັນລະຍາ ທ່ານນາງ ແຄເຣັນ ເພັນສ໌ ທີ່ພະລາດຊະວັງໃນນະຄອນ ອຳມານ, ປະເທດ ຈໍແດັນ. 21 ມັງກອນ, 2018.

ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ "Mike Pence" ໄດ້ເດີນທາງຮອດ
ປະເທດ ຈໍແດນ ບ່ອນທີ່ທ່ານ ແລະ ທ່ານນາງ ແຄເຣັນ "Karen" ຜູ້ເປັນພັນລະຍາ,
ມີແຜນທີ່ຈະຮັບປະທານອາຫານທ່ຽງກັບກະສັດ ອັບດຸລລາ "Abdullah" ແລະ ລາຊິນີ
ຣາເນຍ "Rania."

ປະເທດ ຈໍແດນ ແມ່ນບ່ອນຢຸດແວ່ແຫ່ງທີສອງ ໃນການເດີນທາງຢ້ຽມຢາມພາກຕາ
ເວັນອອກກາງສີ່ວັນ ຂອງທ່ານຮອງປະທານາທິບໍດີ. ໃນຕອນແລງວັນອາທິດມື້ນີ້, ທ່ານ
ເພັນສ໌ ຈະເດີນທາງໄປປະເທດ ອິສຣາແອລ.

ໃນນະຄອນຫຼວງ ໄຄໂຣ ປະເທດ ອີຈິບ ເມື່ອວັນເສົາວານນີ້, ທ່ານຮອງປະທານາທິບໍດີ
ໄດ້ສັນຍາວ່າ ສະຫະລັດ ຈະສືບຕໍ່ສະໜັບສະໜູນ ອີຈິບ ໃນການຕໍ່ສູ້ຕ້ານລັດທິກໍ່ການ
ຮ້າຍ.

ທ່ານ ເພັນສ໌ ໄດ້ກ່າວ ຫຼັງຈາກການປະຊຸມກັບປະທານາທິບໍດີ ອີຈິບ ທ່ານ ອັບແດລ
ຟັດທາ ແອລ-ຊິສຊີ "Abdel-Fattah el-Sissi" ໃນການປຶກສາຫາລື ກ່ຽວກັບ ບັນຫາ
ລັດທິກໍ່ການຮ້າຍ ແລະ ຄວາມປອດໄພວ່າ “ພວກເຮົາຈະຢືນຄຽງບ່າຄຽງໄຫຼ່ກັບພວກ
ທ່ານ.”

ປະເທດ ອີຈິບ ໄດ້ຕໍ່ສູ້ກັບບັນຫາຄວາມປອດໄພ ທີ່ຮ້າຍແຮງ, ລວມທັງການໂຈມຕີໂດຍ
ພວກລັດອິສລາມ ໃນຂົງເຂດ ຊີໄນ "Sinai" ທາງພາກເໜືອຂອງປະເທດ. ທ່ານ ຊິສຊີ
ໄດ້ກ່າວວ່າ ທັງສອງທ່ານໄດ້ປຶກສາຫາລື ກ່ຽວກັບ ວິທີທີ່ຈະກຳຈັດເຊື້ອໂຣກ ແລະ
ໂຣກມະເຮັງ” ຂອງລັດທິກໍ່ການຮ້າຍ.

ການຢ້ຽມຢາມປະເທດ ອີຈິບ ຂອງທ່ານ ເພັນສ໌ ແມ່ນການຢ້ຽມຢາມລະດັບສູງສຸດ
ໂດຍເຈົ້າໜ້າທີ່ ສະຫະລັດ ຕໍ່ພາກພື້ນດັ່ງກ່າວ ນັບຕັ້ງແຕ່ປະທານາທິບໍດີ ດໍໂນລ ທຣຳ
ໄດ້ຮັບຮູ້ນະຄອນ ເຈຣູຊາແລັມ ວ່າເປັນນະຄອນຫຼວງຂອງປະເທດ ອິສຣາແອລ ໃນ
ເດືອນທັນວາທີ່ຜ່ານມາ.

ທ່ານ ເພັນສ໌ ເຊິ່ງແມ່ນຊາວຄຣິສຕຽນ ຫົວອະນຸລັກນິຍົມ, ໄດ້ຊ່ວຍເຫຼືອ ໃນການຜັກ
ດັນ ສຳລັບການຮັບຮູ້ນະຄອນ ເຈຣູຊາແລັມ, ເປັນການຕັດສິນໃຈທີ່ຖືກຍອມຮັບເປັນ
ຢ່າງດີ ໂດຍຊາວຄຣິສຕຽນໃນ ສະຫະລັດ. ທ່ານ ແລະ ທ່ານ ຊິສຊີ ບໍ່ໄດ້ເວົ້າຫຍັງ
ກ່ຽວກັບ ບັນຫາດັ່ງກ່າວ ໃນລະຫວ່າງການກ່າວຄຳປາໄສຕໍ່ໜ້າບັນດານັກຂ່າວ.

ການເດີນທາງຄັ້ງນີ້ ຕາມປົກກະຕິແລ້ວ ໄດ້ຖືກວາງແຜນໃສ່ເດືອນທັນວາປີກາຍນີ້, ແຕ່
ໄດ້ຖືກເລື່ອນອອກໄປ ຍ້ອນທ່ານ ເພັນສ໌ ໄດ້ເຂົ້າຮ່ວມໃນການເຈລະຈາປັບປຸງກົດ
ໝາຍພາສີໃນທ້າຍປີ ແລະ ລຸນຫຼັງຜູ້ນຳ ປາແລັສໄຕນ໌ ທ່ານ ມາກມູດ ອັບບາສ ໄດ້ປະ
ຕິເສດທີ່ຈະພົບປະກັບທ່ານໃນເມືອງ ເບັດເລເຮັມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG